logo

ກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ ເພີ່ມທະວີການສົມທົບວຽກງານຊາວໜຸ່ມ, ແມ່ຍິງ, ກຳມະບານ

2018/7/11 | 10:56:44
(VOVWORLD) - ຕອນເຊົ້າວັນທີ 11 ກໍລະກົດ ທີ່ຮ່າໂນ້ຍ, ກົມໃຫຍ່ການເມືອງຕຳຫລວດປະຊາຊົນ, ກະຊວງຕຳຫລາດ ຫວຽດນາມ ແລະ ຄະນະຜູ້ແທນກົມໃຫຍ່ການເມືອງ, ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ມີການເຮັດວຽກນຳກັນກ່ຽວກັບວຽກງານຊາວໜຸ່ມ, ແມ່ຍິງ, ກຳມະບານ.
ກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ ເພີ່ມທະວີການສົມທົບວຽກງານຊາວໜຸ່ມ, ແມ່ຍິງ, ກຳມະບານທີ່ການເຮັດວຽກ 

ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນບັນດາບົດຮຽນ, ຮູບແບບ, ວິທີເຮັດທີ່ມີຫົວຄິດປະດິດສ້າງ, ມີປະສິດທິຜົນທີ່ພວມປະຕິບັດ, ພ້ອມທັງເຫັນດີເປັນເອກະພາບສະເໜີບັນດາເນື້ອໃນລະອຽດໃນວຽກວານສົມທົບ, ຮ່ວມມືລະຫວ່າງບັນດາອົງການມະຫາຊົນຂອງ 2 ປະຊວງໃນໄລຍະຕໍ່ໄປ. ບົນພື້ນຖານການພົວພັນຮ່ວມມືມິດຕະພາບ, ຮອບດ້ານລະຫວ່າງກະຊວງຕຳຫລວດ ຫວຽດນາມ ກັບກະຊວງປ້ອງກັນຄວາມສະຫງົບ ລາວ, 2 ຝ່າຍໄດ້ເຫັນດີເປັນເອກະສັນເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂອງບັນດາອົງການຄື: ຄະນະຊາວໜຸ່ມ, ສະຫະພັນແມ່ຍິງ, ກຳມະບານຂອງ 2 ກະຊວງ; ຮັກສາບັນດາການເຄື່ອນໄຫວຮ່ວມມື, ສົມທົບກັນເປັນຢ່າງດີ ຄື: ຮ່ວມມືບຳລຸງສ້າງ, ບຳລຸງຖັນແຖວການນຳບັນດາກົມກອງສັງກັດ 2 ກະຊວງ; ພົບປະແລກປ່ຽນ, ແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານອາດສະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນ; ຈັດຕັ້ງບັນດາການເສັງຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳ, ສາຍພົວພັນມິດຕະພາບອັນດີງາມລະຫວ່າງ ຫວຽດນມ ແລະ ລາວ, ດຶງດູດຊາວໜຸ່ມ, ແມ່ຍິງ, ກຳມະບານເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

TAG
VOV/VOVworld/ກະຊວງຕຳຫລວດ/ກະຊວງປ້ອງກັນຄວາມສະຫງົບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ