logo

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ - ລາວ ເອົາ​ໃຈ​ໃສ່​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ທາງ​ດ້ານ​ຕິດ​ຕໍ່​ສື່​ສານ

2023/7/20 | 11:05:49
(VOVWORLD) - ສອງອົງການ ຈະຜັນຂະຫຍາຍການປະຕິບັດ “ບົດບັນທຶກຊ່ວຍຈຳວ່າດ້ວຍການສ້າງ, ນຳໃຊ້ໂທລະສັບສາຍດ່ວນ ລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດ.
ທ່ານພົນໂທ ຫງວຽນຢວານແອັງ ຕ້ອນຮັບ ທ່ານພັນເອກ ສຸບານ ພັນທະວີ (ພາບ: TTXVN)

 ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ພົນໂທ ຫງວຽນຢວານແອັງ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະກົມຕິດຕໍ່ສື່ສານ, ກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ, ໂດຍທ່ານພັນເອກ ສຸບານ ພັນທະວີ, ຫົວໜ້າກົມຕິດຕໍ່ສື່ສານ ເປັນຫົວໜ້າຄະນະ. ນະທີ່ນີ້, ພົນໂທ ຫງວຽນຢວານແອງ ສະເໜີໃຫ້ເຫຼົ່າຮົບສື່ສານ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກົມສື່ສານ, ເສນາທິການໃຫຍ່ກອງທັບປະຊາຊົນ ລາວ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດຕາມທິດແທດຈິງ, ມີປະສິດທິຜົນ, ໃນນັ້ນ ມີບັນດາຂົງເຂດບຳລຸງສ້າງ, ຝຶກອົບຮົມ, ຈັດສົ່ງນັກຊ່ຽວຊານ. ພ້ອມທັງສະເໜີໃນໄລຍະຈະມາເຖິງ, ສອງອົງການ ຈະຜັນຂະຫຍາຍການປະຕິບັດ “ບົດບັນທຶກຊ່ວຍຈຳວ່າດ້ວຍການສ້າງ, ນຳໃຊ້ໂທລະສັບສາຍດ່ວນ ລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດ. ກະຊວງປ້ອງກັນປະເທດ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຍາມໃດກໍສະໜັບສະໜູນ ແລະ ສ້າງງເງື່ອນໄຂສະດວກເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມມືດ້ານປ້ອງກັນຊາດສອງປະເທດເລິກເຊິ່ງກວ່າອີກ.

TAG
VOV/VOVworld/ປ້ອງ​ກັນ​ປະ​ເທດ/ສື່​ສານ/ປ້ອງ​ກັນ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ