logo

ກະຊວງພາຍໃນລາວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາວກາຍ - ຫວຽດນາມ

2012/2/17 | 04:25:28
ທີ່​ການ​ເຮັດ​ວຽກ, ກະຊວງ​ພາຍ​ໃນ​ລາວ ​ແລະ ​ແຂວງລາວ​ກາຍ ​ພ້ອມ​ກັນ​ແລກປ່ຽນກ່ຽວ​ກັບ​ບັນດາ​ບັນຫາ​ຄຸ້ມ​ຄອງການ​ກໍ​່ສ້າງ​ຕົວ​ເມືອງ​ບໍລິຫານ​ທ້ອງ​ຖີ່​ນ

(ພາບ: internet)

(vovworld) - ຕອນ​ເຊົ້າ​ວັນ​ທີ 16/2, ຄະນະ​ພະນັກງານ​ກະຊວງ​ພາຍ​ໃນ ສປປ ລາວ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ລາວ​ກາຍ. ທີ່​ການ​ເຮັດ​ວຽກ, ກະຊວງ​ພາຍ​ໃນ​ລາວ ​ແລະ ​ແຂວງລາວ​ກາຍ ​ພ້ອມ​ກັນ​ແລກປ່ຽນກ່ຽວ​ກັບ​ບັນດາ​ບັນຫາ​ຄຸ້ມ​ຄອງການ​ກໍ​່ສ້າງ​ຕົວ​ເມືອງ​ບໍລິຫານ​ທ້ອງ​ຖີ່​ນ, ຄຸ້ມ​ຄອງ​ບໍລິຫານ​​ເສັ້ນ​ຊາຍ​ແດນ​ກັບປະ​ເທດ​ຈີນ​.​.​. ທ່ານ ຫງວຽນ​ແທງ​ເຢືອງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ລາວ​ກາຍ ​ໄດ້​ແນະນຳ​ກັບ​ຄະນະ​ບາງ​ເນື້ອ​ໃນ​ພື້ນຖານ​ກ່ຽວ​ກັບ​ວຽກ​ງານ​ຄຸມ​ຄອງ​ເຂດ​ຊາຍ​ແດນ​ບໍລິຫານ, ພັດທະນາ​ເຂດ​ຕົວ​ເມືອງ​ນະຄອນ​ລາວ​ກາຍ, ຄຸມ​ຄອງ​ດ່ານ​ຊາຍ​ແດນ​ສາກົນ​ລາວ​ກາຍ, ​ເຂດ​ທ່ອງ​ທ່ຽວຊາ​ປາ, ພັດທະນາ​ອຸດສາຫະກຳ​ຂຸດ​ຄົ້ນ​ບໍ​ແຮ່, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍບັນດາ​ຄູນຄ່າ​ວັດທະນະທຳ​​ມູນ​ເຊື້​ອທີ່​ເປັນ​ເອກະ​ລັກສະ​ເພາະຂອງ​ບັນດາ​ເຜົ່າ​ໃນ​ບໍລິ​ເວນ.​​..​ ພ້ອມ​ກັນ​ນັ້ນ, ກໍເນັ້ນ​ໜັກ​​ເຖິງທີ່​ຕັ້ງ, ບົດບາດ​ຂອງ​​ແຂວງ​ລາຍ​ກາຍ​ ໃນ​ແລວ​ເສດຖະກິດ ກວນ​​ໝິງ - ລາວ​ກາຍ - ຮ່າ​ໂນ້ຍ - ຫາຍ​ຟ່ອງ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການທ່ອງທ່ຽວ. ​ເລື່ອງ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ຄຸມ​ຄອງ​​ລັດ​​ໃນ​ຂົງ​ເຂດ​ບໍລິຫານ​ລະຫວ່າງ​ກະຊວງ​ພາຍ​ໃນ​ລາວ ​ແລະ ​ແຂວງ​ລາວ​ກາຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ​ລະຫວ່າງ​ຫວຽດນາມ - ລາວ ກ່ວາ​ອີກ.

TAG
ກະຊວງ​ພາຍ​ໃນ​ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ