ປະຊາຊົນເຂດໄຕບັກ ປະຕິບັດການກ້າເບ້ຍ ກາເຟ (ພາບ: VOV) |
ເລີ່ມປູກຢູ່ດິນແດນ ເຊີນລາ ແຕ່ຊຸມປີ 1945, ພາຍຫຼັງໄລຍະ 80 ປີ, ກາເຟໄດ້ກາຍເປັນຜົນລະປູກຫຼັກຂອງແຂວງ. ດ້ວຍເນື້ອທີ່ ແລະ ປະລິມານການຜະລິດໃຫຍ່, ເຊີນລາ ແມ່ນທ້ອງຖິ່ນປູກກາເຟ (Arabica) ໃຫຍ່ທີ່ສຸດໃນທົ່ວປະເທດ, ກວມເອົາປະມານ 50% ເນື້ອທີ່ປູກ ແລະ 43,5% ປະລິມານການຜະລິດໃນທົ່ວປະເທດ. ນີ້ແມ່ນຂໍ້ສະດວກເພື່ອໃຫ້ແຂວງພັດທະນາເຂດປູກກາເຟທີ່ມີຄຸນນະພາບສູງ, ເໝາະສົມກັບທ່າອ່ຽງບໍລິໂພກສີຂຽວ, ຍືນຍົງໃນທົ່ວໂລກ. ທ່ານ ຕະແມັ້ງເກືອງ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ:
ຜະລິດຕະພັນ Arabica ຂອງເຊີນລາ ມີຄວາມສາມາດບົ່ມຊ້ອນທີ່ສຸດ. ບໍ່ແມ່ນຈະມີຢູ່ແລ້ວແບບທຳມະດາ ຫາກໃນຈຳນວນເກືອບ 10 ແຂວງທີ່ປູກ ແລະ ຜະລິດກາເຟຂອງທົ່ວປະເທດ, ເຊີນລາ ແມ່ນ 1 ໃນ 3 ທ້ອງຖິ່ນທີ່ໄດ້ຮັບການອາລັກຂາໃນທົ່ວປະເທດ. ນີ້ແມ່ນໂອກາດເພື່ອໃຫ້ກາເຟເຊີນລາ ຢັ້ງຢືນທີ່ຕັ້ງ, ເຄື່ອງໝາຍການຄ້າຂອງຕົນ.
ເຊີນລາບໍ່ພຽງແຕ່ປູກກາເຟເທົ່ານັ້ນ ຫາກຍັງໄດ້ນຳເມັດກາເຟຂອງຕົນບືນຕົວອອກໄປໄກເທື່ອລະກ້າວ. ດ້ວຍຄວາມສະດວກກ່ຽວກັບເງື່ອນໄຂທຳມະຊາດ ກໍ່ຄືຄວາມດຸໝັ່ນຂະຫຍັນພຽນ, ຄວາມຜູກພັນຂອງຊາວກະສິກຳ, ຕົ້ນກາເຟ Arabica ໄດ້ເຕີບໃຫຍ່, ພັດທະນາ ແລະ ເມັດກາເຟເຊີນລາ ມີລົດຊາດດີທີ່ສຸດ, ບັນລຸໃບຢັ້ງຢືນພາຍໃນປະເທດ ແລະ ສາກົນໄດ້ຫຼາຍ. ທ່ານ ຮສ.ປອ ຫງວຽນວັນໂບະ, ອະດີດຫົວໜ້າສະຖາບັນວິທະຍາສາດ ກະສິກຳ ຫວຽດນາມ ໃຫ້ຮູ້ວ່າ:
ເຊີນລາ ບັນລຸໄດ້ໃບຢັ້ງຢືນສຳຄັນນັ້ນແມ່ນຢັ້ງຢືນກ່ຽວກັບການແນະນຳພູມີສາດ. ຜ່ານການຢັ້ງຢືນນີ້, ທາງແຂວງສາມາດຂາຍກາເຟດ້ວຍລາຄາສູງກວ່າ ແລະ ສົ່ງອອກໄປຫຼາຍປະເທດກວ່າ.
ຕົ້ນກາເຟ ກາຍເປັນຕົ້ນໄມ້ຫຼັກແຫຼ່ງໃນການຫາເງິນລ້ຽງຊີບຂອງປະຊາຊົນແຂວງ ເຊີນລາ (ພາບ: VOV) |
ການຢັ້ງຢືນເຊິ່ງແຂວງເຊີນລາ ບັນລຸໄດ້ເຫຼົ່ານັ້ນ ບໍ່ພຽງແຕ່ແມ່ນໄມ້ວັດແທກມາດຖານເທົ່ານັ້ນ ຫາກຍັງແມ່ນຄຳໝັ້ນສັນຍາກ່ຽວກັບຕົ້ນກຳເນີດ, ຂັ້ນຕອນການຜະລິດໃນຂະແໜງກາເຟອີກດ້ວຍ. ອ້າຍ ຫວູງອກຮູຍ, ບໍລິສັດຫຸ້ນສ່ວນ ຟຸກຊິງເຊີນລາ ໃຫ້ຮູ້ວ່າ:
ປັດຈຸບັນ ເຂດວັດຖຸດິບຂອງພວກຂ້າພະເຈົ້າບັນລຸໄດ້ໃບຢັ້ງຢືນຈຳນວນໜຶ່ງກ່ຽວກັບຄວາມຍືນຍົງຂອງກາເຟຄື: ໃບຢັ້ງຢືນ Rainforest Alliance (RA) ແລະ ໃບຢັ້ງຢືນ Four C. ນີ້ແມ່ນສອງໃນຈຳນວນໃບຢັ້ງຢືນທົ່ວໄປທີ່ສຸດຂອງໂລກກ່ຽວກັບການພັດທະນາກາເຟແບບຍືນຍົງ. ຜົນສຳເລັດແມ່ນອີງຕາມເລື່ອງຊາວກະສິກອນຈະປະຕິບັດບັນດາການກະທຳກ່ຽວກັບການປູກຝັງຫຼືບໍ່.
ຈາກພາລະກຳລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ປັດຈຸບັນ ຕົ້ນກາເຟໄດ້ກາຍເປັນຕົ້ນໄມ້ອຸດສາຫະກຳຫຼັກຂອງແຂວງເຊີນລາ. ຜະລິດຕະພັນກາເຟສິນພິເສດ, ກາເຟມີຄຸນນະພາບສູງຄ່ອຍໆພິຊິດບັນດາຕະຫຼາດທີ່ຕ້ອງການມາດຖານສູງເທື່ອລະກ້າວ, ປະກອບສ່ວນຢັ້ງຢືນພາບພົດເຄື່ອງໝາຍກາເຟ ຫວຽດນາມ ໃນແຜນທີ່ກາເຟໂລກ. ເພື່ອສືບຕໍ່ພິຊິດບັນດາເປົ້າໝາຍພັດທະນາໃໝ່, ເຊີນລາ ໄດ້ ແລະ ພວມແກ້ໄຂຄວາມຫຍຸ້ງຍາກ, ມານະພະຍາຍາມຕອບສະໜອງບັນດາຂໍ້ກຳນົດ, ມາດຖານທີ່ເຄັ່ງຂັດຂອງສາກົນ, ສ້າງຜະລິດຕະພັນກາເຟທີ່ມີຄຸນນະພາບ. ທ່ານ ຫງວຽນແທັງກົງ, ຮອງປະທານຄະນະກຳມະການປະຊາຊົນແຂວງເຊີນລາ ໃຫ້ຮູ້ວ່າ:
ມາດຕະການແກ້ໄຂທີໜຶ່ງແມ່ນພັດທະນາກາເຟ ແບບຍືນຍົງ, ສ້າງຂັ້ນຕອນການຜະລິດກາເຟສະອາດຕາມມາດຖານ RA, 4C, UTZ, ບັນດາຂໍ້ກຳນົດຕ້ານການທຳລາຍປ່າຂອງ EU . ພ້ອມກັນນັ້ນ ກໍ່ແມ່ນບັນຫາກ່ຽວກັບແນວພັນປູກ, ຕ້ອງສືບຕໍ່ຄົ້ນຄ້ວາບັນດາແນວພັນກາເຟທີ່ດີທີ່ສຸດ, ເໝາະສົມກັບເງື່ອນໄຂຂອງເຂດປູກຝັງ ເຊີນລາ.
ໃນສະພາບການຕະຫຼາດກາເຟທົ່ວໂລກນັບມື້ນັບມີການແກ້ງແຍ້ງຢ່າງຂ້ຽວຂາດນັ້ນ, ການຮັກສາເຄື່ອງໝາຍການຄ້າ ກາເຟ ເຊີນລາ ຢ່າງໃຫ້ໝັ້ນຄົງນັ້ນບໍ່ພຽງແຕ່ອີງໃສ່ປະລິມານການຜະລິດ ເທົ່ານັ້ນ, ຫາກສິ່ງສຳຄັນກ່ວາແມ່ນຮັກສາຄຸນນະພາບເປັນປົກກະຕິ, ຮັກສາລັກສະນະຍືນຍົງອີກດ້ວຍ. ແຂວງເຊີນລາ ພວມປະຕິບັດຖືກຕາມທິດທີ່ໄດ້ວາງອອກເມື່ອສຸມໃສ່ບັນດາມາດຕະການຄົບຊຸດ ນັບແຕ່ການວາງແຜນຜັງເຂດວັດຖຸດິບ, ຍົກສູງຄຸນນະພາບແນວພັນປູກ, ໝູນໃຊ້ມາດຕະຖານສາກົນໃນການຜະລິດ, ເຊື່ອມຕໍ່ຊາວກະສິກອນ - ວິສາຫະກິດ - ອົງການຄຸ້ມຄອງ, ຕະຫຼອດຮອດການລົງທຶນປຸງແຕ່ງຢ່າງເລິກເຊິ່ງ ແລະ ສ້າງເຄື່ອງໝາຍການຄ້າແນະນຳພູມີສາດຢ່າງແນ້ນແຟ້ນ. ທ່ານ ຮສ.ປອ ຫງວຽນວັນໂບະ ຖືວ່າ:
ແຜນນະໂຍບາຍຂອງຂະແໜງແມ່ນຕ້ອງເຊື່ອມຕໍ່, ສະນັ້ນ, ກ່ອນອື່ນໝົດຊາວກະສິກອນຕ້ອງເຊື່ອມຕໍ່ນຳກັນເພື່ອຜະລິດຕາມຂັ້ນຕອນດຽວກັນ ແລະ ເຊື່ອມຕໍ່ກັບບັນດາວິສາຫະກິດເພື່ອສາມາດໜູນຊ່ວຍກັນໃນການເຮັດລະບຽບການ, ບັນລຸຄວາມຮຽກຮ້ອງຕ້ອງການກ່ຽວກັບຄຸນນະພາບ, ຕົ້ນກຳເນີດ, ບັນລຸໃບຢັ້ງຢືນກາເຟ. ຊາວກະສິກອນຕ້ອງເຂົ້າຮ່ວມບັນດາການເຄື່ອນໄຫວທີ່ມີລັກສະນະເຊື່ອມຕໍ່ຄືແນວນີ້. ນັ້ນແມ່ນຄວາມຮຽກຮ້ອງຕ້ອງການທຳອິດ ແລະ ມີຄວາມສຳຄັນທີ່ສຸດ.
ໃນຍຸດທະສາດພັດທະນາກາເຟ, ເຊີນລາ ສູ້ຊົນຮອດປີ 2030 ມີເນື້ອທີ່ປູກກາເຟ 25.000 ເຮັກຕາ, ປະລິມານການຜະລິດ 40.000 ໂຕນ, ພັດທະນາເນື້ອທີ່ປູກກາເຟສິນພິເສດ 5.950 ເຮັກຕາ, ເຂດບັນລຸມາດຖານແບບຍືນຍົງ 18.000 ເຮັກຕາ, ເນື້ອທີ່ປູກໃໝ່ນຳໃຊ້ແນວພັນມາດຖານ 80 - 90%. ວິໄສທັດຮອດປີ 2035 ເນື້ອທີ່ປູກກາເຟເພີ່ມຂຶ້ນ 27.000 ເຮັກຕາ, ສ້າງ ແລະ ພັດທະນາເຂດປູກກາເຟນຳໃຊ້ເຕັກໂນໂລຢີສູງ 5 ເຂດຂຶ້ນໄປ… ຄວາມຕັດສິນໃຈນີ້ສະແດງໃຫ້ເຫັນວ່າ ເຊີນລາພວມມານະພະຍາຍາມບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງເພື່ອກາຍເປັນສູນຜະລິດກາເຟ Arabica ທີ່ມີຄຸນນະພາບສູງຂອງ ຫວຽດນາມ, ຈາກນັ້ນ,ສ້າງທ່ວງທ່າເພື່ອໃຫ້ຜະລິດຕະພັນກາເຟທ້ອງຖິ່ນພິຊິດບັນດາຕະຫຼາດທີ່ຕ້ອງການກາເຟທີ່ມີມາດຕະຖານສູງຂອງໂລກ.




