logo

ການຄ້າເອເລັກໂຕນິກ ຫວຽດນາມ ເພີ່ມຄວາມໄວ, ມຸ່ງໄປເຖິງການບຸກທະລຸໄລຍະ 2026 – 2030

2026/1/1 | 07:49:13
(VOVWORLD) - ຕາມຕົວເລກໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ປະກາດໃນທ້າຍເດືອນ ທັນວາ ຜ່ານມາຊີ້ໃຫ້ເຫັນວ່າ ການຄ້າເອເລັກໂຕນິກ ຫວຽດນາມ ສືບຕໍ່ຮັກສາລະດັບເຕີບໂຕ 18 – 25% ໃນແຕ່ລະປີ

        ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນເຕີບໂຕສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວາງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.

        ຕາມຕົວເລກໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ປະກາດໃນທ້າຍເດືອນ ທັນວາ ຜ່ານມາຊີ້ໃຫ້ເຫັນວ່າ ການຄ້າເອເລັກໂຕນິກ ຫວຽດນາມ ສືບຕໍ່ຮັກສາລະດັບເຕີບໂຕ 18 – 25% ໃນແຕ່ລະປີ; ຂອບຂະໜາດຕະຫຼາດປີ 2025 ບັນລຸປະມານ 32 ຕື້ USD, ນຳ ຫວຽດນາມ ໃຫ້ກາຍເປັນໜຶ່ງໃນບັນດາຕະຫຼາດພັດທະນາໄວທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານ ຫວູຮົ່ງແຄງ, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດຫຸ້ນສ່ວນການຄ້າສາກົນ Saler, ໃຫ້ຂໍ້ສັງເກດວ່າ:

        “ໃນຮອບວຽນການເຕີບໂຕໄລຍະ 2026 2030, ໜຶ່ງໃນບັນດາຂະແໜງການທີ່ໄດ້ຮັບການຄາດຄະເນຈະພັດທະນາຢ່າງແຮງທີ່ສຸດແມ່ນຂະແໜງຜະລິດຕະພັນກະເສດ ຫວຽດນາມ. ນີ້ເຄີຍແມ່ນຂົງເຂດມີທ່າແຮງຫຼາຍຢ່າງ ແລະ ສວມບົດບາດສຳຄັນໃນພື້ນຖານເສດຖະກິດໃນຕະຫຼອດໄລຍະຜ່ານມາ. ດ້ວຍການໜູນຊ່ວຍທີ່ນັບມື້ນັບຈະແຈ້ງຂອງບັນດາພື້ນຖານການຄ້າເອເລັກໂຕນິກ, ຂະແໜງຜະລິດຕະພັນກະເສດໄດ້ຮັບຄວາມຫວັງວ່າ ຈະມີການຫັນປ່ຽນຢ່າງຕັ້ງໜ້າ, ສ້າງທ່າເຕີບໂຕແບບຍືນຍົງໃນໄລຍະຈະມາເຖິງ”.

TAG
VOV/VOVworld/ຮັກ​ສາ/​ລະ​ດັບ​/ເຕີບ​ໂຕ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ