logo

ການຊ້ອມໃຫຍ່ລະດັບຊາດພິທີສວນສະໜາມ, ເດີນຂະບວນ ກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງວັນທີ 30 ເມສາ

2025/4/29 | 02:11:41
(VOVWORLD) - ຕອນເຊົ້າວັນທີ 27 ເມສາ, ການຊ້ອມໃຫຍ່ລະດັບຊາດພິທີສວນສະໜາມ, ເດີນຂະບວນ ກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງວັນທີ 30 ເມສາ
ພິທີມີການເຂົ້າຮ່ວມຂອງບັນດາກຳມະການກົມການເມືອງ: ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຊີ້ນຳສູນກາງພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງ ຫວຽດນາມ; ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ; ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ… ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການສູນກາງ.
ພາຍຫຼັງການສະແດງສິລະປະ, ບັນດາຜູ້ແທນ, ແຂກຖືກເຊີນ, ກ້ອນກຳລັງສວນສະໜາມເດີນຂະບວນ ປະຕິບັດພິທີເຄົາລົບທຸງ. ໃນຈຸດເວລາດຽວກັນ, ບັນດາກຳລັງປືນໃຫຍ່ຢູ່ທ່າເຮືອ ແບັກດັ່ງ ໄດ້ຍິງປືນໃຫຍ່ 21 ລູກພ້ອມກັບເປີດເພງຊາດ.
ຕໍໍ່ຈາກນັ້ນ, ພາຍຫຼັງການນຳສະເໜີຄຳເຫັນຂອງການນຳພັກ, ລັດ, ຕາງໜ້ານັກຮົບເກົ່າ, ຕາງໜ້າໄວໜຸ່ມ ຫວຽດນາມ ແມ່ນການຊ້ອມໃຫຍ່ລະດັບຊາດພິທີສວນສະໜາມ, ເດີນຂະບວນຂອງບັນດາກ້ອນກຳລັງ.
ການຊ້ອມໃຫຍ່ການສວນສະໜາມ, ເດີນຂະບວນໂດຍມີການເຂົ້າຮ່ວມຂອງ 23 ກ້ອນກຳລັງທະຫານ ແລະ ທະຫານປະຊາຊົນປ້ອງກັນຕົວ; 13 ກ້ອນກຳລັງຕຳຫຼວດ; 12 ກ້ອນກຳລັງສວນສະໜາມມະຫາຊົນ; 4 ກ້ອນກຳລັງພິທີກຳ ແລະ 3 ກ້ອນກຳລັງກອງທັບບັນດາປະເທດ.
ກອງດຸລິຍາງກອງທັບ
ນອກຈາກບັນດາກ້ອນກຳລັງສວນສະໜາມ, ເດີນຂະບວນ, ການຊ້ອມໃຫຍ່ຍັງມີການເຂົ້າຮ່ວມ ແລະ ສົມທົບຂອງກອງເຮືອບິນເຮລີກອບເຕີ, ເຮືອບິນສູ້ຮົບ. ບັນດາເຮືອບິນໄດ້ເລີ່ມບິນອອກຈາກສະໜາມບິນ ບຽນຮວ່າ, ໄປນະຄອນ ໂຮ່ຈີມິນ.
ຝູງບິນເຮລີກອບເຕີປະຕິບັດໜ້າທີ່ບິນປ່ອຍທຸງພັກ, ທຸງຊາດ.
ບັນດາເຮືອບິນສູ້ຮົບປະຕິບັດການສະແດງເຕັກນິກຕີລັງກາທາງອາກາດ, ພົ່ນອາຍຮ້ອນຄວັນສີຕ່າງໆ.
ການຊ້ອມໃຫຍ່ລະດັບຊາດແມ່ນບາດກ້າວກະກຽມສຸດທ້າຍໃຫ້ແກ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ