logo

ການນໍາລາວ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງສອງລະບົບສານ ຫວຽດນາມ - ລາວ

2018/8/28 | 11:23:07

(VOVWORLD) ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ.ລາວ ແຕ່ວັນທີ 26 – 28 ສິງຫາ, ໃນລະຫວ່າງວັນທີ 27 – 28 ສິງຫາ, ຄະນະຜູ້ແທນຂັ້ນສູງສານປະຊາຊົນສູງສຸດຫວຽດນາມ ໂດຍທ່ານ ຫງວຽນຮວ່າບິງ, ເລຂາສູນກາງພັກ, ປະທານສານປະຊາຊົນສູງສຸດຫວຽດນາມ ເປັນຫົວໜ້າຄະນະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຕ້ອນຮັບທ່ານ ຫງວຽນຮວ່າບິງ, ເລຂາສູນກາງພັກ, ປະທານສານປະຊາຊົນສູງສຸດຫວຽດນາມ

(ພາບ: KPL)

ທີ່ການຕ້ອນຮັບ, ເມື່ອລາຍງານກ່ຽວກັບໝາກຜົນແຫ່ງການຮ່ວມມືລະຫວ່າງລະບົບສານຂອງສອງປະເທດໃນໄລຍະຜ່ານມາ ຕໍ່ການນໍາລາວໄດ້ຮັບຊາບ, ທ່ານ ຫງວຽນຮວ່າບິງ ໃຫ້ຮູ້ວ່າ ການພົວພັນຮ່ວມມືລະຫວ່າງສອງຝ່າຍໄດ້ພັດທະນາຢ່າງດີງາມ ແລະ ນັບມື້ນັບມີປະສິດທິຜົນ ແລະ ແທດຈິງ ທັງຢູ່ຂັ້ນສູນກາງຕະຫຼອດຮອດຂັ້ນທ້ອງຖິ່ນ. ບົນພື້ນຖານອັນດີງາມນັ້ນ, ໃນໄລຍະຈະມາເຖິງ, ສານປະຊາຊົນສອງປະເທດສືບຕໍ່ແບ່ງປັນ, ແລກປ່ຽນບົດຮຽນ ເພື່ອແນໃສ່ຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງສານ ຢ່າງບໍ່ຢຸດຢັ້ງ, ພິເສດແມ່ນ ໃນການພົບປະແລກປ່ຽນບັນດາຄະນະປະຕິບັດງານ ເພື່ອແບ່ງປັນຂໍ້ມູນຂ່າວສານ ແລະ ຖອດຖອນປະສົບການໃນການພິພາກສາ ແລະ ການເຄື່ອນໄຫວຂອງສານ.

        ບັນດາການນໍາລາວ ກໍສະເໜີໃຫ້ ສານປະຊາຊົນສອງປະເທດ ຈົ່ງສືບຕໍ່ເພີ່ມທະວີການຮ່ວມມື; ພ້ອມທັງສະເໜີໃຫ້ຝ່າຍຫວຽດນາມ ສືບຕໍ່ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຝ່າຍລາວ, ພິເສດແມ່ນການບໍາລຸງສ້າງໃຫ້ແກ່ຜູ້ພິພາກສາ; ຫວັງວ່າ ຝ່າຍຫວຽດນາມ ຈະສືບຕໍ່ຮັກສາການແຕ່ງຕັ້ງນັກຊ່ຽວຊານໄປໜູນຊ່ວຍລາວ, ເພື່ອໃຫ້ຜູ້ພິພາກສາລາວໄດ້ ມີ ບົດຮຽນຕົວຈິງຕື່ມອີກ, ຊ່ວຍໃຫ້ເຂົາເຈົ້ານັບມື້ນັບມີຄວາມຮູ້ດ້ານວິຊາການສູງກວ່າ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂຶ້ນຂອງສັງຄົມ. 

TAG
VOV/VOVworld/ສານປະຊາຊົນ/ລາວ/ຫວຽດນາມ/ພິພາກສາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ