logo

ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ອວຍ​ພອນ​ວັນ​ຊາ​ດ​ລາວ

2022/11/30 | 11:18:00
(VOVWORLD) - ວັນທີ 30 ພະຈິກ, ທ່ານຟານວັນມ໊າຍ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ນຳໜ້າຄະນະຜູ້ແທນນະຄອນໂຮ່ຈີມິນ ໄປຢ້ຽມຢາມ ແລະ ອວຍພອນວັນຊາດ ລາວ ຄົບຮອບ 47 ປີ (2/12/1975 – 2/12-2022) ຢູ່ສະຖານກົງສູນໃຫຍ່ ສປປ.ລາວ ປະຈຳ ນະຄອນໂຮ່ຈີມິນ .

ທ່ານຟານວັນມ໊າຍ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄປຢ້ຽມຢາມ ແລະ ອວຍພອນວັນຊາດ ລາວ ຄົບຮອບ 47 ປີຢູ່ສະຖານກົງສູນໃຫຍ່ ສປປ.ລາວ ປະຈຳ ນະຄອນໂຮ່ຈີມິນ (ພາບ: TTXVN)

ນະທີ່ນີ້, ການນຳນະຄອນ ໂຮ່ຈີມິນ ໄດ້ຢັ້ງຢືນວ່ານະຄອນສືບຕໍ່ຍູ້ແຮງການເຄື່ອນໄຫວຕ່າງໆເພື່ອເພີ່ມທະວີການພົວພັນໃຫ້ເລິກເຊິ່ງ, ສະໜິດຕິດພັນ ກັບບັນດາທ້ອງຖິ່ນຂອງລາວ, ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ.

ສ່ວນທ່ານນາງພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ ສປປ.ລາວ ປະຈຳນະຄອນໂຮ່ຈີມິນ, ກໍ່ສະແດງຄວາມຂອບອົກຂອບໃຈມາຍັງການນຳນະຄອນ ໂຮ່ຈີມິນ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ປະຊາຄົມຊາວລາວ ທີ່ກຳລັງດຳລົງຊີວິດ, ເຮັດວຽກຢູ່ທ້ອງຖິ່ນ. ທ່ານນາງ ພິມພາ ແກ້ວມີໄຊ ກໍ່ຢັ້ງຢືນວ່າ ຈະສົມທົບກັບນະຄອນໂຮ່ຈີມິນ ຍູ້ແຮງການເຄື່ອນໄຫວພົວພັນຕ່າງປະເທດ, ການຮ່ວມມື, ການແລກປ່ຽນໃນທຸກຂົງເຂດໃຫ້ຫຼາຍກ່ວາເກົ່າ, ຕັ້ງໜ້າຖະໜຸຖະໜອມ ແລະ ເພີ່ມພູນຄູນສ້າງ ໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ