logo

ການ​ນຳ​ພັກ, ລັດ​ຖະ​ບານ​ຫວຽດ​ນາມຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

2017/10/24 | 12:00:00
(VOVWORLD) -ຕອນບ່າຍວັນທີ 24 ຕຸລາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 

 ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

ພາບ:TTXVN

ນະທີ່ນີ້ ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ຢືນຢັນ: ລັດຖະບານ ລາວ ຈະສົມທົບກັນຢ່າງແຫນ້ນແຟ້ນກັບລັດຖະບານຫວຽດນາມ ຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນກ່ຽວຂ້ອງ ຜັນຂະຫຍາຍ ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະເຫນີ ສອງລັດຖະບານສົມທົບກັນຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ວິສາຫະກິດ ເປັນເຈົ້າການ ຕັ້ງຫນ້າສົມທົບກັນຜັນຂະຫຍາຍບັນດາຖະແຫລງການຮ່ວມ ຫວຽດນາມ - ລາວ, ບັນດາຂໍ້ຕົກລົງຂັ້ນສຸງລະຫວ່າງການນຳສອງພັກ, ສອງລັດ, ບັນດາສັນຍາການຮ່ວມມືລະຫວ່າງສອງລັດຖະບານ ແລະ ບັນດາໂຄງການ, ແຜນການຮ່ວມມືລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ. ພ້ອມກັນນັ້ນ ຕັ້ງຫນ້າ, ເປັນເຈົ້າການ ກະກຽມໃຫ້ກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ, ສືບຕໍ່ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ”.

ຕອນບ່າຍວັນດຽວກັນ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ສອງປະເທດ ຄວນຊຸກຍູ້ການຮ່ວມມືບັນດາໂຄງການລົງທຶນ, ໃນນັ້ນ ມີໂຄງການໃຫ້ຝ່າຍລາວຮ່ວມມືຂຸດຄົ້ນທ່າກຳປັ່ນ ຫວູງອາງ ຂອງຫວຽດນາມ ແລະ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ຝ່າຍລາວ ຂຸດຄົ້ນບັນດາຂົວທ່າກຳປັ່ນ ຢູ່ຫວູງອາງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສອງຝ່າຍຮ່ວມມືຢ່າງແຫນ້ນແຟ້ນເພື່ອຜັນຂະຫຍາຍບັນດາໂຄງການກ່ຽວຂ້ອງເຖິງພື້ນຖານໂຄງລ່າງ, ຂຸດຄົ້ນປຸງແຕ່ງແຮ່ທາດ ແລະ ບັນດາໂຄງການຮ່ວມມືອື່ນໂດຍໄວ. 

TAG
VOV/VOVworld/ທ່າກຳປັ່ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ