logo

ການ​ນຳ​ພັກ, ລັດ ເຂົ້​າ​ສຸ​ສານ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 96 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

2026/2/3 | 07:24:27
(VOVWORLD) - ຄະນະຜູ້ແທນ ໄດ້ສະແດງຄວາມເຄົາລົບນັບຖື, ສະແດງຄວາມຮູ້ບຸນຄຸນ ອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ, ຜູ້ສ້າງຕັ້ງ, ນຳພາ, ຝືກຝົນຫຼໍ່ຫຼອມ ພັກກອມມູນິດ ຫວຽດນາມ ເຊິ່ງແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດຫວຽດນາມ. 
ການນຳພັກ, ລັດ ເຂົ້າສຸສານ ອາໄລຫາປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສັ້ງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 - 3/2/2026), ຕອນເຊົ້າວັນທີ 3 ກຸມພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ,  ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ ເຂົ້າສຸສານອາໄລຫາປະທານໂຮ່ຈີມິນ. ເຂົ້າຮ່ວມມີທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ, ທ່ານເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ… ພ້ອມກັບການນຳ, ອະດີດການນຳພັກ, ລັດ, ສະພາແຫ່ງຊາດຫຼາຍທ່ານ. ນະທີ່ນີ້, ຄະນະຜູ້ແທນ ໄດ້ສະແດງຄວາມເຄົາລົບນັບຖື, ສະແດງຄວາມຮູ້ບຸນຄຸນ ອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ, ຜູ້ສ້າງຕັ້ງ, ນຳພາ, ຝືກຝົນຫຼໍ່ຫຼອມ ພັກກອມມູນິດ ຫວຽດນາມ ເຊິ່ງແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດຫວຽດນາມ. ຜ່ານໄລຍະ 96 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່, ພັກໄດ້ນຳພາປະຊາຊົນສ້າງບັນດາຜົນສຳເລັດອັນຍິ່ງໃຫຍ່.

TAG
VOV/VOVworld/ການ​ນຳ​ພັກ/ລັດ/ສຸ​ສານ/ປະ​ທານ​ໂຮ່​ຈີ​ມິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ