logo

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

2025/12/16 | 12:17:52
(VOVWORLD) -   ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.
ການໂອ້ລົມສົນທະນາພາຍໃຕ້ຫົວຂໍ້ “ມາດຕະການເຕີບໂຕນຳເຂົ້າສົ່ງອອກສູງ ແລະ ຍືນຍົງ” (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ)

ໃນການໂອ້ລົມສົນທະນາພາຍໃຕ້ຫົວຂໍ້ “ມາດຕະການເຕີບໂຕນຳເຂົ້າສົ່ງອອກສູງ ແລະ ຍືນຍົງ” ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຈັດຂຶ້ນໃນຕອນເຊົ້າວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

        “ກ່ຽວກັບດ້ານໂຄງປະກອບ, ພວກເຮົາກໍມີການຫັນປ່ຽນຢ່າງຕັ້ງໜ້າ ເມື່ອ 85% ປະເພດສິນຄ້າສົ່ງອອກໃນປັດຈຸບັນແມ່ນກຸ່ມສິນຄ້າກ່ຽວກັບອຸດສາຫະກຳ. ຫວນຄືນໄລຍະກ່ອນປີ 1995, ປັດຈຸບັນ ພວກເຮົາໄດ້ມີຄວາມແຕກຕ່າງກັນຫຼາຍແລ້ວ, ເມື່ອກຸ່ມເຊື້ອເພີງ, ແຮ່່ທາດ ພຽງແຕ່ກວມເອົາອັດຕາສ່ວນໜ້ອຍທີ່ສຸດ, ແລະ ກຸ່ມສິນຄ້າອຸດສາຫະກຳ ມີອັດຕາສົ່ງອອກໃຫຍ່ສຸດ. ກ່ຽວກັບການນຳເຂົ້າ, ເຖິງ 90% ບັນດາປະເພດສິນຄ້ານຳເຂົ້າໃນສະພາບເປັນວັດຖຸດິບ, ວັດສະດຸສຳຮອງເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວຜະລິດ ກໍຄືການສົ່ງອອກ, ສ່ວນຍັງເຫຼືອ ຈຶ່ງແມ່ນບັນດາປະເພດສິນຄ້າຮັບໃຊ້ຊີວິດປະຈຳວັນຂອງປະຊາຊົນ”.

TAG
VOV/VOVworld/ນຳ​ເຂົ້າ​ສົ່ງ​ອອກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ