logo

ການ​ປະ​ຕິ​ວັດ​ກ່ຽວ​ກັບ​ກົງ​ຈັກ​ການ​ຈັດ​ຕັ້ງ: ຈາກ​ທ່າ​ຮັບ ຫັນ​ມາ​ເປັນ​ສ້າງ​ສາ, ເປັນ​ເຈົ້າ​ການ​ຮັບ​ໃຊ້​ປະ​ຊາ​ຊົນ

2025/6/16 | 08:47:43
(VOVWORLD) - ເພື່ອໃຫ້ກົງຈັກຂອງບັນດາແຂວງ, ນະຄອນ ພາຍຫຼັງໂຮມເຂົ້າກັນໄດ້ເຄື່ອນໄຫວຢ່າງລຸລ່ວງນັບແຕ່ວັນທີ 1 ກໍລະກົດ, ທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມທົ່ວປະເທດ ຝຶກອົບຮົມກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງຂັ້ນຕາແສງ (ກອງປະຊຸມ). ທ່ານນາຍົກລັດຖະມົນຕີ ເນັ້ນໜັກເປັນພິເສດວ່າ: ສິ່ງສຳຄັນທີ່ສຸດໃນການປະຕິວັດກ່ຽວກັບກົງຈັກການຈັດຕັ້ງແມ່ນການຫັນປ່ຽນສະພາບການມາເປັນການສ້າງສາ, ເປັນເຈົ້າການຮັບໃຊ້, ແກ້ໄຂບັນດາວຽກງານ.
ກອງປະຊຸມທົ່ວປະເທດ ຝຶກອົບຮົມກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງຂັ້ນຕາແສງ ໄດ້ຈັດຂຶ້ນແບບເຊິ່ງໜ້າສົມທົບກັບທາງໄກ (ພາບ: VGP) 

ຫວຽດນາມ ປະຕິບັດການປະຕິວັດກ່ຽວກັບການຈັດຕັ້ງກົງຈັກຂອງລະບົບການເມືອງ ແມ່ນເພື່ອແນໃສ່ເຮັດໃໝ່ບັນດາກຳລັງໜູນພັດທະນາ ແລະ ເຕີບໂຕທີ່ເປັນມູນເຊື້ອ, ຊຸກຍູ້ບັນດາກຳລັງໜູນພັດທະນາ ແລະ ເຕີບໂຕໃໝ່. ລັດຖະບານວາງເປົ້າໝາຍຮອດວັນທີ 30 ມິຖຸນາ, ທົ່ວປະເທດຕ້ອງປະກາດລະບົບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແລະ ນຳເຂົ້າເຄື່ອນໄຫວແຕ່ວັນທີ 01 ກໍລະກົດ.

ຈາກທ່າຮັບ ຫັນມາເປັນສ້າງສາ, ເປັນເຈົ້າການຮັບໃຊ້ປະຊາຊົນ

        ຕາມນາຍົກລັດຖະມົນຕີ, ຫວຽດນາມ ປະຕິບັດການປະຕິວັດການຈັດຕັ້ງກົງຈັກຄັ້ງນີ້ຄືນໃໝ່ ບໍ່ພຽງແຕ່ສ້າງເຂດພັດທະນາໃໝ່ເທົ່ານັ້ນ, ກຳລັງໜູນພັດທະນາໃໝ່, ດ້ວຍຂອບເຂດ, ເປົ້າໝາຍທີ່ກວ້າງກວ່າ, ໃຫຍ່ກວ່າ, ເຂັ້ມແຂງກວ່າ, ຮອບດ້ານກວ່າ ເຊິ່ງສຳຄັນທີ່ສຸດແມ່ນຫັນປ່ຽນສະພາວະຂອງກົງຈັກການເມືອງ (ທັງອົງການພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງ - ສັງຄົມ) ຈາກທ່າຮັບ, ແກ້ໄຂບັນດາບັນຫາຂອງປະຊາຊົນ ມາເປັນສ້າງສາ, ເປັນເຈົ້າການແກ້ໄຂບັນດາວຽກງານ, ບັນຫາຂອງປະຊາຊົນ ແລະ ວິສາຫະກິດ.

        “ນີ້ແມ່ນບັນຫາສຳຄັນທີ່ສຸດຂອງການປະຕິວັດກົງຈັກການຈັດຕັ້ງຄັ້ງນີ້. ຕ້ອງເຊື່ອມຊືມນ້ຳໃຈນີ້ຢ່າງເລິກເຊິ່ງກວ່າ, ເພາະວ່າປະຊາຊົນລໍຄອຍ, ເພື່ອນມິດສາກົນກໍພວມມີຄວາມສົນໃຈທີ່ສຸດ. ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ບັນດາປະເທດເຂດອ່າວ ແລະ ຫຼາຍປະເທດໃຫຍ່ ລ້ວນແຕ່ມີຄວາມສົນໃຈໃນສະພາບປະເທດ ຫວຽດນາມ ຍັງບໍ່ທັນມີເວລາໃດທີ່ມີຖານະບົດບາດ, ກຳລັງບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນຄືໃນປັດຈຸບັນ.  ແນ່ນອນວ່າ ພວກເຮົາຕ້ອງລໍຖ້າປະສິດທິຜົນ ເຊິ່ງການປະຕິວັດນີ້ກະທົບຕໍ່ເສດຖະກິດ - ສັງຄົມ”.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ກ່າວຄຳເຫັນໃນກອງປະຊຸມ (ພາບ: VGP)

        ຢາກສ້າງສາ, ເປັນເຈົ້າການຮັບໃຊ້ປະຊາຊົນ, ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ຕ້ອງໃກ້ຊິດຕິດແທດກັບປະຊາຊົນ. ພັກພວມເພີ່ມທະວີການລົງຮາກຖານ. ອຳນາດການປົກຄອງ ແລະ ແນວໂຮມປະເທດຊາດ ຕ້ອງເພີ່ມທະວີການລົງຮາກຖານ. ພິເສດແມ່ນຮັບຟັງຄຳເຫັນຂອງປະຊາຊົນ, ມີມາດຕະການ, ການກະທຳໃຫ້ເໝາະສົມກັບສະພາບການ, ກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ຮັບໃຊ້ປະຊາຊົນໄດ້ດີກວ່າ.

        ທ່ານນາຍົກລັດຖະມົນຕີ ສະແດງຄວາມລໍຄອຍອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ຈະຫັນປ່ຽນສະພາບການເຊັ່ນນັ້ນຢ່າງແທ້ຈິງ, ພ້ອມທັງໃຫ້ຮູ້ວ່າ ສູນກາງກໍ່ຕ້ອງມີການຫັນປ່ຽນ.

        “ສູນກາງບໍ່ເຮັດວຽກລະອຽດ ເຊິ່ງສຸມໃສ່ປະຕິບັດບັນດາກຸ່ມໜ້າທີ່ຄຸ້ມຄອງລັດ: ສ້າງຍຸດທະສາ, ວາງແຜນຜັງ, ແຜນການ; ສ້າງກົນໄກ, ກົດໝາຍເພື່ອຄຸ້ມຄອງ ແລະ ສ້າງສາພັດທະນາ; ສ້າງກົນໄກ, ນະໂຍບາຍລະດົມແຫຼ່ງກຳລັງເພື່ອພັດທະນາ; ອອກແບບເຄື່ອງມືເພື່ອກວດກາ, ຕິດຕາມ, ຄວບຄຸມສິດອຳນາດ; ຕີລາຄາ, ສະຫຼຸບພຶດຕິກຳຕົວຈິງ, ຖອດຖອນບົດຮຽນປະສົບການ, ສ້າງທິດສະດີ, ທະວີຄູນບັນດາຮູບແບບປະຕິບັດທີ່ດີ ແລະ ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ”.

       ຍູ້ແຮງການຈັດແບ່ງຂັ້ນ, ແບ່ງສິດໃຫ້ແກ່ທ້ອງຖິ່ນ

        ປັດໄຈໜຶ່ງທີ່ສຳຄັນ ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃນກອງປະຊຸມ ນັ້ນແມ່ນຮຽກຮ້ອງໃຫ້ຍູ້ແຮງການຈັດແບ່ງຂັ້ນ, ແບ່ງສິດອຳນາດໃຫ້ແກ້ທ້ອງຖິ່ນ. ນີ້ແມ່ນປະກົດການຈະແຈ້ງທີ່ສຸດຂອງການບໍລິຫານຕາມຮູບແບບສ້າງສາ. ໃນນັ້ນ, ແທນທີ່ການຮັກສາສິດຢູ່ສູນກາງ, ລັດເປັນເຈົ້າການຈັດແບ່ງຂັ້ນໃຫ້ແກ່ທ້ອງຖິ່ນເພື່ອໃຫ້ເຂົາເຈົ້າໃກ້ຊິດກັບປະຊາຊົນກວ່າ, ເຂົ້າໃຈປະຊາຊົນກວ່າ ແລະ ມີການກະທຳໄວກວ່າ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ບັນດາກະຊວງ, ອົງການທຽບເທົ່າກະຊວງ ໄດ້ຍື່ນສະເໜີຕໍ່ລັດຖະບານປະກາດໃຊ້ດຳລັດ 28 ສະບັບວ່າດ້ວຍການຈັດແບ່ງຂັ້ນ, ແບ່ງສິດ, ກຳນົດສິດອຳນາດຕາມຂະແໜງ, ຂົງເຂດ, ເຊັ່ນ: ຍຸຕິທຳ, ການຄຸ້ມຄອງອາກອນ, ການຄຸ້ມຄອງ, ນຳໃຊ້ຊັບສິນສາທາລະນະ, ວຽກງານຊົນເຜົ່າ, ການເຫຼື້ອມໃສ, ສາສະໜາ…

        ນີ້ແມ່ນໝາກຜົນທີ່ບັນລຸໄດ້ໃນຂະບວນວິວັດການສຳຫຼວດກວດຄືນໜ້າທີ່, ສິດອຳນາດຈຳນວນມະຫາສານຂອງບັນດາກະຊວງ, ຂະແໜງການ ແລະ ອຳນາດການປົກຄອງທຸກຂັ້ນ. ໄປຄຽງຄູ່ກັບການປະກາດໃຊ້ດຳລັດ 28 ສະບັບ ແມ່ນຄວາມມານະພະຍາຍາມສ້າງສາທີ່ມີລັກສະນະປະຫວັດສາດ. ມັນບໍ່ພຽງແຕ່ແກ້ໄຂບັນດາບັນຫາຂອງກົງຈັກບໍລິຫານໃນປັດຈຸບັນເທົ່ານັ້ນ, ຫາກຍັງວາງພື້ນຖານໃຫ້ແກ່ຮູບແບບບໍລິຫານທີ່ທັນສະໄໝ, ມີປະສິດທິຜົນ ແລະ ໃກ້ຊິດກັບປະຊາຊົນອີກດ້ວຍ.

        ຕາມບັນດານັກຊ່ຽວຊານແລ້ວ, ຖ້າປະສົບຜົນສຳເລັດ, ນີ້ຈະແມ່ນບາດກ້າວທຳອິດສຳລັບຮູບແບບບໍລິຫານທ້ອງຖິ່ນ 2 ຂັ້ນແບບຍືນຍົງ, ຍົກສູງກຳລັງຄວາມສາມາດຄຸ້ມຄອງຢູ່ຮາກຖານ - ບ່ອນທີ່ປະຊາຊົນໄດ້ເຂົ້າເຖິງອຳນາດການປົກຄອງໂດຍກົງ.

        ພັກຄອມມູນິດ ຫວຽດນາມ ບໍ່ມີເປົ້າໝາຍໃດນອກເໜືອຈາກເປົ້າໝາຍຍາດເອົາເອກະລາດ, ເສລີພາບໃຫ້ແກ່ປະຊາຊົນ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ແລະ ນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ. ການປະຕິວັດກ່ຽວກັບກົງຈັກການຈັດຕັ້ງພວມໄດ້ຮັບການຜັນຂະຫຍາຍນັ້ນ ຈະສ້າງກຳລັງແຮງສັງລວມເພື່ອພັດທະນາປະເທດຊາດ./.

TAG
VOV/VOVworld/ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ​ໃຫ້​ກະ​ທັດ​ລັດ/ໂຮມ​ແຂວງ​ເຂົ້າ​ກັນ/ສ້າງ​ສາ/ເປັນ​ເຈົ້າ​ການ​ຮັບ​ໃຊ້​ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ