logo

ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ-ຢູ​ແກຼນ: ​ອາ​ເມ​ລິ​ກາ ເພີ່ມ​ກຳ​ລັງກົດ​ດັນ​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ

2025/4/25 | 08:09:00
(VOVWORLD) - ໃນອາທິດຜ່ານມາບັນດາເຈົ້າໜ້າທີ່ອຳນາດການປົກຄອງ ອາເມລິກາ ພວມເພີ່ມບັນດາການກະທຳທາງການທູດ ແລະ ການເມືອງ ແນໃສ່ກໍ່ກຳລັງກົດດັນ ບັງຄັບໃຫ້ຝ່າຍຕ່າງໆ ບັນລຸຂໍ້ຕົກລົງຢຸດຕິການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ໂດຍໄວແຕ່ເຖິງແນວນັ້ນກໍ່ຕາມບັນດາການຜັນແປໃນຕົວຈິງສະແດງໃຫ້ເຫັນວ່າ ນີ້ແມ່ນເປົ້າໝາຍທີ່ບໍ່ງ່າຍດາຍ.
ເຂດໜຶ່ງຢູ່ນະຄອນຫຼວງ ກີແອບ ຖືກບຸກໂຈມຕີທາງອາກາດ ວັນທີ 24/4 (ພາບ: Reuters)

ວັນທີ 25 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖະແຫຼງວ່າ ທ່ານໄດ້ຫຍັບມໍ່ເຂົ້າກັບເລື່ອງບັນລຸຂໍ້ຕົກລົງສັນຕິພາບກັບ ລັດເຊຍ ແລະ ຢູແກຼນ  ແລ້ວ. ຖະແຫຼງການນີ້ ໄດ້ເຮັດໃຫ້ຄວາມຫວັງກ່ຽວກັບຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກ່ວາ 3 ປີຖືກຟື້ນຟູຄືນໃໝ່ ພາຍຫຼັງຖືກຈົນຕາແຈເປັນເວລາຍາວນານ.

ກຳນົດເວລາສຸດທ້າຍຂອງອຳນາດການປົກຄອງ ອາເມລິກາ

    ຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump  ພ້ອມດ້ວຍບັນດາຂໍ້ມູນຂ່າວທີ່ເອົາລົງໃນສື່ມວນຊົນຝ່າຍຕາເວັນຕົກໃນຊຸມວັນຜ່ານມາໃຫ້ເຫັນວ່າ ພວມມີຄວາມຄືບໜ້າທີ່ແນ່ນອນໃນການເຈລະຈາຄັ້ງຕ່າງໆ ກ່ຽວກັບຂໍ້ຕົກລົງສັນຕິພາບ ຊື່ງອຳນາດການປົກຄອງ ອາເມລິກາ  ຍົກອອກມາເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ.

ປະທານາທິບໍດີ ອາເມລິກາ Donald Trump ຮ້ອນໃຈກັບລະດັບຄວາມໄວເຈດລະຈ່ສັນຕິພາບລະຫວ່າງ ລັດເຊຍ-ຢູແກຼນ (ພາບ: AFP)

  ບັນດາການກະທຳໃນອາທິດຜ່ານມາໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຈາກອຳນາດການປົກຄອງ ອາເມລິກາ  ກ່ຽວກັບເລື່ອງບັນລຸໄດ້ໄຊຊະນະດ້ານການທູດສຳຄັນໂດຍໄວ ໃນຈຸດເວລາທີ່ທ່ານ Donald Trump ໃກ້ຈະສຳເລັດຄົບ 100 ວັນຂຶ້ນກຳອຳນາດ (ຄືໃນວັນທີ 30 ເມສາ) ຍ້ອນວ່າ ໜຶ່ງໃນບັນດາຖະແຫຼງອອກຫາສຽງເລືອກຕັ້ງທີ່ໜ້າສົນໃຈຂອງທ່ານ Donald Trump ແມ່ນການ “ຢຸດຕິການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ພາຍໃນເວລາ 24 ຊົ່ວໂມງ”. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ຖະແຫຼງວ່າ:

  ການປະທະກັນນີ້ອາດຈະຢຸດຕິລົງ ແລະ ທັງສອງຝ່າຍລ້ວນແຕ່ຕ້ອຍອມຮັບສິ່ງນັ້ນ. ພວກຂ້າພະເຈົ້າໄດ້ຊີ້ໃຫ້ເຂົາເຈົ້າເຫັນເສັ້ນທາງໃນຕໍ່ໜ້າ, ຊີ້ໃຫ້ເຂົາເຈົ້າເຫັນເສັ້ນໄຊ, ດັ່ງນັ້ນ ພວກຂ້າພະເຈົ້າຕ້ອງການຄວາມເຫັນດີຈາກທັງສອງຝ່າຍ.

   ເຖິງແນວນັ້ນກໍ່ຕາມ, ຕາມທ່ານນັກຊ່ຽວຊານ James Nixey, ຜູ້ອຳນວຍການໂຄງການ ລັດເຊຍ ແລະ ອາຊີ-ເອີລົບ ຢູ່ສະຖາບັນ Chatham House (ອັງກິດ), ການເຈລະຈາຄັ້ງຕ່າງໆລະຫວ່າງ ອາເມລິກາ ກັບ ລັດເຊຍ ແລະ ຢູແກຼນ ບໍ່ໄດ້ດຳເນີນໄວຄືດັ່ງຄວາມຄາດຫວັງໃນເບື້ອງຕົ້ນ ກໍ່ພວມເຮັດໃຫ້ອຳນາດການປົກຄອງ ອາເມລິກາ  ຄ່ອຍໆໝົດຄວາມອົດທົນ, ຊື່ງສະແດງອອກຜ່ານຄຳຖະແຫຼງຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ພາຍຫຼັງການເຈລະຈາກັບບັນດາເຈົ້າໜ້າທີ່ ຢູແກຼນ ແລະ ເອີລົບ ຢູ່ ປາຣີ ເມື່ອວັນທີ 18 ເມສາ ວ່າ: ອາເມລິກາ ຈະປະລະບົດບາດເປັນກາງໄກ່ເກ່ຍ ຖ້າຫາກວ່າທຸກວຽກງານບໍ່ມີຄວາມຄືບໜ້າ. ວັນທີ 25 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ສືບຕໍ່ຍົກອອກຄຳກ່າວເຕືອນນີ້ ຂະນະທີ່ໃຫ້ຮູ້ວ່າ ປະເທດ ອາເມລິກາ ວາງອອການກຳນົດເວລາສຸດທ້າຍສຳລັບທຸກໆຝ່າຍທີ່ກ່ຽວຂ້ອງເຖິງການປະທະກັນ ໂດຍບໍ່ໄດ້ຍົກອອກລາຍລະອຽດ:

  ຂ້າພະເຈົ້າໄດ້ວາງອອກການກຳນົດເວລາສຸດທ້າຍສະເພາະຂອງຕົນ. ພວກຂ້າພະເຈົ້າຢາກບັນລຸໄດ້ຂໍ້ຕົກລົງໂດຍໄວ ແລະ ຂ້າພະເຈົ້າຄິດວ່າ ທຸກຄົນ, ນັບທັງອົງການ ນາໂຕ ກໍ່ຢາກບັນລຸຂໍ້ຕົກລົງນີ້ເຊັ່ນດຽວກັນ. ພວກຂ້າພະເຈົ້າໄດ້ວາງອອກການກຳນົດເວລາສຸດທ້າຍ ແລະ ຫຼັງຈາກຈຸດເວລານັ້ນ, ພວກຂ້າພະເຈົ້າຈະມີທ່າທີຕ່າງຫາກ.

ແຜນການຖອນຕົວ

ບັນດາປະເທດ ເອີລົບ ຊື່ງເຄີຍຖືກປັດເຂ່ຍອອກຈາກການເຈລະຈາ ອາເມລິກາ-ລັດເຊຍ-ຢູແກຼນ ແລະ ພວມສ້າງບັນດາແຜນການສະເພາະ ເພື່ອໜູນຊ່ວຍ ຢູແກຼນ ກໍ່ບໍ່ສະໜັບສະໜູນເລື່ອງ ອາເມລິກາ ກໍ່ກຳລັງກົດດັນ ບັງຄັບໃຫ້ ຢູແກຼນ ຍອມຮັບຂໍ້ຕົກລົງໂດຍໄວ ຍ້ອນຖືວ່າ ມີຂໍ້ມາດຕາທີ່ຂາດຜົນປະໂຫຍດໃຫ້ແກ່ ຢູແກຼນ. ຍ້ອນເຫດນັ້ນ, ຖ້າຫາກວ່າ, ທຸກວຽກງານບໍ່ມີການບຸກທະລຸໃນຊຸມວັນຈະມາເຖິງ, ເລື່ອງ ອາເມລິກາ ປະລະບົດບາດເປັນກາງໄກ່ເກ່ຍສັນຕິພາບ ແມ່ນອາດຈະເປັນໄດ້ສູງ. ທ່ານນັກຊ່ຽວຊານ James Nixey ໃຫ້ຂໍ້ສັງເກດວ່າ:

    ອາເມລິກາ ອາດສາມາດປະລະບັນດາການປຶກສາຫາລືກ່ຽວກັບ ຢູແກຼນ. ນີ້ແມ່ນປະເທດ ອາເມລິກາ ທີ່ຕ່າງກັບປະເທດ ອາເມລິກາ ທີ່ພວກເຮົາເຫັນປະຈັກຕາກ່ອນນີ້ 12 ເດືອນ. ດັ່ງນັ້ນ, ຖ້າບໍ່ແກ້ໄຂບັນຫາທີ່ເຂົາເຈົ້າຖະແຫຼງວ່າ ສາມາດແກ້ໄຂໄດ້ນັ້ນ, ອຳນາດການປົກຄອງ ອາເມລິກາ ຈະຖືການປະລະການກ່ຽວຂ້ອງກັບ ລັດເຊຍ-ຢູແກຼນ ແມ່ນແຜນການທີ່ອາດຈະເປັນໄປໄດ້.

  ຖ້າກໍລະນີນີ້ເກີດຂຶ້ນ, ການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ອາດຈະສືບຕໍ່ແກ່ຍາວດ້ວຍຜົນຕາມມາທີ່ບໍ່ສາມາດຄາດຄະເນໄດ້. ຕາມທ່ານ James Nixey, ທັງສອງຝ່າຍ ລັດເຊຍ-ຢູແກຼນ  ລ້ວນແຕ່ສາມາດເດີນຕາມບັນດາແຜນການສະເພາະ ຖ້າເຫັນວ່າ ຂໍ້ຕົກລົງສັນຕິພາບ ໂດຍ ອາເມລິກາ ສະເໜີ ບໍ່ທັນຕອບສະໜອງຄວາມຮຽກຮ້ອງຂອງຕົນໄດ້. ເມື່ອນັ້ນ, ບັນດາຜົນຕາມມາຈາກການປະທະກັນນີ້ ຈະເຮັດໃຫ້ໂລກຍິ່ງມີຄວາມຂາດສະຖຽນລະພາບ, ໃນຈຸດເວລາທີ່ເສດຖະກິດທົ່ວໂລກ ພວມຕ້ອງປະເຊີນໜ້າກັນບັນດາສິ່ງທ້າທາຍໃຫ່ຍ./.

 

TAG
VOV/VOVworld/ປະທານາທິບໍດີ ອາເມລິກາ Donald Trump/ການ​ປະ​ທະ​ກັນ​ລະ​ຫວ່າງ ລັດເຊຍ-ຢູແກຼນ/ທ່ານນັກຊ່ຽວຊານ James Nixey/ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio/ແຜນການຖອນຕົວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ