logo

ການ​ພົບ​ປະ​ຄັ້ງ​ຕ່າງໆ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ອາ​ຊ​ຽນ​ ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 34

2019/6/23 | 08:42:59
(VOVWORLD) - ວັນທີ 22 ມິຖຸນາ, ຢູ່ບາງກອກ ປະເທດໄທ, ໄດ້ຈັດການພົບປະລະຫວ່າງການນຳຂັ້ນສູງອາຊຽນ ກັບຜູ້ຕາງໜ້າສະພາລະຫວ່າງລັດຖະສະພາອາຊຽນ (ASEAN-AIPA), ສະພາທີ່ປຶກສາດຳເນີນທຸລະກິດອາຊຽນ (ASEAN-BAC), ແລະ ຜູ້ຕາງໜ້າລຸ້ນໜຸ່ມອາຊຽນ (ASEAN Youth) ເນື່ອງໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34.
 ການພົບປະ ASEAN-BAC (ພາບ: TTXVN)

  ທີ່ການພົບປະ ASEAN-AIPA, ບັນດາປະເທດເຫັນດີເປັນເອກະສັນຈະຊຸກຍູ້ການຮ່ວມມື ASEAN-AIPA ເພື່ອຈຸເປົ້າໝາຍປະຕິບັດບັນດາແຜນການສັງລວມໃນທັງ 3 ເສົາຄ້ຳໃຫ້ສຳເລັດ. ບັນດາຜູ້ແທນໄດ້ຍົກອອກຂໍ້ສະເໜີແນະຂອງ ASEAN-AIPA ກ່ຽວກັບການຊຸກຍູ້ການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັກສາສິ່ງແວດລ້ອມ, ຕ້ານການກໍ່ການຮ້າຍ, ສິດສະເໝີພາບລະຫວ່າງຍິງ-ຊາຍ…ເພື່ອແນໃສ່ເປົ້າໝາຍສ້າງປະຊາຄົມອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ ແລະ ສາມັກຄີ.

  ທີ່ການພົບປະກັບຜູ້ຕາງໜ້າລຸ້ນໜຸ່ມອາຊຽນ, ບັນດາການນຳໄດ້ຮັບຟັງບັນດາຄຳເຫັນ, ຄວາມສົນໃຈ ແລະ ຄວາມຕ້ອງການຂອງລຸ້ນໜຸ່ມຕໍ່ການສຶກສາຄຸນນະພາບສູງ, ຮັກສາສິ່ງແວດລ້ອມ ແລະ ການພັດທະນາຢ່າງທົ່ວເຖິງ, ສ້າງກາລະໂອກາດຕື່ມອີກໃຫ້ແກ່ການເລີ່ມຕົ້ນດຳເນີນທຸລະກິດ, ການສອນວິຊາຊີບ….

 ການພົບປະ ASEAN Youth (ພາບ: TTXVN)

   ທີ່ການພົບປະ ASEAN-BAC, ບັນດາການນຳໄດ້ຮັບຮູ້ຂໍ້ສະເໜີຕ່າງໆຂອງ ASEAN-BAC ກ່ຽວກັບການນຳໃຊ້ເຕັກໂນໂລຊີ ດີຢີຕອນ, ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ຫັນການຄ້າເປັນສະດວກ, ຫັນການບໍລິການການເງິນເປັນເສລີ, ພັດທະນານະຄອນທັນສະໄໝ, ພັດທະນາກະສິກຳ, ການທ່ອງທ່ຽວ….

  ທີ່ບັນດາການພົບປະເຫຼົ່ານັ້ນ, ຕາງໜ້າລັດຖະບານຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ ໄດ້ຕີລາຄາສູງການປະກອບສ່ວນອັນແທດຈິງຂອງ AIPA, ASEAN-BAC ແລະ ລຸ້ນໜຸ່ມອາຊຽນ ພ້ອມທັງປາດຖະໜາຢາກໃຫ້ບັນດາພາກສ່ວນນີ້ ສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບຂອງຕົນກ່ວາອີກ ປະກອບສ່ວນຊຸກຍູ້ຄວາມສາມັກຄີ, ລະດັບຄວາມຮູ້, ການຮ່ວມມື ແລະ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອແນໃສ່ສ້າງປະຊາຄົມອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ, ມຸງໄປສູ່ປະຊາຊົນ, ຖືເອົາປະຊາຊົນເປັນໃຈກາງ.

 

 

 

TAG
VOV/VOVworld/ASEAN-BAC/AIPA/ASEAN Youth/ການພົບປະ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ