logo

ການ​ພົບ​ປະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ 3 ປະ​ເທດ ປະ​ຈຳປີ - ສັນ​ຍາ​ລັກ​ແກ່​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

2024/11/26 | 08:05:34
(VOVWORLD) -    ຕອນບ່າຍວັນທີ 25 ພະຈິກ, ຢູ່ພະນົມເປັນ ໄດ້ດຳເນີນການພົບປະລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ (ປະຈຳປີ). ນີ້ແມ່ນເຫດການສຳຄັນປະຈຳປີ, ສົມທົບກັບການຊ້ອມຮົບຮ່ວມລະຫວ່າງກອງທັບ 3 ປະເທດ, ກາຍເປັນສັນຍາລັກກ່ຽວກັບການພົວພັນຮ່ວມມືລະຫວ່າງສາມປະເທດບ້ານໃກ້ເຮືອນຄຽງ.
ການພົບປະລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ (ພາບ: VOV)

ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມ - ລາວ - ກຳປູເຈຍ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ. ບັນດາປັດໄຈປະຫວັດສາດ, ທຳມະຊາດ ໄດ້ສ້າງສາຍສຳພັນອັນສະໜິດແໜ້ນ ຈົນເຮັດໃຫ້ 3 ປະເທດສາມາດໜູນຊ່ວຍ, ເສີມສ້າງໃຫ້ແກ່ກັນພ້ອມກັນຄົງຕົວ, ພັດທະນາ ແລະ ປົກປ້ອງເຊິ່ງກັນ ແລະ ກັນ. ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດແຖວໜ້າແກ່ການເພີ່ມທະວີ, ປັບປຸງການພົວພັນຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນກັບ ລາວ ແລະ ກຳປູເຈຍ ຢ່າງບໍ່ຢຸດຢັ້ງ. ທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ເນັ້ນໜັກວ່າ: ການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນ 3 ປະເທດແມ່ນສັນຍາລັກແກ່ຄວາມສາມັກຄີ, ມິດຕະພາບ ລະຫວ່າງ ລາວ - ຫວຽດນາມ - ກຳປູເຈຍ. ກອງທັບ 3 ປະເທດແມ່ນກຳລັງຫຼັກແຫຼ່ງແກ່ນສານໃນການສ້າງສາ, ປົກປັກຮັກສາ, ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີອັນລ້ຳຄ່າລະຫວ່າງ 3 ປະເທດ.

ບັນຍາກາດການພົບປະ (ພາບ: VOV)

        ລັດຖະມົນຕີ 3 ທ່ານ ກໍໄດ້ເຫັນດີເປັນເອກະພາບຮັກສາກົນໄກພົບປະປະຈຳປີ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ; ທຸກປີຈັດການຝຶກອົບຮົມ, ຊ້ອມຮົບຮ່ວມລະຫວ່າງກອງທັບ 3 ປະເທດ; ແລກປ່ຽນຂໍ້ມູນ, ສະພາບການເປັນປະຈຳ, ເພີ່ມທະວີການລາດຕະເວນຮ່ວມ, ຕໍ່ສູ້ກັບອາດຊະຍາກຳຂ້າມຊາຍແດນຢ່າງມີປະສິດທິຜົນ; ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນເຂດຊາຍແດນພັດທະນາເສດຖະກິດ; ສືບຕໍ່ໃຫ້ຄຳປຶກສາ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍລະດັບສາກົນ ແລະ ພາກພື້ນ, ໂດຍສະເພາະແມ່ນ ບັນດາກົນໄກໃນ ອາຊຽນ.

        ກ່ອນໜ້ານັ້ນ ໃນວັນດຽວກັນ, ລັດຖະມົນຕີ 3 ທ່ານໄດ້ເຂົ້າຮ່ວມ ແລະ ເປັນສັກຂີພິຍານການຝຶກຊ້ອມຮ່ວມກູ້ໄພກູ້ຊີບກອງທັບ 3 ປະເທດ ດ້ວຍຫົວຂໍ້ “ກູ້ໄພກູ້ຊີບໃນໄພພິບັດອາຄານຖະຫຼົ່ມລົງ” ຢູ່ແຂວງ Kampong Chhnang, ກຳປູເຈຍ.

ນັກຂ່າວ VOV  ປະຈຳ ກຳປູເຈຍ

TAG
VOV/VOVworld/ກອງ​ທັບ/ກຳ​ປູ​ເຈຍ/ລັດ​ຖະ​ມົນ​ຕີ/ກະ​ຊວງ​ປ້ອງ​ກັນ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ