logo

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທ​ະ​ນະ​ທຳ ຫວ​ຽດ​ນາມ - ລາວ - ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ ແລະ ບຸນ Chol Chnam Thmay

2023/4/10 | 09:13:26
(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ຂອງ 2 ປະເທດ ລາວ ແລະ ກຳປູເຈຍ, ວັນທີ 9 ເມສາ, ຢູ່ນະຄອນ ກອນຕຸມ, ມະຫາວິທະຍາໄລ ດ່າໜັງ ສາຂາ ກອນຕຸມ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ແຂວງ ກອນຕຸມ, ຈັດງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ.
 ນັກສຶກສາ ຫວຽດນາມ, ລາວ, ກຳປູເຈຍ ແລະ ແຂກຖືກເຊີນ ໄດ້ຊີມອາຫານພື້ນເມືອງເຍື່ອງຕ່າງໆ, ກໍຄື ຊອກຮູ້ກ່ຽວກັບວັດທະນະທຳຂອງແຕ່ລະປະເທດ

ດ້ວຍຫົວຂໍ້ “ສີສັນວັດທະນະທຳ ອິນດູຈີນ”, ງານບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງ, ເປັນຕົ້ນແມ່ນ: ການສະແດງສິລະປະວັນນະຄະດີຊົມເຊີຍຄວາມສາມັກຄີ, ການພົວພັນຮ່ວມມືມິດຕະພາບຂອງ 3 ປະເທດ; ສະແດງຄືນບາງພິທີກຳພົ້ນເດັ່ນຕ່າງໆໃນໂອກາດບຸນປີໃໝ່ຂອງລາວ ແລະ ບຸນ Chol Chnam Thmay ຂອງຊາວເຜົ່າ ຂະແມ. ບີໂນ ພັນທິບສະຫວັດ - ນັກສຶກສາ ລາວ ພວມຮ່ຳຮຽນຢູ່ໂຮງຮຽນດັ່ງກ່າວ ໃຫ້ຮູ້ວ່າ:

        “ແຕ່ລະປີ, ທາງໂຮງຮຽນລ້ວນແຕ່ໄດ້ຈັດບຸນປີໃໝ່ໃຫ້ພວກນ້ອງ ແລະ ນັກສຶກສາ ກຳປູເຈຍ. ພວກນ້ອງຮູ້ສຶກດີໃຈຫຼາຍ ເມື່ອໄດ້ຮັບຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອຈາກໂຮງຮຽນ, ບໍ່ວ່າໃນການຮ່ຳຮຽນ ແລະ ການພົບປະແລກປ່ຽນແບບນີ້”.

        ເນື່ອງໃນໂອກາດນີ້, ນັກສຶກສາ ຫວຽດນາມ, ລາວ, ກຳປູເຈຍ ແລະ ແຂກຖືກເຊີນ ຍັງໄດ້ຊີມອາຫານພື້ນເມືອງເຍື່ອງຕ່າງໆ, ກໍຄື ຊອກຮູ້ກ່ຽວກັບວັດທະນະທຳຂອງແຕ່ລະປະເທດ.

TAG
VOV/VOVworld/ບຸນປີໃໝ່ລາວ/ບຸນ Chol Chnam Thmay/ມະ​ຫາ​ວິ​ທະ​ຍາ​ໄລ​ດ່າ​ໜັງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ