logo

ການພົບປະແລກປ່ຽນສິລະປະ“ໄມຕິຈິດມິດຕະພາບຫວຽດນາມ-ລາວ-ກຳປູເຈຍ”

2017/8/18 | 09:55:00
(VOVWORLD) -ຕອນຄ່ຳວັນທີ 17 ສິງຫາ, ກະຊວງຕຳຫລວດຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ກະຊວງພາຍໃນ ກຳປູເຈຍ ຈັດຕັ້ງລາຍການສະແດງສິລະປະ ດ້ວຍຫົວຂໍ້ “ໄມຕິຈິດມິດຕະພາບ ຫວຽດນາມ-ລາວ- ກຳປູເຈຍ”. 

ນັກສິລະປິນ ແລະ ແຂກຖືກເຊີນເຂົ້າຮ່ວມລາຍການ

ພາບ:anninhthudo.vn)

ຄຳເຫັນທີ່ພິທີໄຂ, ທ່ານໂຕເລີມ, ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ເນັ້ນຫນັກວ່າ ຫວຽດນາມ-ລາວ- ກຳປູເຈຍ ແມ່ນສາມປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດ ມີສາຍພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ. ໂດຍຜ່ານການຜັນແປຂອງປະຫວັດສາດ, ສາຍພົວພັນຫວຽດນາມ-ລາວ,ຫວຽດນາມ- ກຳປູເຈຍ ນັບມື້ນັບສະຫນິດຕິດພັນ, ແຫນ້ນແຟ້ນກວ່າ, ເປັນເພື່ອນມິດ, ເພື່ອນຮ່ວມກົມກອງ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ເປັນອ້າຍນ້ອງທີ່ບໍລິສຸດຜຸດຜ່ອງ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຮ່ວມມື, ສາມັກຄີ ແລະ ພັດທະນາ.

ລາຍການສະແດງສິລະປະ ແມ່ນການເຄື່ອນໄຫວມີຄວາມໝາຍແທດຈິງ ເພື່ອສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ- ກຳປູເຈຍ, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ- ລາວ. ນີ້ກໍ່ແມ່ນໂອກາດເພື່ອພົບປະແລກປ່ຽນ, ແລກປ່ຽນບົດຮຽນ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ ກະຊວງຕຳຫລວດ ຫວຽດນາມ ກັບກະຊວງພາຍໃນ ກຳປູເຈຍ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ໃນການປະຕິບັດຫນ້າທີ່ປົກປັກຮັກສາຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະ ກໍ່ສ້າງກຳລັງ.

TAG
VOV/VOVworld/ຕຳຫລວດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ