logo

ການ​​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ຍຸດ​ທະ​ສາດ​ຂອງ​ພື້ນ​ຖານ​ການ​ທູດ​ຮອບ​ດ້ານ, ທັນ​ສະ​ໄໝ

2025/12/30 | 11:28:46
(VOVWORLD) - ບົດລາຍງານໃນກອງປະຊຸມໄດ້ເນັ້ນໜັກເຖິງວຽກງານການທູດປະຊາຊົນໃນປີ 2025 ສືບຕໍ່ສວມບົດບາດເປັນເສົາຄ້ຳການພົວພັນຕ່າງປະເທດສຳຄັນ, ໜູນຊ່ວຍຢ່າງແທດຈິງໃຫ້ແກ່ການພົວພັນຕ່າງປະເທດຂອງພັກ ແລະ ການທູດຂອງລັດ, ປະກອບສ່ວນສ້າງສະພາບແວດລ້ອມສາກົນສັນຕິພາບ, ສະຖຽນລະພາບ ແລະ ສະດວກໃຫ້ແກ່ການພັດທະນາປະເທດຊາດ. 
ທ່ານ ເຈິ່ນເກີມຕູ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: dangcongsan.vn)

ຕອນເຊົ້າວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານການພົວພັນຕ່າງປະເທດປະຊາຊົນປີ 2025, ທິດທາງໜ້າທີ່ປີ 2026. ບົດລາຍງານໃນກອງປະຊຸມໄດ້ເນັ້ນໜັກເຖິງວຽກງານການທູດປະຊາຊົນໃນປີ 2025 ສືບຕໍ່ສວມບົດບາດເປັນເສົາຄ້ຳການພົວພັນຕ່າງປະເທດສຳຄັນ, ໜູນຊ່ວຍຢ່າງແທດຈິງໃຫ້ແກ່ການພົວພັນຕ່າງປະເທດຂອງພັກ ແລະ ການທູດຂອງລັດ, ປະກອບສ່ວນສ້າງສະພາບແວດລ້ອມສາກົນສັນຕິພາບ, ສະຖຽນລະພາບ ແລະ ສະດວກໃຫ້ແກ່ການພັດທະນາປະເທດຊາດ. ຜ່ານເຄືອຂ່າຍຄູ່ຮ່ວມມື, ເພື່ອນມິດສາກົນທີ່ກວ້າງຂວາງ, ບັນດາກິດຈະກຳພົບປະແລກປ່ຽນ, ການຮ່ວມມື, ການຂົນຂວາຍເພື່ອນມິດສາກົນຂອງບັນດາອົງການຈັດຕັ້ງປະຊາຊົນນັບມື້ນັບເຂົ້າສູ່ລວງເລິກ, ປະກອບສ່ວນເພີ່ມທະວີຄວາມຮັບຮູ້, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນ ຫວຽດນາມ ແລະ ປະຊາຊົນບັນດາປະເທດ. ການພົວພັນຕ່າງປະເທດປະຊາຊົນໄດ້ເສີມຂະຫຍາຍປະສິດທິຜົນຂອງ “ກໍາລັງແຮງອ່ອນ”, ປະກອບສ່ວນແຜ່ກະຈາຍພາບພົດ ຫວຽດນາມ ສັນຕິພາບ, ມີຄວາມຮັບຜິດຊອບ ແລະ ເຊື່ອມໂຍງຢ່າງຕັ້ງໜ້າໃນພາບພົດສັງລວມການຕ່າງປະເທດຂອງປະເທດຊາດ.

        ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ເຈິ່ນເກີມຕູ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ຮຽກຮ້ອງໃຫ້ປະຕິບັດບັນດາໜ້າທີ່ໃນປີ 2026 ແລະ ໄລຍະຈະມາເຖິງໃຫ້ເປັນຢ່າງດີທີ່ສຸດ.


TAG
VOV/VOVworld/ການ​ທູດ​/ກໍາລັງແຮງອ່ອນ/ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ