(VOVWORLD) - ໃນສະພາບການປະທະກັນຢູ່ເຂດກາຊາພວມກ້າວເຂົ້າສູ່ໄລຍະໃໝ່ທີ່ຮ້າຍແຮງກ່ວາ, ພາໄປເຖິງຄວາມສ່ຽງເກີດວິນາດຕະກຳມະນຸດສະທຳຂອບຂະໜາດໃຫຍ່, ມີຫຼາຍປະເທດພັນທະມິດຢູ່ເອີລົບຂອງ ອິດສະລາແອັນ ພວມເພີ່ມທະວີບັນດາການກະທຳກໍ່ຄວາມກົດດັນທາງການທູດ ແລະ ການເມືອງຕໍ່ອຳນາດການປົກຄອງອິດສະລາແອັນ.
ໃນຖະແຫຼງການໄດ້ທີ່ຍົກອອກມາໃນວັນທີ 27 ພຶດສະພາ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ (EC) ໄດ້ກ່າວປະນາມການບຸກໂຈມຕີຂອງອິດສະລາແອັນ ທີ່ເຮັດໃຫ້ປະຊາຊົນຫຼາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບຢູ່ເຂດກາຊາ. ນີ້ແມ່ນການກະທຳຄັ້ງຫຼ້າສຸດຈາກຝ່າຍເອີລົບ ໃນການເພີ່ມຄວາມກົດດັນຕໍ່ອິດສະລາແອັນເພື່ອແນໃສ່ຊອກຫາວິທີການແກ້ໄຂຢຸດຕິການປະທະກັນຢູ່ເຂດກາຊາ.
ປ່ຽນແປງທ່າທີ
ຖະແຫຼງການກ່າວປະນາມພ້ອມກັບຂໍ້ສັງເກດຂອງທ່ານນາງ Ursula von der Leyen ຖືວ່າ ເລື່ອງອິດສະລາແອັນນຳໃຊ້ອາວຸດ ບໍ່ສົມກັບ ສາມັນຊົນແມ່ນບໍ່ສາມາດອະທິບາຍໄດ້ຕາມກົດໝາຍວ່າດ້ວຍມະນຸດສະທຳ ແລະ ກົດໝາຍສາກົນ” ສ້າງຂີດໝາຍການປ່ຽນແປງໃຫຍ່ໃນບັນດາຖະແຫຼງການ ແລະ ວິທີການສຳຜັດຂອງທ່ານປະທານ EC ເອງ, ໜຶ່ງໃນບັນດານັກການເມືອງສະໜັບສະໜູນ ອິດສະລາແອັນທີ່ສຸດຢູ່ ເອີລົບ, ກໍ່ຄືຂອງສະຫະພາບ ເອີລົບ (EU) ຕໍ່ນະໂຍບາຍຂອງ ອິດສະລາແອັນ ຢູ່ເຂດກາຊາ. ຄຳຕຳໜິຕິຕຽນນີ້ກໍ່ສືບຕໍ່ບັນດາການກະທຳທີ່ເປັນໜ້າສົນໃຈຈາກບັນດາປະເທດເອີລົບໃນ 2 – 3 ອາທິດຜ່ານມາ ໃນການກໍ່ຄວາມກົດດັນທາງການທູດ ແລະ ການເມືອງຕໍ່ອິດສະລາແອັນ.
ກ່ອນໜ້ານັ້ນ, ຢູ່ກອງປະຊຸມສຸດຍອດ EU - ອັງກິດໃນວັນທີ 19 ພຶດສະພາ, ບັນດາການນຳ EU ແລະ ອັງກິດໄດ້ຕີລາຄາສູງສະພາບການມະນຸດສະທຳຢູ່ເຂດກາຊາໃນປັດຈຸບັນແມ່ນ ບໍ່ອາດຍອມຮັບໄດ້ ແລະ ຮຽກຮ້ອງ ອິດສະລາແອັນ ຢຸດຕິການປິດລ້ອມ ຫຼື ສະກັດກັ້ນບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທຳຢູ່ເຂດກາຊາ. ວັນທີ 20 ພຶດສະພາ, ການນຳອັງກິດ, ຝລັ່ງ ພ້ອມກັບການາດາໄດ້ອອກຖະແຫຼງການຮ່ວມຮຽກຮ້ອງອິດສະລາແອັນ ຢຸດຕິບັ້ນການທະຫານໃໝ່ຢູ່ເຂດກາຊາ, ພ້ອມທັງກ່າວເຕືອນອາດສາມາດໝູນໃຊ້ບັນດາມາດຕະການລະອຽດຄືລົງໂທດທີ່ມີເປົ້າໝາຍຖ້າຄວາມຮຽກຮ້ອງຕ້ອງການບໍ່ໄດ້ຕອບສະໜອງ. ແລະກໍ່ໃນວັນດຽວກັນ, ເປັນຄັ້ງທຳອິດ ບັນດາລັດຖະມົນຕີການຕ່າງປະເທດ EU ທີ່ຈັດກອງປະຊຸມເປັນໜ່ວຍຢູ່ ບຣຸກແຊມ ໄດ້ເຕື້ອງເຖິງການພິຈາລະນາຄືນບາງມາດຕາໃນສັນຍາເຊື່ອມຕໍ່ EU - ອິດສະລາແອັນ, ເອກະສານທາງການສະໜອງກອບນິຕິກຳ ແລະ ລະບອບລະບຽບການເໝາະສົມກັບການໂອ້ລົມສົນທະນາດ້ານການເມືອງ ແລະ ການຮ່ວມມືເສດຖະກິດລະຫວ່າງ EU ແລະ ອິດສະລາແອັນ. ທ່ານລັດຖະມົນຕີການຕ່າງປະເທດ ໂຮນລັງ Casper Veldkamp ໃຫ້ຮູ້ວ່າ:
ຂ້າພະເຈົ້າເຊື່ອໝັ້ນວ່າ ທ່ານນາງປະທານ EC Ursula von der Leyen ກໍ່ເຫັນໄດ້ວ່າສິ່ງສຳຄັນທີ່ສຸດໃນປັດຈຸບັນແມ່ນເອີລົບຕ້ອງຍົກອອກສັນຍານທີ່ຈະແຈ້ງໃຫ້ແກ່ ອິດສະລາແອັນ ກ່ຽວກັບບັນດາຄວາມວິຕົກກັງວົນໃນປັດຈຸບັນຢູ່ເອີລົບ, ໃນທົ່ວສັງຄົມ ແລະ ວົງການນັກການເມືອງບັນດາປະເທດ ທີ່ກ່ຽວຂ້ອງເຖິງສະພາບການມະນຸດສະທຳຢູ່ເຂດກາຊາ ແລະ ບັນດາ ຈຸດປະສົງເປີດກວ້າງການປະທະກັນຈາກຝ່າຍອິດສະລາແອັນ.
ໂດຍເຄີຍແມ່ນບັນດາປະເທດສະໜັບສະໜູນອິດສະລາແອັນຢ່າງແຮງ ນັບແຕ່ເວລາເກີດການປະທະກັນຢູ່ເຂດກາຊາ ເມື່ອເດືອນຕຸລາ 2024, ປັດຈຸບັນຫຼາຍປະເທດເອີລົບ ພວມມີສັນຍານສະແດງໃຫ້ເຫັນຂາດຄວາມມານະອົດທົນຕໍ່ບັນດານະໂຍບາຍຂອງອິດສະລາແອັນ ຢູ່ເຂດກາຊາ. ຊ້ຳບໍ່ໜຳ ບັນດາປະເທດໃນເອີລົບ ຢາກກຸ່ມນີ້ກໍ່ຄວາມກົນດັນຢ່າງແຮງຕໍ່ອິດສະລາແອັນ ດ້ວຍບັນດາການກະທຳລົງໂທດຢ່າງລະອຽດ. ກ່າວຄຳເຫັນໃນວັນທີ 25 ພຶດສະພາ ພາຍຫຼັງກອງປະຊຸມກັບບັນດາປະເທດ ອາຣັບ ຢູ່ນະຄອນຫຼວງ Madrid (ແອັດສະປາຍ) ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ເຂດ ກາຊາ, ທ່ານ ລັດຖະມົນຕີການຕ່າງປະເທດ ແອັດສະປາຍ, Jose Manuel Albares ຖະແຫຼງວ່າ:
ພວກເຮົາໝົດທຸກຄົນຕ້ອງຊຸກຍູ້ຄຳສັ່ງຫ້າມອາວຸດ. ສິ່ງທີ່ພາກຕາເວັນອອກກາງ ຕ້ອງການທີ່ສຸດໃນປັດຈຸບັນແມ່ນອາວຸດ ແລະ ພວກເຮົາຕ້ອງພິຈາລະນາຄືນໃໝ່ບັນຊີລາຍຊື່ບັນດາຄຳສັ່ງລົງໂທດສ່ວນບຸກຄົນເຊິ່ງສະຫະພາບ ເອີລົບພວມມີ, ເພື່ອຮັບປະກັນວ່າບໍ່ອະນຸຍາດ ໃຫ້ບໍ່ວ່າຜູ້ໃດບໍ່ເຫັນດີຕໍ່ວິທີການສອງລັດ, ເຊິ່ງພວກເຮົາໝົດທຸກຄົນລ້ວນແຕ່ຮູ້ວ່າ ນັ້ນແມ່ນວິທີການດີທີ່ສຸດ ນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບຢູ່ພາກຕາເວັນອອກກາງ, ອາດຈະປະສົບຜົນສຳເລັດ.
ບົດບາດຂອງ ອາເມລິກາ
ບໍ່ພຽງແຕ່ມາຈາກ EU, ຄວາມກົດດັ່ນທາງການຕ່າງປະເທດສຳລັບ ອິດສະລາແອັນໃນປັດຈຸບັນກໍ່ພວມເພີ່ມຂຶ້ນຈາກລັດຖະບານ ອັງກິດ, ປະເທດພັນທະມິດທີ່ສະໜິດສະໜົມຂອງອິດສະລາແອັນ. ໃນການກະທຳແຂງກ້າດ້າງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນສຳລັບອິດສະລາແອັນ, ວັນທີ 20 ພຶດສະພາ, ລັດຖະບານ ອັງກິດ ໄດ້ຢຸດຕິບັນດາການເຈລະຈາທາງການຄ້າແບບເສລີກັບ ອິດສະລາແອັນ, ໂຮມເອກອັກຄະລັດຖະທູດ ອິດສະລາແອັນ ແລະ ປະກາດຈະຈັດວາງບັນດາຄຳສັ່ງລົງໂທດສຳລັບ ຊາວອິດສະລາແອັນຕັ້ງຖິ່ນຖານຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ອະທິບາຍຕໍ່ລັດຖະສະພາ ອັງກິດກ່ຽວກັບການຕັດສິນນີ້, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ David Lammy ຖືວ່າ ອິດສະລາແອັນ ພວມບໍ່ສົນໃຈຕໍ່ບັນດາຄວາມວິຕົກກັງວົນຂອງບັນດາປະເທດຄູ່ຮ່ວມມື ແລະ ເລື່ອງອິດສະລາແອັນຍູ້ແຮງບັ້ນການທະຫານຢູ່ເຂດກາຊາ ພວມກໍ່ຜົນເສຍຫາຍຕໍ່ການພົວພັນລະຫວ່າງ ອັງກິດ ແລະ ອິດສະລາແອັນ.
ຕາມວົງການນັກສັງເກດການແລ້ວ, ບັນດາປະເທດສຳພັນທະມິດເອີລົບຂອງ ອິດສະລາແອັນ ພວມມີການປ່ຽນແປງໃຫຍ່ສຳລັບການປະທະກັນຢູ່ເຂດກາຊາ, ດ້ວຍສາຍເຫດຫຼັກແມ່ນຈຳນວນສາມັນຊົນປາແລັດສະຕິນ ເສຍຊີວິດ ແລະ ຮັບບາດເຈັບ ຢູ່ເຂດກາຊາໃນປັດຈຸບັນລື່ນກາຍ 53.000 ຄົນ ຕາມຕົວເລກຂອງສະຫະປະຊາຊາດ, ພ້ອມກັບຄວາມນາບຂູ່ກ່ຽວກັບວິກິດການດ້ານມະນຸດສະທຳທີ່ນັບມື້ນັບຮ້າຍແຮງໃນຊຸມອາທິດຜ່ານມາ, ການປ່ຽນແປງນີ້ອາດຈະເຮັດໃຫ້ລັດຖະບານ ອິດສະລາແອັນ ຕ້ອງຊັ່ງຊາຢ່າງລະມັດລະວັງກ່ວາເມື່ອຢາກຊຸກຍູ້ໄລຍະໃໝ່ຂອງບັ້ນການທະຫານຢູ່ເຂດກາຊາ. ເຖິງຢ່າງໃດກໍຕາມ, ຢູ່ກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ເຂດກາຊາດທີ່ Madrid (ແອັດສະປາຍ) ເມື່ອວັນທີ 25 ພຶດສະພາ, ມີເຈົ້າໜ້າທີ່ການຕ່າງປະເທດຫຼາຍປະເທດຖືວ່າ ໂດຍບໍ່ຫົວຊາຕໍ່ບັນດາຄວາມມານະພະຍາຍາມຈາກເອີລົບ, ການະທະກັນຢູ່ເຂດກາຊາ ຍາກທີ່ຈະມີການຫັນປ່ຽນທີຕັ້ງໜ້າຖ້າບໍ່ມີການແຊກແຊງຂອງອຳນາດການປົກຄອງອາເມລິກາ. ທ່ານນາຍົກລັດຖະມົນຕີ ປາແລັດສະຕິນ Mohammad Mustafa ເນັ້ນໜັກວ່າ:
ອາເມລິການ ແມ່ນປັດໄຈສຳຄັນທີ່ສຸດຢູ່ພາກພື້ນຕາເວັນອອກກາງ. ພວກຂ້າພະເຈົ້າຢາກເຂົາເຈົ້າເຂົ້າຮ່ວມຍິ່ງຫຼາຍກໍ່ຍິ່ງດີ. ບັນດາຄວາມມານະພະຍາຍາມຂອງອາເມລິກາ ເພື່ອບັນລຸໄດ້ຄຳສັ່ງຢຸດຍິງ ຢູ່ເຂດກາຊາແມ່ນເປັນໜ້າຊື່ນຊົມ ແຕ່ພວກຂ້າພະເຈົ້າຢາກເຂົາເຈົ້າເຂົ້າຮ່ວມກອງປະຊຸມສັນຕິພາບຢູ່ ນິວຢອກ. ບັນດາຄຳໝັ້ນສັນຍາທີ່ຕັ້ງໜ້າຂອງ ອາເມລິກາ ຈະຊ່ວຍນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ.
ມີການກະທຳທີ່ຕັ້ງໜ້ານັ້ນແມ່ນ ໜັງສືພິມ Jerusalem Post ຂອງ ອິດສະລາແອັນ ສະບັບອອກໃນວັນທີ 25 ພຶດສະພາ ໄດ້ຄັດສະເໜີສອງແຫຼ່ງຂ່າວເຂົ້າໃຈບັນຫາໃຫ້ຮູ້ວ່າ ໃນຊຸມວັນມໍ່ໆມານີ້, ອາເມລິກາ ໄດ້ສະເໜີອິດສະລາແອັນໂຈະດຳເນີນບັ້ນການທະຫານຮອບດ້ານຢູ່ເຂດກາຊາ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາຄວາມມານະພະຍາຍາມເຈລະຈາຂໍ້ຕົກລົງແລກປ່ຽນຕົວປະກັນ ກັບຂະບວນການ ອິດສະລາມ ຮາມາດ. ໄປຄຽງຄູ່ກັນນັ້ນ, ອຳນາດການປົກຄອງອາເມລິກາ ໃນປັດຈຸບັນຍັງສືບຕໍ່ບັນດາການເຈລະຈາ ແບບທາງອ້ອມ ກັບຮາມາດ ຜ່ານບາງປັດໄຈເປັນກາງໄກເກ່ຍ ໃນພາກພື້ນ, ເຖິງວ່າລັດຖະບານ ອິດສະລາແອັນ ໃນວັນທີ 22 ພຶດສະພາ ໄດ້ຕັດສິນໃຈໂຮມຄະນະເຈລະຈາກັບ ຮາມາດຈາກກາຕາກັບເມື່ອປະເທດ. ດັ່ງນັ້ນ, ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ ອາເມລິກາ ຍັງສວມບົດບາດຫຼັກແຫຼ່ງໃນບໍ່ວ່າຂໍ້ຕົກລົງໃດເພື່ອແນໃສ່ແກ້ໄຂການປະທະກັນຢູ່ເຂດກາຊາ ໃນອະນາຄົດ.




