logo

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ກຳ​ປູ​ເຈຍ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລິມ ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ

2026/2/9 | 09:00:31
(VOVWORLD) - ໃນບົດຂຽນທີ່ມີຫົວຂໍ້ “ກຳລັງໜູນໃໝ່ໃນການພົວພັນ ກຳປູເຈຍ - ຫວຽດນາມ”, AKP ສະຫງວນເວລາຫຼາຍເພື່ອແນະນຳເນື້ອໃນຂອງການພົບປະລະຫວ່າງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານປະທານພັກປະຊາຊົນ ກຳປູເຈຍ (CPP) Samdech Techo Hun Sen. 
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານປະທານພັກປະຊາຊົນ ກຳປູເຈຍ (CPP) Samdech Techo Hun Sen (ພາບ: TTXVN)

ວັນທີ 8 ກຸມພາ, ສຳນັກຂ່າວສານແຫ່ງຊາດ ກຳປູເຈຍ (AKP) ໄດ້ເອົາລົງບົດຂຽນກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກ ກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມໃນວັນທີ 6 ກຸມພາ, ໃນນັ້ນເນັ້ນໜັກວ່າ ການຢ້ຽມຢາມສ້າງກຳລັງໜູນພັດທະນາໃໝ່ໃຫ້ແກ່ການພົວພັນສອງຝ່າຍ ໃນບັນດາຂົງເຂດລະຫວ່າງສອງປະເທດ.

ໃນບົດຂຽນທີ່ມີຫົວຂໍ້ “ກຳລັງໜູນໃໝ່ໃນການພົວພັນ ກຳປູເຈຍ - ຫວຽດນາມ”, AKP ສະຫງວນເວລາຫຼາຍເພື່ອແນະນຳເນື້ອໃນຂອງການພົບປະລະຫວ່າງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານປະທານພັກປະຊາຊົນ ກຳປູເຈຍ (CPP) Samdech Techo Hun Sen. ສອງຝ່າຍໄດ້ເນັ້ນໜັກວ່າການພົວພັນລະຫວ່າງສອງພັກ ແມ່ນພື້ນຖານກຳນົດທິດສັງລວມການພົວພັນ ຫວຽດນາມ - ກຳປູເຈຍ, ພ້ອມທັງຢັ້ງຢືນການພົບປະລະຫວ່າງກົມການເມືອງ ພັກກອມມູນິດ ຫວຽດນາມ ແລະ ຄະນະປະຈຳສູນກາງພັກປະຊາຊົນ ກຳປູເຈຍມີຄວາມໝາຍສຳຄັນ, ສ້າງພື້ນຖານການເມືອງອັນໝັ້ນແກ່ນ, ກຳນົດທິດໃຫ້ແກ່ການພົວພັນ ແລະ ວິທີການແກ້ໄຂບາງບັນຫາລະອຽດລະຫວ່າງສອງປະເທດ.

TAG
VOV/VOVworld/ຫວຽດ​ນາມ/ກຳ​ປູ​ເຈຍ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ