logo

ການ​ຢ້ຽມ​ຢາມ ທ​າງ​ລັດ​ຖະ​ກິດ​ຢູ່​ລາວ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື່ອງ ຈະ​ສ້າງ​ກຳ​ລັງ​ໜູນ​ໃໝ່​ທີ່​ສຳ​ຄັນ​ໃຫ້​ແກ່​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

2025/4/22 | 08:59:26
(VOVWORLD) - ການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ເລື່ອງເກື່ອງ ໃນຄັ້ງນີ້ ຈະສ້າງກຳລັງໜູນໃໝ່, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ, ນຳການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.
 ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ (ພາບ: TTXVN)
“ການຢ້ຽມຢາມ ທາງລັດຖະກິດຢູ່ລາວຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຈະສ້າງກຳລັງໜູນໃໝ່ທີ່ສຳຄັນໃຫ້ແກ່ການພົວພັນແບບພິເສດ ຫວຽດນາມ - ລາວ” ສິ່ງດັ່ງກ່າວ ໂດຍທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກເມື່ອຕອບສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຂອງທ່ານປະທານປະເທດ ຫວຽດນາມ ເລື່ອງເກື່ອງ ເຊິ່ງຈະດຳເນີນແຕ່ວັນທີ 24 – 25 ເມສາ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ຕາມທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ແລ້ວ, ການຢ້ຽມຢາມແມ່ນເພື່ອແນໃສ່ສືບຕໍ່ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ທີ່ຍາມໃດກໍຖືປະເທດລາວ ແລະ ສາຍພົວພັນແບບພິເສດ ຫວຽດນາມ - ລາວ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນການຜັນຂະຫຍາຍນະໂຍບາຍພົວພັນຕ່າງປະເທດຂອງຕົນ; ຢັ້ງຢືນການສະໜັບສະໜູນຢ່າງແຮງຂອງ ຫວຽດນາມ ສຳລັບພາລະກິດແຫ່ງການປ່ຽນແປງໃໝ່ຢູ່ ລາວ… ພ້ອມກັບຫຼາຍເນື້ອໃນສຳຄັນ ທີ່ຄາດວ່າການນຳສອງປະເທດຈະນຳມາປຶກສາຫາລື, ທ່ານເອກອັກຄະລັດຖະທູດ ຖືວ່າ ການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ເລື່ອງເກື່ອງ ໃນຄັ້ງນີ້ ຈະສ້າງກຳລັງໜູນໃໝ່, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ, ນຳການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.
TAG
VOV/VOVworld/ປະ​ທາ​ນ​ປະ​ເທດ​ເລືອງ​ເກື່ອງ/ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ/ກຳ​ລັງ​ໜູນ​ໃໝ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ