logo

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ໃນ​ເດືອນ ມັງ​ກອນ​ເພີ່ມ​ຂຶ້ນ​ເກືອບ 30%

2026/2/6 | 09:39:52
(VOVWORLD) -  ກະຊວງກະສິກຳ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ ຂະແໜງສືບຕໍ່ສ້າງໂຄງປະກອບກະສິກຳຄືນໃໝ່ ຕາມທິດຍົກສູງມູນຄ່າເພີ່ມ, ພັດທະນາແບບຍືນຍົງ, ຕິດພັນກັບສຸຂະອະນາໄມດ້ານສະບຽງອາຫານ ແລະ ຄົ້ນຫາຕົ້ນກຳເນີດ.
ການຖະແຫຼງຂ່າວນັດສາມັນຂອງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ (ພາບ: VOV)

ຕາມຕົວເລກຫຼ້າສຸດຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ ຫວຽດນາມ, ເດືອນມັງກອນປີ 2026, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປາຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ຄາດວ່າບັນລຸເກືອບ 6,51 ຕື້ USD, ເພີ່ມຂຶ້ນ 29,5% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ບັນດາໝວດຜະລິດຕະພັນຄື: ຜະລິດຕະພັນກະເສດ, ຜະລິດຕະພັນລ້ຽງສັດ, ສິນໃນນ້ຳ ລ້ວນແຕ່ຮັບຮູ້ລະດັບເພີ່ມຂຶ້ນທີ່ຕັ້ງໜ້າ. ກະຊວງກະສິກຳ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ ຂະແໜງສືບຕໍ່ສ້າງໂຄງປະກອບກະສິກຳຄືນໃໝ່ ຕາມທິດຍົກສູງມູນຄ່າເພີ່ມ, ພັດທະນາແບບຍືນຍົງ, ຕິດພັນກັບສຸຂະອະນາໄມດ້ານສະບຽງອາຫານ ແລະ ຄົ້ນຫາຕົ້ນກຳເນີດ. ສ້າງໂຄງປະກອບຄືນໃໝ່ບໍ່ພຽງແຕ່ໃນການປູກຝັງ, ລ້ຽງສັດ, ສິນໃນນ້ຳ, ເຄື່ອງປ່າຂອງດົງ ເທົ່ານັ້ນຫາກຍັງໃນທົ່ວລະບົບມູນຄ່າ, ນັບແຕ່ການຜະລິດ ຈົນຮອດການປຸງແຕ່ງ, ຊົມໃຊ້, ປັບຕົວໃຫ້ເຂົ້າກັບບັນດາຄວາມຮຽກຮ້ອງຕ້ອງການຂອງແຕ່ລະຕະຫຼາດສົ່ງອອກຢ່າງມີໄຫວພິບ.

TAG
VOV/VOVworld/ຜະ​ລິດ​ຕະ​ພັນ​ກະ​ເສດ/ເຄື່ອງ​​ປ່າ​ຂອງ​ດົງ/ສິນ​ໃນ​ນ້ຳ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ