logo

ການສຳຫຼວດ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ​ປີ 2026: ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ກ່ອນ​ວັນ​ທີ 30 ມິ​ຖຸ​ນາ

2026/2/3 | 06:29:00
(VOVWORLD) - ໃນການປະຊຸມກະກຽມໃຫ້ແກ່ກອງປະຊຸມຜັນຂະຫຍາຍ ແລະ ກວດຄືນ, ດັດປັບແຜນການສຳຫຼວດເສດຖະກິດທົ່ວປະເທດປີ 2026 ໄດ້ດຳເນີນໃນຕອນບ່າຍວັນທີ 2 ກຸມພາ ຢູ່ ຮ່າໂນ້ຍ, ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຍູ້ໄວຄວາມຄືບໜ້າ, ສູ້ຊົນປະຕິບັດສຳເລັດກ່ອນວັນທີ 30 ມິຖຸນາ, ໝາຍຄວາມວ່າໄວກວ່າແຜນການໃນເບື້ອງຕົ້ນ 7 ເດືອນ .
ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ (ພາບ: nhandan.vn)

ການສຳຫຼວດເສດຖະກິດທົ່ວປະເທດປີ 2026 ມີຄວາມໝາຍສຳຄັນເປັນພິເສດເມື່ອໄດ້ຮັບການຜັນຂະຫຍາຍໃນປີທຳອິດແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2026 – 2030 ເພື່ອແນໃສ່ສະໜອງສະພາບລວມ, ຄົບຖ້ວນ ແລະ ອັດເດດສະພາບຕົວຈິງຂອງພື້ນຖານເສດຖະກິດ, ຮັບໃຊ້ວຽກງານຕີລາຄາ, ວາງແຜນກຳນົດ ແລະ ບໍລິຫານນະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງປະເທດ. ກ່າວຄຳເຫັນສະຫຼຸບການປະຊຸມ, ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໜັກວ່າ ຕາມແຜນການດັດປັບ, ໄລຍະທີ 1 ຈະສຳເລັດການເກັບກຳຂໍ້ມູນໃນວັນທີ 10 ມີນາ; ໄລຍະທີ 2 ສຳເລັດໃນວັນທີ 30 ເມສາ; ໝາກຜົນເບື້ອງຕົ້ນຈະໄດ້ຮັບການປະກາດກ່ອນວັນທີ 30 ມິຖຸນາ.

ຂ້າພະເຈົ້າສະເໜີໃຫ້ປັບປຸງແບບວິທີ ແລະ ແຜນການປະຕິບັດໃນທັນທີພື່ອລາຍງານຕໍ່ນາຍົກລັດຖະມົນຕີ. ສຸມໃສ່ການກວດຄືນ, ປັບປຸງບັນດາເອກະສານ ແລະ ຊອັບແວການສຳຫຼວດໃຫ້ສົມບູນແບບ ເພື່ອແນະນຳໃຫ້ບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນຢ່າງທັນການ, ຮັບປະກັນປະຕິບັດສຳເລັດວຽກງານເກັບກຳຂໍ້ມູນໂດຍໄວ ແລະ ພວກເຮົາຈະໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດເຂົ້າໃນການກຳນົດລະຫັດຂະແໜງ ແລະຕິດຕາມເວລາປະຕິບັດຕົວຈິງຢ່າງສຸດຂີດ”.

 
TAG
VOV/VOVworld/ການສຳຫຼວດ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ​/ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ