logo

ການຫັນປ່ຽນຢ່າງຕັ້ງຫນ້າໃນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ

2024/12/26 | 09:12:26

(VOVWORLD) - ການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ ແມ່ນຫນ້າທີ່ການເມືອງພິເສດຂອງພັກ, ລັດ ຫວຽດນາມ. ຫວຽດນາມ ໄດ້ວາງຄາດໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃນຂອບເຂດທົ່ວປະເທດໃນປີຫນ້າ. ມາຮອດປະຈຸບັນ, ມີເຮືອນຫລັງໃຫມ່ຫລາຍຫລັງໄດ້ກໍ່ສ້າງສຳເລັດ, ມີອີກຫລາຍຫລັງພວມຮີບເຮັ່ງໄດ້ຮັບການກໍ່ສ້າງ, ຢັ້ງຢືນເຈດຈຳນົງ, ຄວາມຕັດສິນໃຈຢ່າງສູງຂອງທົ່ວພັກ, ທົ່ວປວງຊົນ ໃນການປະຕິບັດພາລະກິດແຫ່ງການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ພັດທະນາແບບຍືນຍົງ.        

ພະນັກງານ,ກຳລັງຕຳຫລວດ ແຂວງລາຍເຈົາ ຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ ໃຫ້ບັນດາຄອບຄົວທຸກຍາກຢູ່ເຂດຊາຍແດນ. (ພາບ: VOV)

ປະຈຸບັນ, ຫວຽດນາມ ຍັງມີກວ່າ 315.000 ຄອບຄົວປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ ຕ້ອງການໄດ້ຮັບການການຫນູນຊ່ວຍ, ສ່ວນຫລາຍແມ່ນຢູ່ເຂດຫ່າງໄກສອກຫລີກ, ເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຊາຍແດນໝູ່ເກາະ, ເຂດຊົນເຜົ່າສ່ວນຫນ້ອຍ.

ຄວາມປິຕິຊົມຊື່ນໃນເຮືອນຫລັງໃຫມ່

ໃນຊຸມມື້ທ້າຍປີ ເອື້ອຍ ໂຮ່ທິແຫ້ງ, ຊາວເຜົ່າ ກາຢອງ ຢູ່ ບ້ານ ຢາກາວ ຕາແສງ ເຟືອກຢາ, ເມືອງ ຫຽບດຶກ, ແຂວງ ກວ໊າງນາມ ຫາກໍ່ໄດ້ຮັບເຮືອນຫລັງໃຫມ່. ຍາກທີ່ຈະພັນລະນາໄດ້ເຖິງຄວາມດີໃຈ, ຄວາມສຸກຂອງແມ່ຍິງຜູ້ດຽວທີ່ລ້ຽງລູກນ້ອຍ 4 ຄົນຢູ່ເຂດຫ່າງໄກສອກຫລີກນີ້.                                   

‍ຂໍຂອບໃຈພັກ ແລະ ລັດ ທີ່ໄດ້ມີຄວາມເອົາໃຈໃສ່ຕໍ່ພວກຂ້າພະເຈົ້າ. ເຮືອນຫລັງນີ້ແມ່ນໄດ້ຮັບການຫນູນຊ່ວຍຕາມມະຕິ. ມີເຮືອນຢູ່ຄືແນວນີ້ ພວກຂ້າພະເຈົ້າດີໃຈຫລາຍ, ປະຈຸບັນ ມີຄວາມອຸ່ນອ່ຽນໃຈທຳມາຫາກິນແລ້ວ. ບຸນເຕັດປີນີ້ ມີເຮືອນຫລັງໃຫມ່ຢູ່, ແມ່ລູກຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈຫລາຍ. ກ່ອນນີ້ແມ່ນເຮືອນຢູ່ຊົ່ວຄາວ ສະນັ້ນ ຍາມຝົນຕົກ ແລະ ພາຍຸແມ່ນປະສົບກັບຄວາມຫຍຸ້ງຍາກຫລາຍ, ປະຈຸບັນ ລັດມີຄວາມເອົາໃຈໃສ່ປຸກສ້າງເຮືອນໃຫ້ ພວກຂ້າພະເຈົ້າປິຕິຊົມຊື່ນຫລາຍ.          ເຊັ່ນດຽວກັນກັບຄອບຄົວເອື້ອຍ ໂຮ່ທິແຫ້ງ, ມີ 33 ຄອບຄົວຊາວເຜົ່າ ກາຢອງ ອື່ນອີກຢູ່ ຕາແສງ ເຝືອກຢາ ເມືອງ ຫຽບດຶກ ໄດ້ຮັບການຫນູນຊ່ວຍງົບປະມານເພື່ອລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ.

ໃນຂະນະນັ້ນ ຢູ່ທາງພາກເຫນືອ, ຄອບຄົວອ້າຍ ຢ່າງອາຈິງ ບ້ານ ເຢ່ັນທ່າງອາ ຕາແສງ ຢ່າວຊານ ເມືອງ ຝອງໂຖ ແຂວງ ລາຍເຈົາ ເຄີຍແມ່ນຄອບຄົວທຸກຍາກ. ເຮືອນຫລັງເກົ່າ ມີເນື້ອທີ່ເກືອບ 20 ຕາແມັດ ປຸກສ້າງດ້ວຍໄມ້ເຮ້ຍໄມ້ໄຜ່ ແຕ່ປີ 2019 ປະຈຸບັນແມ່ນຊຸດໂຊມຢ່າງແຮງ ແລະ ຮົ່ວ, ມີລົມຊອດຜ່ານເຂົ້ານຳຝາເຮືອນ. ແຕ່ດ້ວຍແຫລ່ງເງິນຫນູນຊ່ວຍຂອງລັດ, ຄອບຄົວອ້າຍ ໄດ້ມີເຮືອນຫລັງໃຫມ່ກວ້າງ 70 ຕາແມັດ.

ຫນ້າທີ່ການເມືອງສຳຄັນພິເສດ

ການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ ແມ່ນຫນ້າທີ່ການເມືອງສຳຄັນພິເສດຂອງພັກ, ລັດ ຫວຽດນາມ. ມີຫລາຍນະໂຍຍາຍກ່ຽວກັບດ້ານເຮືອນຢູ່ ສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວທຸກຍາກ, ຄອບຄົວຖືກຜົນສະທ້ອນຈາກໄພທຳມະຊາດໄດ້ຮັບການປະກາດໃຊ້ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ. ພ້ອມກັບສູນກາງ ເພື່ອລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ, ມີຫລາຍກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ໄດ້ມີວິທີເຮັດຢ່າງມີຫົວຄິດປະດິດສ້າງ, ລະດົມໄດ້ແຫລ່ງກຳລັງຄື: ແຂວງ ດ້ຽນບຽນ ລົບລ້າງໄດ້ 5.000 ຫລັງ, ແຂວງ ເຫງ້ອານ ລົບລ້າງໄດ້ກວ່າ 5.600 ຫລັງ, ແຂວງ ກາວບັ່ງ ຫນູນຊ່ວຍກໍ່ສ້າງເຮືອນຫລັງໃຫມ່ໄດ້ກວ່າ 3.600 ຫລັງ; ມີຫລາຍກະຊວງ, ຂະແຫນງການສູນກາງ, ວິສາຫະກິດ ພ້ອມກັນຕັ້ງຫນ້າປະຈັນບານໃນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ…

ເອື້ອຍ ໂຮ່ທິແຫ້ງ, ຊາວເຜົ່າ ກາຢອງ ຢູ່ ບ້ານ ຢາກາວ  ໃນເຮືອນຫລັງໃຫມ່. (ພາບ:VOV)

ຢູ່ ແຂວງ ບັກກ້ານ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ແຂວງ ໄດ້ຫນູນຊ່ວຍກວ່າ 1.800 ຄອບຄົວລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ. ຄາດວ່າໃນປີຫນ້າ, ບັກກ້ານ ຈະລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ປະມານ 3.173 ຫລັງໃຫ້ແກ່ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກ ດ້ວຍງົບປະມານກວ່າ 152 ຕື້ດົ່ງ. ທ່ານນາງ ໂດ້ທິຫ່ຽນ, ຫົວຫນ້າພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ບັກກ້ານ ໃຫ້ຮູ້ວ່າ:           

ປະຈຸບັນ ດ້ວຍເຮືອນກວ່າ 3.000 ຫລັງນີ້ ສ່ວນຫລາຍແມ່ນແຂວງ ໄດ້ຈັດວາງງົບປະມານຄົບຖ້ວນແລ້ວເພື່ອໃຫ້ຄອບຄົວປຸກສ້າງເຮືອນຫລັງໃຫມ່ແມ່ນ 60 ລ້ານດົ່ງຕໍ່ຫລັງ, ແລະ ສ້ອມແປງແມ່ນ 30 ລ້ານຕໍ່ຫລັງ, ນອກນັ້ນ ແຂວງ ຍັງສະຫງວນແຫລ່ງເງິນຈາກກອງທຶນເພື່ອຜູ້ທຸກຍາກ ແລະ ຈຳນວນເງິນປະມານ 100 ຕື້ດົ່ງ ເພື່ອແກ້ໄຂຜົນຕາມມາຈາກໄພທຳມະຊາດ ແລະ ສ່ວນຫລາຍແມ່ນດ້ານເຮືອນຢູ່. ອາດເວົ້າໄດ້ວ່າ ມາຮອດປະຈຸບັນ ແຫລ່ງງົບປະມານແມ່ນຕອບສະຫນອງໄດ້ໂດຍພື້ນຖານ.

ແຂວງ ລາຍເຈົາ ປະຈຸບັນ ມີເກືອບ 3.000 ຄອບຄົວ ຕ້ອງການການຫນູນຊ່ວຍດ້ານເຮືອນຢູ່, ໃນນັ້ນ ຕ້ອງກໍ່ສ້າງເຮືອນຫລັງໃຫມ່ແມ່ນກວ່າ 2.200 ຫລັງ. ໃນປີຫນ້າ ການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ ໄດ້ຮັບການກຳນົດວ່າແມ່ນເປົ້າໝາຍດ້ານການເມືອງຂອງທ້ອງຖິ່ນ. ທ່ານ ຮວ່າງກ່ຽວແອງ, ຮອງປະທານ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ລາຍເຈົາ ໃຫ້ຮູ້ວ່າ:                                   

ເພື່ອລະດົມແຫລ່ງກຳລັງຕື່ມອີກໃນການປະຕິບັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມຢູ່ບໍລິເວນແຂວງ, ແນວໂຮມປະເທດຊາດ ແຂວງ ພວມສົບທົບກັບບັນດາອົງການ, ຫົວຫນ່ວຍ, ທ້ອງຖິ່ນ ຍູ້ແຮງການໂຄສະນາ, ຂົນຂວາຍວົງຄະນະຍາດຕັ້ງຫນ້າເຂົ້າຮ່ວມຕອບສະຫນອງຂະບວນການແຂ່ງຂັນ. ທິດນຳແມ່ນ ຜູ້ໃດມີເງິນກໍ່ປະກອບເງິນ, ຜູ້ໃດມີກຳລັງເຫື່ອແຮງກໍ່ປະກອບແຮງງານ ຫລື ແມ່ນປະກອບວັດສະດຸກໍ່ສ້າງ. ຄວາມຕັດສິນໃຈດ້ານການເມືອງຂອງແຂວງ ເປັນການສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ແມ່ນການປະຕິບັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມຢູ່ບໍລິເວນແຂວງຢ່າງສຳເລັດຜົນ ໃນປີ  2025.

 ການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃຫ້ແກ່ຄອບຄົວທຸກຍາກ ບໍ່ພຽງແຕ່ແມ່ນການສ້ອມແປງ, ປຸກສ້າງຄືນເຮືອນຫລັງໃຫມ່ເທົ່ານັ້ນ ຫາກຍັງແມ່ນວິວັດການປັບປຸງຄຸນນະພາບຊີວິດການເປັນຢູ່ ຈາກນັ້ນ ກໍ່ຮັບປະກັນຊີວິດສັງຄົມ, ປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງອີກດ້ວຍ.

TAG
VOV/VOVworld/ເຮືອນຢູ່ຊົ່ວຄາວ/ເຮືອນຊຸດໂຊມ/ຫນູນຊ່ວຍດ້ານເຮືອນຢູ່/ປຸກສ້າງຄືນເຮືອນຫລັງໃຫມ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ