logo

ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ໃນ ອາ​ຊຽນ ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

2020/12/9 | 12:04:41
(VOVWORLD) -  ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (ADMM) ຖືກໄຂຂຶ້ນດ້ວຍຮູບການທາງອອນລາຍໃນຕອນເຊົ້າວັນທີ 9 ທັນວາ ຢູ່ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລີກ, ປະທານ ອາຊຽນ 2020.
 ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລີກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: qdnd.vn)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລີກ ເນັ້ນໜັກວ່າ ໂລກລະບາດໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງໃນຫຼາຍດ້ານເຖິງຫຼາຍປະເທດ. ໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກນັ້ນ, ອາຊຽນ ໄດ້ສະແດງໃຫ້ເຫັນບົດບາດ "ສະໜິດຕິດພັນ" ແລະ “ເປັນເຈົ້າການຮັບມື" ເຊິ່ງຖືກຕາມຫົວຂໍ້ຂອງປີ ອາຊຽນ 2020. ໃນຂົງເຂດປ້ອງກັນຊາດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ເນັ້ນໜັກວ່າ:

“ພວກເຮົາຍັງສືບຕໍ່ຮັກສາໄດ້ທ່ວງທ່າຮ່ວມມືດ້ານປ້ອງກັນຊາດໃນ ອາຊຽນ ຜ່ານການນຳໃຊ້ບັນດາພື້ນຖານເຕັກນິກດີຈີຕອນຢ່າງມີຫົວຄິດປະດິດສ້າງ ເພື່ອຮັບໃຊ້ການຖະແຫຼງຂ່າວ, ຕິດຕໍ່ພົວພັນ ແລະ ຈັດຕັ້ງກອງປະຊຸມຕ່າງໆ ແລະ ດຳເນີນການຝຶກຊ້ອມແກ້ໄຂກໍລະນີທາງອອນລາຍ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງກຳລັງເສນາຮັກ ອາຊຽນ ໃນເດືອນ ພຶດສະພາ 2020."

ທີ່ກອງປະຊຸມ, ລັດຖະມົນຕີກະຊວງປ້ອງກັນຊາດ 10 ປະເທດ ອາຊຽນ ໄດ້ພິຈາລະນາ, ຮັບຮອງເອົາຫຼາຍຂໍ້ລິເລີ່ມກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ ອາຊຽນ; ແຜນການເຄື່ອນໄຫວໄລຍະ 3 ປີ ຂອງ ADMM ໄລຍະ 2020 – 2022 ແລະ ພິເສດແມ່ນ ຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນຊາດ ເພື່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື./.


TAG
VOV/VOVworld/ປ້ອງ​ກັນ​ຊາດ/ADMM

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ