logo

ການຮ່ວມມືດ້ານເສດຖະກິດ, ການຄ້າ - ຈຸດພົ້ນເດັ່ນໃນການພົວພັນ ຫວຽດນາມ - ອິນໂດເນເຊຍ

2025/5/4 | 08:00:00
(VOVWORLD) - ປະຈຸບັນ ໃນ ອາຂຽນ, ອິນໂດເນເຊຍ ແມ່ນຄູ່ຄ້າໃຫຍ່ທີ 3 ຂອງ ຫວຽດນາມ ແລະ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ທີ 4 ຂອງ ອິນໂດເນເຊຍ.

ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດແຕ່ປີ 1955 ມາຮອດປະຈຸບັນ, ການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ  ຍາມໃດກໍ່ໄດ້ຮັບການພັດທະນາຢ່າງແຮງໃນທຸກຂົງເຂດ. ປະຈຸບັນ, ຫວຽດນາມ ແລະ ອິນໂດເນເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງກັນຢູ່ພາກພື້, ໃນນັ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າໄດ້ມີບາດກ້າວພັດທະນາຢ່າງໃຫຍ່ຫຼວງ, ກາຍເປັນຈຸດພົ້ນເດັ່ນໃນການພົວພັນຂອງ 2 ປະເທດ.

(ທ່ານ ເຈິ່ນມິງຮຸ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ)

“ການຄ້າ 2 ສົ້ນ ຫວຽດນາມ ແລະ ອິນໂດເນເຊຍ ໃນປີ 2024 ບັນລຸການເຕີບໂຕດີ. ປະຈຸບັນ ໃນ ອາຂຽນ, ອິນໂດເນເຊຍ ແມ່ນຄູ່ຄ້າໃຫຍ່ທີ 3 ຂອງ ຫວຽດນາມ ແລະ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ທີ 4 ຂອງ ອິນໂດເນເຊຍ. ການຄ້າລະຫວ່າງ 2 ປະເທດໄດ້ລື່ນກາຍລະດັບ 16 ຕື້ USD ໃນທ້າຍປີ 2024, ໃນນັ້ນ, ຄາດວ່າ ການສົ່ງອອກຈາກ ຫວຽດນາມ ໄປຍັງ ອິນໂດເນເຊຍ ບັນລຸກວ່າ 6 ຕື້ USD, ເຊິ່ງແມ່ນຕົວເລກສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ສະນັ້ນ, ວົງເງິນການຄ້າ 2 ສົ້ນໄດ້ເພີ່ມຂຶ້ນທົບ 4 ເທົ່າໃນໄລຍະ 10 ປີຜ່ານມາ”.

ນັ້ນແມ່ນບັນດາຕົວເລກທີ່ໜ້າປະທັບໃຈທີ່ ທ່ານ ເຈິ່ນມິງຮຸ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ແນະນຳເມື່ອຕີລາຄາກ່ຽວກັບຜົນງານໃນການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງ 2 ປະເທດ ທີ່ກອງປະຊຸມສຳມະນາ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີການພົວພັນຄູ່ຮ່ວມມື, ເປີດກວ້າງ ແລະ ເຮັດໃຫ້ນ້ຳໃຈມິດຕະພາບເລິກເຊິ່ງຂຶ້ນຕື່ມ” ເຊິ່ງຈັດຂຶ້ນໃນທ້າຍເດືອນ ມີນາ ຜ່ານມາ. ປະຈຸບັນ, ຫວຽດນາມ ແມ່ນນັກສະໜອງທີ່ມີອິດທິພົນຊື່ສຽງ ດ້ວຍຫຼາຍຜະລິດຕະພັນໃຫ້ແກ່ຕະຫຼາດ ອິນໂດເນເຊຍ, ຄື: ເຂົ້າສານ, ກາເຟ, ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ, ໂທລະສັບມືຖື, ເຄື່ອງຈັກ… ວົງເງິນສົ່ງອອກບັນດາຜະລິດຕະພັນນີ້ໄປຍັງ ອິນໂດເນເຊຍ ລ້ວນແຕ່ບັນລຸປະມານ 500 ລ້ານ USD ຕໍ່ປີ. ດ້ານອື່ນ, ມີຫຼາຍຜະລິດຕະພັນທີ່ມີທ່າແຮງຂອງ ອິນໂດເນເຊຍ, ຄື: ຖ່ານຫີນ, ຜະລິດຕະພັນເຊື້ອເພີງ, ລົດໂອໂຕ… ກໍ່ໄດ້ຮັບຄວາມສົນໃຈຂອງບັນດາວິສາຫະກິດ ຫວຽດນາມ, ນຳເຂົ້າ.

(ທ່ານນາງ ຟານທິຢ້ຽວລິງ, ຮອງຫົວໜ້າຫ້ອງການ ອາຊີຕາເວັນອອກສ່ຽງໃຕ້ - ອາຊີໃຕ້ ແລະ ການຮ່ວມມືພາກພື້ນ, ກົມພັດທະນາຕະຫຼາດຕ່າງປະເທດ)

ທ່ານນາງ ຟານທິຢ້ຽວລິງ, ຮອງຫົວໜ້າຫ້ອງການ ອາຊີຕາເວັນອອກສ່ຽງໃຕ້ - ອາຊີໃຕ້ ແລະ ການຮ່ວມມືພາກພື້ນ, ກົມພັດທະນາຕະຫຼາດຕ່າງປະເທດ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ, ຕີລາຄາວ່າ:

“ເພື່ອບັລຸໄດ້ໝາກຜົນການເຕີບໂຕດ້ານການຄ້າຢ່າງຕັ້ງໜ້າຄືດັ່ງກ່າວ ນອກຈາກຍ້ອນຄວາມເອົາໃຈໃສ່ຊີ້ນຳຂອງການນຳຂັ້ນສູງ; ການຮ່ວມມືກັນຢ່າງແໜ້ນແຟ້ນຂອງບັນດາກະຊວງ, ອົງການ, ຄະນະ, ຂະແໜງການ, ສະຫະສະຄົມ; ຄວາມມານະພະຍາຍາມ ແລະ ຕັ້ງໜ້າຂອງວິສາຫະກິດ, ກໍ່ຍັງມີບົດບາດສຳຄັນທີ່ສຸດຂອງກະແສການລົງທຶນອອກສູ່ຕ່າງປະເທດຂອງວິສາຫະກິດ ຫວຽດນາມ ແລະ ອິນໂດເນເຊຍ”.

ໄລ່ຮອດປີ 2023, ອິນໂດເນເຊຍ ໄດ້ລົງທຶນເຂົ້າ ຫວຽດນາມ ກວ່າ 300 ໂຄງການ, ດ້ວຍຍອດທຶນຈົດທະບຽນປະມານ 800 ລ້ານ USD. ມີຫຼາຍກຸ່ມບໍລິສັດ, ບໍລິສັດຂອງ ອິນໂດເນເຊຍ ພວມລົງທຶນ ແລະ ດຳເນີນທຸລະກິດບັນລຸຜົນສຳເລັດຢູ່ ຫວຽດນາມ, ຄື: Ciputra, Traveloka, Vietmindo Energitama,… ກົງກັນຂ້າມ, ມີວິສາຫະກິດ, ກຸ່ມບໍລິສັດໃຫຍ່ຈຳນວນໜຶ່ງຂອງ ຫວຽດນາມ ໄດ້ລົງທຶນ ແລະ ສ້າງຂີດໝາຍຢູ່ຕະຫຼາດ ອິນໂດເນເຊຍ, ຄື: Vingroup, FPT, Era Blue… ຕາມບັນດານັກລົງທຶນແລ້ວ, ໜຶ່ງໃນບັນດາຂົງເຂດມີແງ່ຫວັງທີ່ສຸດແມ່ນ ພະລາທິການ ແລະ ຄົມມະນາຄົມສີຂຽວ ເຊິ່ງ VinFast ແມ່ນຕົວຢ່າງໜຶ່ງ. ໂດຍສະແດງຄວາມຫວັງຕໍ່ຄວາມສາມາດບົ່ມຊ້ອນ ໃນການຂຸດຄົ້ນຕະຫຼາດ ອິນໂດເນເຊຍ ໃນຂົງເຂດລົດໄຟຟ້າໃຫ້ VinFast ເວົ້າສະເພາະ ແລະ ບັນດາວິສາຫະກິດ ຫວຽດນາມ ເວົ້າລວມ, ທ່ານ ຫງວຽນດິ່ງຈຽນ, ຜູ້ອຳນວຍການຝ່າຍການລົງທຶນ, ບໍລິສັດຫຸ້ນສ່ວນຜະລິດ ແລະ ດຳເນີນທຸລະກິດ VinFast, ໃຫ້ຮູ້ວ່າ:

“ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຂຸດຄົ້ນໃນຂົງເຂດລົດໄຟຟ້າຢູ່ ອິນໂດເນເຊຍ, ເມື່ອອັດຕາຜູ້ນຳໃຊ້ລົດໄຟຟ້າຢູ່ ອິນໂດເນເຊຍ ຫາກໍ່ບັນລຸ 8%. ອິນໂດເນເຊຍ ແມ່ນປະເທດສຳຄັນທີ່ສຸດ, ຍາມໃດກໍ່ເປັນໃຈກາງຂອງການປະຕິວັດລົໄຟຟ້າຢູ່ ອາຊີຕາເວັນອອກສ່ຽໃຕ້, ດ້ວຍຈຳນວນ 68% ປະຊາກອນໃນເກນອາຍຸອອກແຮງງານ, ລະດັບເຕີບໂຕເສດຖະກິດສູງ ແລະ ເປັນປົກກະຕິ, ພ້ອມກັນນັ້ນ, ຍັງມີການໜູນຊ່ວຍຫຼາຍພໍສົມຄວນຈາກລັດຖະບານ ສຳລັບການນຳໃຊ້ລົດໄຟ້ຟ້າ”.

ໃນການຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ ຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໃນເດືອນ ມີນາ ຜ່ານມາ, ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ, ວາງອອກເປົ້າໝາຍການຄ້າ 18 ຕື້ USD ໃນປີ 2028, ໃຫ້ຄຳໝັ້ນສັນຍາເຮັດໃຫ້ການພົວພັນດ້ານເສດຖະກິດໃຫ້ເລິກເຊິ່ງຂຶ້ນຕື່ມ. ແນ່ນອນວ່າ, ນີ້ຈະແມ່ນປະຖົມປັດໄຈເພື່ອໃຫ້ການຮ່ວມມືດ້ານເສດຖະກິດ - ການຄ້າຂອງ ຫວຽດນາມ - ອິນໂດເນເຊຍ ບັນລຸຜົນງານໃໝ່ຫຼາຍຢ່າງໃນໄລຍະຈະມາເຖິງ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ