logo

ການ​ຮ່ວມ​ມື​ທາງ​ດ້ານ​ພະ​ລັງ​ງານ ລະ​ຫວ່າງ ພາກ​ພື້ນ ອາ​ຊຽນ + 3

2020/11/18 | 10:56:38
(VOVWORLD) -ຫົວໜ້າຄະນະຜູ້ແທນບັນດາປະເທດ ໄດ້ພິຈາລະຈາຄືນໃໝ່ບັນດາບັນຫາຕົ້ນຕໍໃນການຮ່ວມມື ກ່ຽວກັບພະລັງງານລະຫວ່າງ ພາກພື້ນ ອາຊຽນ ກັບ 3 ປະເທດ, ພິເສດແມ່ນເນື້ອໃນ ແລະ ແຜນການຮ່ວມມື ແລະ ການໜູນຊ່ວຍຂອງ 3 ປະເທດ ໃນໄລຍະ 2021 – 2025...
 ກອງປະຊຸມຈັດກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ອາຊຽນ + 3 ກ່ຽວກັບພະລັງງານ ຄັ້ງທີ 17 ຕາມຮູບການທາງອອນລາຍ (ພາບ: congthuong.vn)

ໂດຍສືບຕໍ່ບັນດາການເຄື່ອນໄຫວທີ່ນອນໃນຂອບເຂດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ພະລັງງານ ອາຊຽນ ຄັ້ງທີ 38 (SEOM 38) ເຊິ່ງຖືກຈັດຂຶ້ນຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 24 – 27 ເດືອນສິງຫາ ປີ 2020, ວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຈັດກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ອາຊຽນ + 3 ກ່ຽວກັບພະລັງງານ ຄັ້ງທີ 17 ຕາມຮູບການທາງອອນລາຍ, ດ້ວຍຖານະເປັນຫົວໜ້າ SEOM ຂອງ ຫວຽດນາມ ໃນ ອາຊຽນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເປັນປະທານບໍລິຫານ ແລະ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມ. ເຂົ້າຮ່ວມກອງປະຊຸມ ມີຫົວໜ້າຄະນະ SEOM ຂອງ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ບັນດາປະເທດສະມາຊິກ ອາຊຽນ. ທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນບັນດາປະເທດ ໄດ້ພິຈາລະຈາຄືນໃໝ່ບັນດາບັນຫາຕົ້ນຕໍໃນການຮ່ວມມື ກ່ຽວກັບພະລັງງານລະຫວ່າງ ພາກພື້ນ ອາຊຽນ ກັບ 3 ປະເທດ, ພິເສດແມ່ນເນື້ອໃນ ແລະ ແຜນການຮ່ວມມື ແລະ ການໜູນຊ່ວຍຂອງ 3 ປະເທດ ໃນໄລຍະ 2021 – 2025, ພ້ອມທັງເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນການຮ່ວມມື ແລະ ໜູນຊ່ວຍກ່ຽວກັບບັນຫາພະລັງງານ ເພື່ອຍື່ນສະເໜີຜ່ານກອງປະຊຸມລັດຖະມົນຕີພະລັງງານ ອາຊຽນ (AMEM) ຄັ້ງທີ 38 ໃນວັນທີ 19 ພະຈິກ.


TAG
VOV/VOVworld/SEOM/ພະ​ລັງ​ງານ/AMEM

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ