logo

ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ແມ່ນ​ພື້ນ​ຖານ​ໃຫ້​ແກ່​ການ​ພົວ​ພັນ ລະ​ຫວ່າງ ອາ​ຊຽນ ແລະ ຍີ່​ປຸ່ນ

2021/7/21 | 11:13:06
(VOVWORLD) -  ວັນທີ 21 ກໍລະກົດ, ດ້ວຍບົດບາດເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາໂຕ້ມົນຂັ້ນສູງແບບທາງໄກ ດ້ວຍຫົວຂໍ້ “ຫວນຄືນໄລຍະທາງຜ່ານໄປ ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ຄົບຮອບ 50 ປີ”. 
ບັນດາຜູ້ແທນ ຫວຽດນາມ ເຂົ້າຮ່ວມການໂອ້ລົມສົນທະນາ “ຫວນຄືນໄລຍະທາງຜ່ານໄປ ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ຄົບຮອບ 50 ປີ” (ພາບ: baoquocte.vn)

ການໂອ້ລົມສົນທະນາດັ່ງກ່າວ ແມ່ນຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອແນໃສ່ສ້າງກາລະໂອກາດໃຫ້ແກ່ບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ພ້ອມກັນຫວນຄືນໄລຍະທາງເກືອບ 5 ທົດສະວັດແຫ່ງການຮ່ວມມື ແລະ ກຳນົດທິດໃຫ້ແກ່ໄລຍະຕໍ່ໄປ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊິນ (ພາບ: baoquocte.vn)

 ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊິນ ໄດ້ເນັ້ນໜັກວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແມ່ນພື້ນຖານແກ່ການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ. ທ່ານຕີລາຄາສູງການຮ່ວມມືພັດທະນາ, ການຮ່ວມມືກັນດ້ານເຕັກນິກ ແລະ ການໜູນຊ່ວຍຢ່າງທັນການຂອງ ຍີ່ປຸ່ນ ທີ່ສະຫງວນໃຫ້ແກ່ບັນດາປະເທດ ອາຊຽນ, ໃນນັ້ນມີ ຫວຽດນາມ, ໂດຍສະເພາະແມ່ນການຮັດແຄບໄລຍະຫ່າງໃນການພັດທະນາ, ພັດທະນາບັນດາອະນຸພາກພື້ນ, ໃນນັ້ນ ມີອະນຸພາກພື້ນແມ່ນ້ຳຂອງ ແລະ ໃນການຮັບມືກັບໂລກລະບາດໂຄວິດ - 19 ໃນປັດຈຸບັນ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ກໍຢັ້ງຢືນວ່າ ໃນບົດບາດເປັນປະເທດປະທານງານການພົວພັນ ລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021 ແລະ ໃນໄລຍະຈະມາເຖິງ, ຫວຽດນາມ ຍາມໃດກໍມານະພະຍາຍາມປະກອບສ່ວນເຂົ້າໃນການສ້າງສາຍພົວພັນ “ຈາກຫົວໃຈຫາຫົວໃຈ” ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ການພົວພັນຄູ່ຮ່ວມມືແບບສະເໝີພາບ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ.

TAG
VOV/VOVworld/ອາ​ຊຽນ/ຍີ່​ປຸ່ນ/ຮ່ວມ​ມື

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ