logo

ການເຄື່ອນໄຫວຕ່າງໆໃນໂຄງການ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023”

2023/11/13 | 13:47:00
(VOVWORLD) -

ຕອນເຊົ້າວັນທີ 11 ພະຈິກ, ຢູ່ນະຄອນ ເຫ້ວ, ແຂວງ ເທື່ອທຽນເຫ້ວ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ໄຂໂຄງການ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023”, ດ້ວຍຫົວຂໍ້ “ຖະແຫຼງຂ່າວ ແລະ ການສື່ສານ, ຈຸດເດັ່ນໃນການພົວພັນຮ່ວມມື ຫວຽດນາມ - ລາວ”.

ເປີດສາກພິທີໄຂແມ່ນບາງລາຍການສະແດງສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ - ລາວ, ບັນດາບົດເພງ, ວາດຟ້ອນທີ່ເປັນເອກະລັກສະເພາະ ຍ້ອງຍໍຊົມເຊີຍການພົວພັນມິດຕະພາບແບບພິເສດ ລະຫວ່າງສອງປະເທດ.

ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນແທັງເລີມ, ກ່າວຄຳເຫັນທີ່ພິທີໄຂ
ບັນດາຜູ້ແທນຕັດແຖບຜ້າໄຂ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023”
ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໂພສີ ແກ້ວມະນີວົງ, ກ່າວຄຳເຫັນທີ່ພິທີໄຂ
ບັນດາຜູ້ແທນຢ້ຽມຊົມງານວາງສະແດງພາບຖ່າຍກ່ຽວກັບການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ

ໃນຂອບເຂດພິທີໄຂ "ວັນບຸນໄມຕິຈິດມິດຕະພາບພາບພິເສດ ຫວຽດນາມ - ລາວ ປີ 2023", ກົມຖະແຫຼງຂ່າວໃຫ້ຕ່າງປະເທດ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ) ກັບກົມສື່ສານມວນຊົນ (ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ) ໄດ້ເຊັນບົດບັນທຶກຊ່ວຍຈຳການຮ່ວມມື,  ເພື່ອແນໃສ່ຍູ້ແຮງວຽກງານຖະແຫຼງຂ່າວ ສື່ສານລະຫວ່າງສອງປະເທດ ຫວຽດນາມ - ລາວ.
ແລະ ຕອນຄ່ຳວັນດຽວກັນ, ໃຂຂອບເຂດໂຄງການ, ໄດ້ຈັດລາຍການພົບປະແລກປ່ຽນສະແດງສິລະປະ ຫວຽດນາມ - ລາວ, ດ້ວຍຫົວຂໍ້ "ສາຍໃຈໜຽວແໜ້ນ, ຍືນຍົງຄົງຕົວຕະຫຼອດກາລະນານ"
ການສະແດງສິລະປະທີ່ລາຍການ
 
ຮ້ານວາງສະແດງຂອງລາຍການກະຈາຍສຽງພາກພາສາລາວ, ພະແນກກະຈາຍສຽງພາກພາສາຕ່າງປະເທດ VOV5, ດຶງດູດຄວາມສົນໃຈຂອງບັນດາການນຳ ແລະ ແຂກຖືກເຊີນ
ຄະນະຜູ້ແທນຂອງ ຫວຽດນາມ ແລະ ລາວ ຢ້ຽມຊົມຮ້ານວາງສະແດງຂອງ VOV5
ທ່ານ ຫງວຽນຈ້ອງເຫງັຍ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ພ້ອມກັບບັນດາຜູ້ແທນຖ່າຍຮູບທີ່ລະນຶກຢ່າງຮ້ານວາງສະແດງຂອງ VOV5
ບັນດາເພື່ອນຮ່ວມງານຂອງສຳນັກຂ່າວສານຕ່າງໆຢູ່ຮ້ານວາງສະແດງຂອງ VOV5

TAG
VOV/VOVworld/ວາງ​ສະ​ແດງ/ການ​ສະ​ແດງ​ສິ​ລະ​ປະ/ວັນ​ບຸນ​ໄມ​ຕິ​ຈິດ/ວັດ​ທະ​ນະ​ທຳ/ສະ​ແດງ​ສິ​ລະ​ປະ/ສື່​ສານ/ພາກ​ພາ​ສາ​ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ