logo

ການເຄື່ອນໄຫວພົບປະແລກປ່ຽນ 2 ຝ່າຍຂອງທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢູ່ AMM 52

2019/8/1 | 09:24:14
(VOVWORLD) -ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52), ວັນທີ 31 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີບັນດາການພົບປະ 2 ຝ່າຍກັບລັດຖະມົນຕີການຕ່າງປະເທດຫຼາຍທ່ານ.
 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ທີ່ກອງປະຊຸມ

       ເມື່ອແລກປ່ຽນກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານລັດຖະມົນຕີ ຟ້າມບິ່ງມິງ ແລະ ຄູ່ຕຳແໜ່ງລັດເຊຍ  Sergei Lavrov ໄດ້ແບ່ງປັນທັດສະນະກ່ຽວກັບການແກ້ໄຂບັນດາບັນຫາໂດຍສັນຕິວິທີ, ຖືກຕ້ອງຕາມກົດໝາຍສາກົນ. ຝ່າຍລັດເຊຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງລັດເຊຍ - ອາຊຽນ ແລະ ຢືນຢັນເຖິງການສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ.

  ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດໄທ ດອນ ປຣະມັດວິໄນ

        ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດໄທ ດອນ ປຣະມັດວິໄນ,ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ສະໜັບສະໜູນໄທ ໃນການດໍາລົງຕໍາແໜ່ງເປັນປະທານອາຊຽນ 2019 ເປັນຢ່າງດີ. ລັດຖະມົນຕີທັງ 2 ທ່ານໄດ້ເຫັນດີສ້າງໂຄງການດໍາເນີນງານໄລຍະ 2019 – 2024 ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ ໃຫ້ສຳເລັດໂດຍໄວ.

        ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການປຶກສາຫາລື, ແລກປ່ຽນລະຫວ່າງບັນດາຫົວໜ່ວຍເປັນປະຈຳ; ປະຕິບັດສຳເລັດຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາການອົບພະຍົບພູມລໍາເນົາແບບຊະຊາຍ ແລະ ການສົມລົດໂດຍບໍ່ໄດ້ຈົດທະບຽນຢູ່ເຂດຊາຍແດນລະຫວ່າງ  2 ປະເທດ; ຊຸກຍູ້ການຜັນຂະຫຍາຍກອງປະຊຸມສະຫຼຸບຮູບແບບການກວດກາ “ປະຕູດຽວ, ຢຸດເທື່ອໜຶ່ງ” ຢູ່ຄູ່ດ່ານຊາຍແດນລາວບາວ - ແດນສະຫວັນ…

        ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງກໍ່ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດນອກແວ ແລະ ຍີ່ປຸ່ນ ຕື່ມອີກ.

TAG
VOV/VOVworld/ພົບປະສອງຝ່າຍ/ຟ້າມບິ່ງມິງ


ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ