ພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ຖືກຈັດຂຶ້ນດ້ວຍລະດັບສູງສຸດ ທີ່ສະຫງວນໃຫ້ແກ່ປະມຸກລັດ (ພາບ: vov.vn) |
ຕອນເຊົ້າວັນທີ 9 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ດ້ວຍພິທີສູງສຸດ ທີ່ສະຫງວນໃຫ້ແກ່ປະມຸກລັດ.
ການເຈລະຈາຂັ້ນສູງລະຫວ່າງ ຫວຽດນາມ - ລາວ |
ການນຳສອງທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ລາວ ໃຫ້ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ.
ການນຳສອງທ່ານໄດ້ສະຫຼະເວລາ ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການເພື່ອໜູນຊ່ວຍເຊິ່ງກັນແລະກັນ, ແກ້ໄຂບັນດາຄວາມຫຍຸ້ງຍາກໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນໃຫ້ແກ່ແຕ່ລະປະເທດ ແລະ ສຳລັບການພົວພັນຮ່ວມມື ຫວຽດນາມ - ລາວ, ເປັນຕົ້ນແມ່ນພ້ອມກັນຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດ ເພື່ອພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍ, ຍາດແຍ່ງບັນດາກາລະໂອກາດໂດຍການປະຕິວັດອຸດສາຫະກຳ 4.0 ນຳມາໃຫ້. ສອງຝ່າຍໄດ້ເນັ້ນໜັ້ກຕ້ອງສືບຕໍ່ນຳການພົວພັນທາງດ້ານການເມືອງເຂົ້າສູ່ລວງເລິກ, ການຮ່ວມມືຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ຮັກສາບັນດາການຢ້ຽມຢາມຂັ້ນສູງລະຫວ່າງການນຳສອງພັກ, ສອງລັດ ດ້ວຍຫຼາຍຮູບແບບ.
ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ເປັນສັກຂີພະຍານ ພິທີລົງນາມ ແລະ ມອບບັນດາເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດສອງປະເທດ.




