logo

ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ ຢູ​ແກຼນ ຢູ່ Abu Dhabi ຮັບ​ຮູ້​ມີ​ຄວາມ​ຄືບ​ໜ້າ​ໃໝ່

2026/2/6 | 09:20:50
(VOVWORLD) -    ໃນລະຫວ່າງວັນທີ 04 – 05 ກຸມພາ, ຜູ້ຕາງໜ້າ ລັດເຊຍ, ອາເມລິກາ ແລະ ຢູແກຼນ ໄດ້ດຳເນີນຮອບເຈລະຈາ 3 ຝ່າຍ ຄັ້ງທີ 2 ຢູ່ Abu Dhabi, ສະຫະລັດ ອາຣັບ ເອມມີເລດ (UAE).

ຕາມຖະແຫຼງການຂອງກະຊວງການຕ່າງປະເທດ UAE, ບັນດາວາລະແລກປ່ຽນໄດ້ດຳເນີນໃນບັນຍາກາດສ້າງສັນ ແລະ ຮັບປະກັນຄວາມລັບໃນລະດັບສູງ. ບັນດາຝ່າຍສືບຕໍ່ປຶກສາຫາລືບັນຫາທີ່ຍັງຄົງຄ້າງກ່ອນໜ້ານັ້ນ, ລວມມີ: ບັນດາກົນໄກປະຕິບັດ ແລະ ຕິດຕາມກວດກາຄຳສັ່ງຢຸດຍິງ, ກໍຄືບັນດາມາດຕະການສະກັດກັ້ນເລື່ອງເກີດການປະທະກັນຄືນໃໝ່. ບັນດາຝ່າຍກໍເຫັນດີຈະລາຍງານໝາກຜົນໃຫ້ແກ່ການນຳແຕ່ລະປະເທດ ແລະ ຮັກສາຂອບເຂດການປຶກສາຫາລືສາມຝ່າຍໃນຊຸມອາທິດຈະມາເຖິງ.

        ກ່ຽວກັບໝາກຜົນລະອຽດ, ທ່ານທູດພິເສດ Steve Witkoff ຂອງ ອາເມລິກາ ແຈ້ງໃຫ້ຊາບວ່າ ບັນດາຝ່າຍໄດ້ເຫັນດີແລກປ່ຽນຊະເລີຍເສິກ 314 ຄົນ, ໃນນັ້ນແຕ່ລະຝ່າຍ ລັດເຊຍ ແລະ ຢູແກຼນ ຈະປ່ອຍອິດສະຫຼະພາບໃຫ້ແກ່ຊະເລີຍເສິກ 157 ຄົນ. ນີ້ແມ່ນບັ້ນແລກປ່ຽນຊະເລີຍເສິກຄັ້ງທຳອິດໃນຮອບເວລາ 5 ເດືອນຜ່ານມາ.

        ນອກຈາກນັ້ນ, ຝ່າຍ ອາເມລິກາ ກໍ່ໃຫ້ຮູ້ວ່າ ລັດເຊຍ ແລະ  ອາເມລິກາ ໄດ້ເຫັນດີເຊື່ອມຕໍ່ການເຈລະຈາດ້ານການທະຫານ, ຊ່ອງທາງຕິດຕໍ່ທີ່ເຄີຍຖືກຢຸດສະງັກກ່ອນທີ່ການປະທະກັນເກີດຂຶ້ນ. ການກະທຳດັ່ງກ່າວໄດ້ຮັບການຕີລາຄາວ່າ ອາດຈະເປີດບາດກ້າວເດີນໃໝ່ໃນຄວາມມານະພະຍາຍາມຫັນສາຍພົວພັນລະຫວ່າງສອງປະເທດໃຫ້ເປັນປົກກະຕິ.

ມິງເຟືອງ - ນັກຂ່າວ VOV ປະຈຳສະຫະພັນ ລັດເຊຍ

TAG
VOV/VOVworld/ລັດ​ເຊຍ ແລະ ອາ​ເມ​ລິ​ກາ/ບັນ​ຫາ​ຢູ​ແກຼນ/ການ​ເຈ​ລະ​ຈາ 3 ຝ່າຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ