logo

ກາ​ນ​ເຈ​ລະ​ຈາ ລັດ​ເຊຍ - ອາ​ເມ​ລິ​ກາ - ຢູ​ແກຼນຮອບ​ຕໍ່​ໄປ​ ຈະ​ດຳ​ເນີນ​ໃນ​ວັນ​ທີ 1 ກຸມ​ພາ

2026/1/29 | 07:53:57
(VOVWORLD) - ທ່ານ Yuri Ushakov ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ກໍ່ໄດ້ເນັ້ນໜັກວ່າ ຖ້າການພົບປະສຸດຍອດລະຫວ່າງການນຳສອງປະເທດ ລັດເຊຍ ແລະ ຢູແກຼນ ໄດ້ຖືກຈັດຂຶ້ນ ເນື້ອໃນຂອງກອງປະຊຸມນັ້ນຕ້ອງກະກຽມຢ່າງລະອຽດລະອໍ ແລະ ມຸ່ງໄປເຖິງໝາກຜົນທີ່ຕັ້ງໜ້າ.
ທ່ານ Dmitry Peskov ເລຂາສື່ມວນຊົນຂອງ ປະທານາທິບໍດີ ລັດເຊຍ (ພາບ: REUTERS/Ramil Sitdiko)

ການເຈລະຈາຮອບຕໍ່ໄປ ລະຫວ່າງ ລັດເຊຍ, ອາເມລິກາ ແລະ ຢູແກຼນ ຢູ່ ສະຫະລັດ ອາຣັບ ເອມີເລັດ (UAE) ຄາດວ່າຈະດຳເນີນໃນວັນທີ 1 ກຸມພາ. ນີ້ແມ່ນຂໍ້ມູນໂດຍທ່ານ Dmitry Peskov ເລຂາສື່ມວນຊົນຂອງ ປະທານາທິບໍດີ ລັດເຊຍ ຍົກອອກມາໃນວັນທີ 28 ມັງກອນ.

ແລະກໍ່ໃນວັນດຽວກັນ, ວັງ Kremlin ກໍ່ແຈ້ງໃຫ້ຊາບວ່າ ລັດເຊຍ ໄດ້ເຊີນທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໄປຍັງ ມົດສະກູ ຖ້າທ່ານ ກຽມພ້ອມການພົບປະກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ, ພ້ອມທັງຢັ້ງຢືນວ່າ ລັດເຊຍ ຈະຮັບປະກັນຄວາມໝັ້ນຄົງຢ່າງເດັດຂາດໃຫ້ທ່ານ Volodymyr Zelensky. ເຖິງຢ່າງໃດກໍຕາມ, ທ່ານ Yuri Ushakov ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ກໍ່ໄດ້ເນັ້ນໜັກວ່າ ຖ້າການພົບປະສຸດຍອດລະຫວ່າງການນຳສອງປະເທດ ລັດເຊຍ ແລະ ຢູແກຼນ ໄດ້ຖືກຈັດຂຶ້ນ ເນື້ອໃນຂອງກອງປະຊຸມນັ້ນຕ້ອງກະກຽມຢ່າງລະອຽດລະອໍ ແລະ ມຸ່ງໄປເຖິງໝາກຜົນທີ່ຕັ້ງໜ້າ. ຕາມທ່ານ Yuri Ushakov ແລ້ວ,  ໃນບັນດາການໂອ້ລົມທາງໂທລະສັບກັບການນຳລັດເຊຍ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ສະເໜີເປັນຫຼາຍຄັ້ງວ່າໃຫ້ ລັດເຊຍ ພິຈາລະນາຄວາມອາດສາມາດຈັດການພົບປະສຸດຍອດ ລະຫວ່າງ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ.

TAG
VOV/VOVworld/ກາ​ນ​ເຈ​ລະ​ຈາ/ລັດ​ເຊຍ/ອາ​ເມ​ລິ​ກາ/ຢູ​ແກຼນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ