logo

ການ​ເຈ​ລະ​ຈາ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ ຢູ່ ເຊີ​ແນວ: ມີ​ຄວາມ​ຄືບ​ໜ້າ​ດ້ານ​ເຕັກ​ນິກວິ​ຊາ​ການ ແຕ່​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ານ​ເຂດ​ແຄວ້ນ​ແດນ​ດິນ​ຍັງ​ຄົງ​ເປັນ​ຈຸດ​ອຸດ​ຕັນ

2026/2/19 | 08:42:36
(VOVWORLD) - ຮອບເຈລະຈາທີ 3 ລະຫວ່າງ ລັດເຊຍ - ຢູແກຼນ - ອາເມລິກາ ຢູ່ ເຊີແນວ (ສະວິດ) ໃນລະຫວ່າງວັນທີ 17 – 18 ກຸມພາ ໄດ້ສິ້ນສຸດລົງ ດ້ວຍເລື່ອງບັນດາຝ່າຍຮັບຮູ້ມີຄວາມຄືບໜ້າທາງດ້ານເຕັກນິກວິຊາການ, ແຕ່ທັດສະນະແຕກຕ່າງກັນກ່ຽວກັບບັນຫາການເມືອງທີ່ເປັນແກ່ນສານ ແມ່ນຍັງບໍ່ທັນແກ້ໄຂໄດ້ເທື່ອ.
ບັນຍາກາດການເຈລະຈາ ຢູ່ ສະວິດໃນວັນທີ 17 ກຸມພາ  (ພາບ: Press service of the National Security and Defence Council of Ukraine/Handout via REUTERS)

ຕາມບັນດາແຫຼ່ງຂ່າວແລ້ວ, ໃນມື້ເຈລະຈາທຳອິດຢູ່ ເຊີແນວ, ບັນດາຝ່າຍໄດ້ເຈລະຈາພາຍໃນ 6 ຊົ່ວໂມງ, ມື້ທີ 2 ປະມານ 2 ຊົ່ວໂມງ. ຖ້າວ່າ ໃນຮອບເຈລະຈາຄັ້ງກ່ອນໆທີ່ໄດ້ດຳເນີນຢູ່ Abu Dhabi (ສະຫະລັດ ອາຣັບ ເອມມີເລດ - UAE) ໄດ້ສຸມໃສ່ປຶກສາຫາລືບັນດາບັນຫາການທະຫານ, ສ່ວນຢູ່ ເຊີແນວ ໂຄງການດຳເນີນງານໄດ້ຮັບການເປີດກວ້າງກວ່າ, ໃນນັ້ນ ມີເນື້ອໃນກ່ຽວກັບລະບຽບການ ແລະ ການຄວບຄຸມເຂດແຄວ້ນແດນດິນ.

        ຝ່າຍ ຢູແກຼນ ໃຫ້ຮູ້ວ່າ ການປຶກສາຫາລືໄດ້ສຸມໃສ່ສອງກຸ່ມບັນຫາຕົ້ນຕໍ: ການທະຫານ ແລະ ການເມືອງ. ຢູ່ໃນຂົງເຂດການທະຫານ, ບັນດາຝ່າຍເກືອບຄືວ່າໄດ້ຕົກລົງເປັນເອກະພາບຕໍ່ບັນດາທັດສະນະຄື: ກົນໄກຄວບຄຸມຄຳສັ່ງຢຸດຍິງ, ແຕ່ວ່າ ຢູ່ໃນກຸ່ມການເມືອງ, ບັນດາບັນຫາເຂດແຄວ້ນແດນດິນ  ແລະ ບັນດາມາດຕະການລົງໂທດຍັງບໍ່ທັນຍົກອອກບັນດາແບບວິທີສຸດທ້າຍເທື່ອ.

        ສ່ວນຝ່າຍ ລັດເຊຍ, ທ່ານ Dmitry Peskov ໂຄສົກວັງ Kremlin ຖືວ່າ ຍັງໄວເພື່ອຕີລາຄາໝາກຜົນຢ່າງແທ້ຈິງ, ພ້ອມທັງໃຫ້ຮູ້ວ່າ ທ່ານປະທານນາທິບໍດີ ລັດເຊຍ Vladimir Putin ຈະຮັບບົດລາຍງານໂດຍກົງຈາກຄະນະ. ປັດຈຸບັນຍັງບໍ່ທັນມີຂໍ້ມູນກ່ຽວກັບສະຖານທີ່ຈັດຕັ້ງຮອບເຈລະຈາຄັ້ງຕໍ່ໄປ.

ນັກຂ່າວ VOV ປະຈຳ ລັດເຊຍ

 

 

TAG
VOV/VOVworld/ການ​ເຈ​ລະ​ຈາ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ ຢູ່ ເຊີ​ແນວ/ເຂດ​ແຄວ້ນ​ແດນ​ດິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ