logo

ການເດີນທາງພິຊິດຈອມພູ ກີກວານຊານ - ແບັກມົກເລືອງຕື

2024/11/10 | 15:37:00

(VOVWORLD) - ໂດຍມີຄວາມສູງ 3.046 ແມັດ, ກີກວານຊານ - ແບັກມົກເລືອງຕື ແມ່ນໜຶ່ງໃນ 4 ຈອມພູທີ່ສູງທີ່ສຸດຂອງ ຫວຽດນາມ ແລະ ຍາມໃດກໍນອນໃນບັນຊີລາຍຊື່ບັນດາຈອມພູທີ່ “ຕ້ອງພິຊິດ” ຂອງບໍ່ວ່ານັກປີນພູໃດ.

ຈອມພູ ກີກວານຊານ ແມ່ນຈອມພູສູງອັນດັບທີ 4 ຂອງ ຫວຽດນາມ ແລະ ແມ່ນຊາຍແດນທຳມະຊາດຂອງ 2 ແຂວງ ລາຍເຈົາ ແລະ ລ່າວກາຍ. ກີກວານຊານ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາສະຖານທີ່ຊົມເມກ, ອາລຸນວັນໃໝ່ ແລະ ຍາມສາຍັນງາມທີ່ສຸດຢູ່ ຫວຽດນາມ.
ເຖິງຢ່າງໃດກໍ່ຕາມ, ຄຸນຄ່າຂອງທັດສະນີຍະພາບອັນສວຍສົດງົດງາມຢູ່ຈອມພູນີ້ ກໍສົມກັບຄວາມມານະພະຍາຍາມ ເມື່ອນັກປິນພູພິຊິດໄດ້ຈອມພູນີ້.
ເຖິງຢ່າງໃດກໍ່ຕາມ, ຄຸນຄ່າຂອງທັດສະນີຍະພາບອັນສວຍສົດງົດງາມຢູ່ຈອມພູນີ້ ກໍສົມກັບຄວາມມານະພະຍາຍາມ ເມື່ອເຂົາເຈົ້າພິຊິດໄດ້ຈອມພູນີ້.
ໂດຍມີພູມສັນຖານທີ່ຫຼາກຫຼາຍແບບ ພ້ອມກັບລະບົບຄ້ອຍຊັນທີ່ເຕັມໄປດ້ວຍສິ່ງທ້າທາຍນັ້ນ, ຄວາມຍາກໃນການພິຊິດຈອມພູນີ້ ຖືກຈັດຢູ່ອັນດັບທີ 3, ສະນັ້ນ ຮຽກຮ້ອງໃຫ້ນັກປີນພູຕ້ອງມີການກະກຽມທັງທັກສະໃນການປີນພູ ແລະ ສຸຂະພາບທີ່ດີອີກດ້ວຍ.
ເພື່ອສາມາດຮັບຊົມອາລຸນວັນໃໝ່ຢູ່ເທິງຈອມພູ ກີກວານຊານ, ຕາມທຳມະດາແລ້ວ, ບັນດາຄະນະນັກປີນພູຕ້ອງເດີນທາງກ່ອນນັ້ນ 1 ມື້ ແລ້ວນອນພັກຢູ່ຕີນພູ ມວຍ ທີ່ມີຄວາມສູງ 2.215 ແມັດ, ຮອດຕອນເຊົ້າເດິກຂອງວັນຕໍ່ມາ ຈຶ່ງປີນຂຶ້ນຈອມພູດັ່ງກ່າວ.

ເຖິງຢ່າງໃດກໍ່ຕາມ, ຄຸນຄ່າຂອງທັດສະນີຍະພາບອັນສວຍສົດງົດງາມຢູ່ຈອມພູນີ້ ກໍສົມກັບຄວາມມານະພະຍາຍາມ ເມື່ອເຂົາເຈົ້າພິຊິດໄດ້ຈອມພູນີ້.
ໃນການປີນພູ, ນັກປີນພູຈະໄດ້ຮັບຊົມທັດສະນີຍະພາບຍາມສາຍັນໃນທ່າມກາງເມກທີ່ສວຍງາມຂອງພູຜາປ່າໄມ້ແຫ່ງນີ້ 
ດ້ວຍພູມສັນຖານທີ່ທຸລະກັນດານ ແລະ ປົກຄຸມໄປດ້ວຍໝອກ, ເຮັດໃຫ້ການພິຊິດຈອມພູ ກີກວານຊານ ປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍ.
 
 

ເຊີນທ່ານຮັບຊົມຄຼິບວິດີໂອ ເພື່ອຮູ້ສຶກເຖິງຄວາມງາມຂອງທັດສະນີຍະພາບຢູ່ຈອມພູ ກີກວານຊານ ໄດ້ຢ່າງຈະແຈ້ງກວ່າ

ນີ້ແມ່ນການເດີນທາງທີ່ເຕັມໄປດ້ວຍສິ່ງທ້າທາຍ, ຈັບອົກຈັບໃຈ ແລະ ໜ້າຈົດຈຳທີ່ສຸດສຳລັບຜູ້ທີ່ມີຄວາມມັກຮັກໃນການປີນພູ ແລະ ທຳມະຊາດ./.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ