logo

ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່

2026/2/28 | 02:39:15
(VOVWORLD) - ເມື່ອບຸນປີໃໝ່ປະຈຳຊາດ ຫວຽດນາມ (ບຸນເຕັດ) ວຽນມາ, ລະດູບານໃໝ່ໃນທົ່ວປະເທດ ຫວຽດນາມ ພັດມີຄວາມຄຶກຄື້ນມ່ວນຊື່ນທາມກາງກັນຍາກາດວັນງານບຸນ ແລະ ບັນດາການເດີນທາງໄປທ່ອງທ່ຽວ, ຊົມວິວ.

ຕົ້ນລະດູບານໃໝ່ ບໍ່ພຽງແຕ່ແມ່ນຈຸດເວລາເລີ່ມຕົ້ນປີໃໝ່ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ປະຊາຊົນກັບເມືອຫາກົກເຄົ້າເຫງົ້າກໍ, ສະແດງຄວາມຮູ້ບຸນຄຸນຕໍ່ບັນພະບູລຸດ ແລະ ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳທີ່ເປັນມູນເຊື້ອເຂັ້ມຂຸ້ນໄປດ້ວຍສີສັນອີກດ້ວຍ. 

ເຂດມໍລະດົກ ວັນມຽວ - ກວັກຕືຢາມ ສັນຍາລັກຂອງຈິດໃຈຢາກຮ່ຳຢາກຮຽນ, ຍາມໃດກໍ່ແມ່ນສະຖານທີ່ໄປທຳອິດຂອງຊາວນະຄອນຫຼວງໃນຍາມຕົ້ນປີໃໝ່. (ພາບ: VTC News)
ທ່າມກາງການດຳລົງຊີວິດທີ່ທັນສະໄໝ, ພາບປະຊາຊົນມີຄວາມເຄົາລົບຕໍ່ການຂໍຕົວໜັງສືຍາມຕົ້ນລະດູບານໃໝ່ຢູ່ ວັນມຽວ - ກວັກຕືຢາມ ຍັງເຕືອນຄືນກ່ຽວກັບກົກເຄົ້າເຫງົ້າກໍແຫ່ງອະລິຍະທຳ ແລະ ຈິດໃຈຮ່ຳຮຽນທີ່ດຸໝັ່ນຂະຫຍັນພຽນຂອງຊາດ.  (ພາບ: VTC News)
ແຂກທ່ອງທ່ຽວ ມີຄວາມນິຍົມຊົມຊອບລົງຕົວຈິງຮີດຄອງປະເພນີຂໍຕົວໜັງສືຍາມຕົ້ນປີໃໝ່, ຄົ້ນຫາຄວາມງາມດ້ານວັດທະນະທຳ ຫວຽດນາມ ຢູ່ເຂດຮ່ອງຮອຍ ວັນມຽວ - ກວັກຕືຢາມ. (ພາບ: baovanhoa.vn)
“ຖ້ຳ ນາມທຽນ ທີ່ສວຍງາມທີ່ສຸດ” ຢູ່ເຂດມໍລະດົກປະຫວັດສາດ ແລະ ທິວທັດທຳມະຊາດເຂດ ເຮືອງເຊີນ (ວັດເຮືອງ), ຮ່າໂນ້ຍ.
ລາຍການສະແດງສິລະປະຂ່ຳນັບຮັບຕ້ອນພິທີໄຂງານບຸນການທ່ອງທ່ຽວຢູ່ວັດເຮືອງ 2026.
ວັດ ບ້າຍດິ້ງ (ເຂດທິວທັດທຳມະຊາດ ຈ່າງອານ) ແຕ່ດົນນານມາແລ້ວ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວຍາມຕົ້ນລະດູບານໃໝ່ທີ່ດຶງດູດໃຈ, ເຊິ່ງແມ່ນສະຖານທີ່ແຂກທ່ອງທ່ຽວມາທ່ຽວມາຍັງພື້ນທີ່ວັດທະນະທຳ - ຈິດວິນຍານທີ່ພົ້ນເດັ່ນທ່າມກາງເຂດພູຜາປ່າໄມ້ຍາມຕົ້ນປີ. (ພາບ: ພະແນກການທ່ອງທ່ຽວແຂວງນິງບິ່ງ)
ການປະສົມປະສານລະຫວ່າງສະຖາບັດຕະຍາກຳທີ່ໃຫຍ່ໂຕມະໂຫຖານ ກັບ ພື້ນທີ່ບັນຍາກາດແຫ່ງຈິດວິນຍານ ໄດ້ສ້າງເປັນຄວາມງາມທີ່ຄຶກຂຶມຂອງເຂດເມືອງເກົ່າ ນິງບິ່ງ. (ພາບ: ພະແນກການທ່ອງທ່ຽວແຂວງນິງບິ່ງ)
ຄະນະແຂກທ່ອງທ່ຽວສາກົນໄປວັດ ບ້າຍດິ່ງ ໃນຊຸມວັນຕົ້ນປີ 2026. (ພາບ: ພະແນກການທ່ອງທ່ຽວແຂວງນິງບິ່ງ)
ອອກຈາກ ຮ່າໂນ້ຍ, ການເດີນທາງໄປທ່ຽວຍາມລະດູບານໃໝ່ຢູ່ເຂດພູສູງ, ຜ່ານບັນດາເສັ້ນທາງ ເພື່ອໄປຍັງເຂດພູຜາປ່າໄມ້ທາງທິດເໜືອ. (ພາບ:VGP)
ພາບບັນຍາກາດງານບຸນລົງທົ່ງນາ ຢູ່ຕາແສງ ບາດຊາດ, ແຂວງ ລ່າວກາຍ (ພາບ: VGP)
ງານບຸນ ເງົາຕາວ ປີ 2026 ຂອງພໍ່ແມ່ປະຊາຊົນເຜົ່າມົ້ງ ຢູ່ຕາແສງ ນາບຸງ, ແຂວງ ດຽນບຽນ. (ພາບ:VGP)
ຢູ່ຕາແສງ ແບັກທົງ, ແຂວງ ທ້າຍງວຽນ, ວັນບຸນ ລົ່ງທົ່ງນາ ລະດູບານໃໝ່ປີມະເມຍ 2026 ໄດ້ຈັດຂຶ້ນໃນວັນທີ 24 – 25 ກຸມພາ. (ພາບ:VGP)
ເຂດມໍລະດົກເມືອງເກົ່າ ເຫ້ວ ໄດ້ຮັບການປະດັບປະດາຜ່ານບຸນເຕັດປະມະເມຍ 2026 ແລະ ສ້າງຄວາມຈັບໃຈໃຫ້ແກ່ແຂກທ່ອງທ່ຽວທີ່ສຸດ. (ພາບ: nld.com.vn)
ເມື່ອລະດູບານໃໝ່ວຽນມາ, ເຂດມໍລະດົກເມືອງເກົ່າ ເຫ້ວ ກໍ່ມີຄວາມຄືກຄື້ນມ່ວນຊື່ນດ້ວຍຫຼາຍການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອ.
ລະດູບານໃໝ່ປີມະເມຍ 2026, ເມືອງເກົ່າ ໂຮ້ຍອານ (ນະຄອນ ດ່ານັ້ງ) ຕ້ອນຮັບແຂກທ່ອງທ່ຽວຢ່າງຄຶກຄັກດ້ວຍລາຍການທ່ອງທ່ຽວທີ່ພົ້ນເດັ່ນ. (ພາບ:  tcdulichtphcm.vn)
ແສງສີຂອງໂຄມໄຟທີ່ເປັນເອກະລັກສະເພາະຂອງເມືອງເກົ່າ ຍິບຍັບໃນຊຸມວັນຕົ້ນປີ. (ພາບ:  tcdulichtphcm.vn)

ໂດຍລຽບຕາມຄວາມຍາວຂອງປະເທດ ຫວຽດນາມ, ອາກາດສີໜາວໆຂອງເຂດພາກກາງ ຈະປ່ຽນເປັນແດດອຸ່ນຂອງເຂດທາງທິດໃຕ້.

ລູກຫຼານຂອງປະຊາຄົມຊາວຈີນຢູ່ນະຄອນ ໂຮ່ຈີມິນ ແຈກບຸນແຈກໂຊກຈາກພະແມ່ໃຫ້ແກ່ແຂກທ່ອງທ່ຽວ, ປະຊາຊົນທີ່ມາຊົມບຸນແຫ່ວໍ.
ແຕ່ລະເຂດພາກກໍ່ມີຮີດຄອງປະເພນີຕ່າງກັນ, ແຕ່ລະບ່ອນມີສີສັນສະເພາະ, ແຕ່ທຸກສິ່ງທຸກຢ່າງ ພັດເຕົ້າໂຮມກັນເພື່ອກາຍເປັນປຶກແຜ່ນວັດທະນະທຳ ຫວຽດນາມ ທີ່ມີຄວາມເປັນເອກະພາບໃນຄວາມຫຼາກຫຼາຍ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ