logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເປັນ​ເຈົ້າ​ຍຸດ​ທະ​ສາດ - ຢຶດ​ໝັ້ນ​ຕໍ່ 2 ເປົ້າ​ໝາຍ​ຍຸດ​ທະ​ສາດ 100 ປີ

2026/3/25 | 11:01:20
(VOVWORLD) -  ພາຍຫຼັງເຮັດວຽກ 3 ວັນ (23 – 25 ມີນາ), ຕອນບ່າຍວັນທີ 25 ມີນາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV ໄດ້ຈັດວາລະປິດກອງປະຊຸມຄັ້ງທີ 2.

ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນປິດກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢັ້ງຢືນວ່າ ທີ່ກອງປະຊຸມຄັ້ງນີ້, ສູນກາງໄດ້ເປັນເອກະພາບຢ່າງສູງຕໍ່ບັນດາບັນຫາໃຫຍ່, ສຳຄັນຂອງພັກ ແລະ ປະເທດຊາດ, ພ້ອມກັນນັ້ນ, ກໍ່ເນັ້ນໜັກເຖິງບັນດາເນື້ອໃນວຽກງານເພື່ອໃຫ້ທັງລະບົບການເມືອງ ຕ້ອງຜັນຂະຫຍາຍໃນໄລຍະຈະມາເຖິງ. ເມື່ອເຕື້ອງເຖິງເປົ້າໝາຍນຳການເຕີບໂຕເສດຖະກິດບັນລຸລະດັບ 2 ຕົວເລກ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:

ໝູນໃຊ້ທຸກແຫຼ່ງກຳລັງທີ່ມີຢູ່ແລ້ວຢ່າງມີປະສິດທິຜົນທີ່ສຸດ, ສຸມໃສ່ ໃຫ້ບຸລິມະສິດ ຕໍ່ບັນດາໂຄງການຈຸດສຸມ ແລະ ຊຸກຍູ້ການຮ່ວມມືພາກລັດ - ເອກະຊົນ ເພື່ອເພີ່ມທະວີປະສິດທິຜົນໃນການລົງທຶນ ແລະ ຍົກສູງຄວາມສາມາດໃນການແກ້ງແຍ້ງແຫ່ງຊາດ. ການນຳໃຊ້ແຫຼ່ງກຳລັງຕ້ອງຕິດພັນກັບຫຼັກການວິທະຍາສາດ, ໄລ່ລຽງແຜນການບັນຊີເສດຖະກິດສັງຄົມຢ່າງຈະແຈ້ງ, ຮັບປະກັນການນຳໃຊ້ແຫຼ່ງເງິນທຶນຢ່າງມີປະສິດທິຜົນ, ແກ້ໄຂສະພາບການກະແຈກກະຈາຍ, ມີປະສິດທິຜົນຕ່ຳ, ຟຸມເຟືອຍ. ບັນດາໂຄງການທີ່ໄດ້ຮັບການຄັດເລືອກຕ້ອງມີການກະທົບຍຸດທະສາດຕໍ່ທົ່ວພື້ນຖານເສດຖະກິດ, ສ້າງມູນຄ່າເພີ່ມຢ່າງແທ້ຈິງ ແລະ ປະກອບສ່ວນປັບປຸງບັນດາໂຄງປະກອບພື້ນຖານໂຄງລ່າງຫຼັກແຫຼ່ງຂອງປະເທດຊາດ, ການເຕີບໂຕເສດຖະກິດສູງຕ້ອງຮັບປະກັນຮັບໃຊ້ຜົນປະໂຫຍດ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ແລະ ຄວາມຍຸຕິທຳສັງຄົມ.

ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາຢາກໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ມີການກະທຳຕາມທິດນຳ: ເປັນເຈົ້າຍຸດທະສາດ - ຢຶດໝັ້ນຕໍ່ສອງເປົ້າໝາຍຍຸດທະສາດ 100 ປີ - ຮ່ວມແຮງຮ່ວມໃຈ, ຕັດສິນໃຈ, ຂ້ຽວຂາດ ເພື່ອການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຂອງປະຊາຊົນ.

TAG
VOV/VOVworld/ກອງ​ປະ​ຊຸມ/ການ​ເຕີບ​ໂຕ/ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ