ທ່ານຜູ້ຟັງທີ່ເຄົາລົບ!
ອາທິດຜ່ານມາ, ໃນຈົດໝາຍຝາກມາລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ຜູ້ຟັງວິທະຍຸກະຈາຍສຽງທັງພາຍໃນ ແລະ ຕ່າງປະເທດຫລາຍທ່ານໄດ້ເອົາໃຈໃສ່ເຖິງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021 ຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຂອງຜູ້ຟັງບາງທ່ານທີ່ໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.
***

(ວັນທີ 22/05/2016 ເປັນວັນດຳເນີນການເລືອກຕັ້ງສະມາ
ຊິກສະພາແຫ່ງ ຊາດຊຸດທີ 14ອາຍຸການ 2016 – 2021)
+++
ເພື່ອນ ເພັດສະຫວັນ ສົມສະນິດ ທີ່ຮັກແພງ! ຫວຽດນາມໄດ້ດຳນົດເອົາວັນທີ 22/05/2016 ເຊິ່ງກົງກັບວັນອາທິດເປັນວັນດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021. ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນແມ່ນຮູບການປະຊາທິປະໄຕໂດຍກົງ, ແມ່ນຮູບການສະແດງເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ສິດເປັນເຈົ້າຂອງປະຊາຊົນ ຫວຽດນາມ ໃນການສ້າງລັດເວົ້າລວມ ແລະ ອົງການຕົວແທນ - ອົງການສິດອຳນາດແຫ່ງລັດຈາກຂັ້ນສູນກາງລົງຮອດທ້ອງຖິ່ນເວົ້າສະເພາະ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021 ໃກ້ຈະມາເຖິງໄດ້ຮັບການຈັດຕັ້ງພ້ອມກັນໃນມື້ດຽວໃນຂອບເຂດທົ່ວປະເທດ ຫວຽດນາມ, ໃນສະພາບການທີ່ ຫວຽດນາມ ພວມສືບຕໍ່ຜັນຂະຫຍາຍພາລະກິດປ່ຽນໃໝ່ຢ່າງແຮງ, ກໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃຫ້ສົມບຸນ ແລະ ຈັດຕັ້ງກົງຈັກລັດຕາມຂໍ້ກຳນົດຂອງລັດຖະທຳມະນູນປີ 2013, ກົດໝາຍວ່າດ້ວຍສະພາແຫ່ງຊາດປີ 2014, ກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນປີ 2015, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນປີ 2015 ທີ່ຫາກໍ່ປະກາດໃຊ້. ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021 ແມ່ນເຫດການດ້ານການເມືອງສຳຄັນຂອງປະເທດຊາດ, ເຊິ່ງຈະໄດ້ຮັບການດຳເນີນພາຍຫລັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ, ຕິດພັນກັບວຽກງານພະນັກງານ, ກ່ຽວຂ້ອງເຖິງໜ້າທີ່ຮັບຜິດຊອບຂອງທຸກຂັ້ນ, ທຸກຂະແໜງ; ແມ່ນສະຖານທີ່ ເພື່ອໃຫ້ຜູ້ມີສິດເລືອກຕັ້ງເສີມຂະຫຍາຍສິດ ແລະ ພັນທະຂອງພົນລະເມືອງຄັດເລືອກ, ເລືອກຕັ້ງເອົາບັນດາຜູ້ທີ່ດີເດັ່ນ, ສົມເປັນຕົວແທນໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ສິດເປັນເຈົ້າຂອງຕົນໃນອົງການສິດອຳນາດແຫ່ງລັດຢູ່ສູນກາງ ແລະ ທ້ອງຖິ່ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສ້າງ, ປັງປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນໃຫ້ສົມບູນແບບ.
***

(ແຂວງ ເຊີນລາ ແລະ ບັນດາແຂວງພາກເໜືອ ລາວ ໄດ້ລົງນາມ
ໃນບົດບັນທຶກປ້ອງກັນຕ້ານອາດຊະຍາກຳຢາເສບຕິດ)
+++
ເພື່ອນ ວິຊາຕີ ພົມປັນຍາ ທີ່ຮັກແພງ! ຫວ່າງແລ້ວນີ້ ການນຳແຂວງ ເຊີນລາ ແລະ ຜູ້ຕາງໜ້າບັນດາແຂວງພາກເໜືອຂອງ ລາວ ເຊັ່ນ: ແຂວງ ຫົວພັນ, ຫລວງພະບາງ, ອຸດົມໄຊ, ຫລວງນ້ຳທາ ແລະ ບໍ່ແກ້ວ ຫາກໍ່ລົງນາມໃນບົດບັນທຶກຜັນຂະຫຍາຍແຜນການເພີ່ມທະວີການສົມທົບກັນ ປ້ອງກັນຕ້ານອາດຊະຍາກຳຢາເສບຕິດຂ້າມຊາຍແດນ ຫວຽດນາມ - ລາວ ລະຫວ່າງແຂວງ ເຊີນລາ ກັບບັນດາແຂວງພາກເໜືອຂອງ ລາວ. ເລື່ອງແຂວງ ເຊີນລາ ແລະ ບັນດາແຂວງພາກເໜືອຂອງ ລາວ ໄດ້ລົງນາມໃນບົດບັນທຶກ ເພື່ອແນໃສ່ເຫັນດີເປັນເອກະພາບຕໍ່ແຜນການສືບຕໍ່ຍູ້ແຮງບັນດາການ ເຄື່ອນໄຫວສົມທົບກັນ ລະຫວ່າງບັນດາກຳລັງຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳຢາເສບ ຕິດຢູ່ເຂດຊາຍແດນ ຫວຽດນາມ - ລາວ, ເຂດຊາຍແດນລະຫວ່າງແຂວງ ເຊີນລາ ກັບ ແຂວງ ຫົວພັນ ແລະ ແຂວງຫລວງພະບາງ ກໍ່ຄືໃນບໍລິເວນບັນດາແຂວງພາກເໜືອຂອງ ລາວ, ມຸ່ງໄປເຖິງຈຸດໝາຍ ດັບສູນທຳລາຍຂົນສົ່ງ, ເຄືອຂາຍຄ້າຂາຍຢາເສບຕິດຈາກເຂດສາມຫຼຽນ ທອງຄຳ ຜ່ານບໍລິເວນບັນດາແຂວງທາງພາກເໜືອຂອງ ລາວ ເຂົ້າມາແຂວງ ເຊີນລາ ແລະ ບັນດາແຂວງຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ເພື່ອເຮັດໃຫ້ການເຄື່ອນໄຫວຂອງອາດຊະຍາກຳຢາເສບຕິດຜ່ານເສັ້ນຊາຍແດນ ເຊີນລາ - ຫົວພັນ, ເຊີນລາ - ຫລວງພະບາງ ຫລຸດລົງເທື່ອລະກ້າວ.
+++
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com, laovov5@gmail.com




