ພ້ອມກັບນ້ຳໃຈຮັກຊາດ, ຄວາມສາມັກຄີ ໄດ້ກາຍເປັນຄຳລະຫັດຂອງບັນດາໄຊຊະນະ, ຜົນສຳເລັດໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດນັບພັນປີ, ແມ່ນສັນຍາລັກຂອງຊາດ ຫວຽດນາມ.
ພິທີແຫ່ໃນວັນບຸນ ວິຫານຮຸ່ງ (ພາບປະກອບ: VOV4) |
ແຫຼ່ງບັນດານໃຈສ້າງກຳລັງແຮງແຫ່ງຄວາມສາມັກຄີ
ໃນປະຫວັດສາດຂອງຊາດ ຫວຽດນາມ, ສະໄໝ ເຈົ້າຊີວິດຮຸ່ງ (ສະຕະວັດທີ VII ຮອດສະຕະວັດທີ II ກ່ອນ. ຄສ) ໄດ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງເມື່ອບຸກເບີກເປີດທາງສ້າງຕັ້ງ ລັດວັນລາງ ຂຶ້ນມາ. ພໍ່ແມ່ພີ່ນ້ອງໃນທົ່ວປະເທດບໍ່ມີການຈຳແນກສາສາໜາ, ຊົນເຜົ່າ, ເຊິ່ງລ້ວນແຕ່ມີນ້ຳໃຈຊົນຊາດ, ຄວາມຮັກແພງຍາດຕິພີ່ນ້ອງ, ມີກົກເຄົ້າເງົ້າກໍ່ອັນດຽວກັນ “ລູກມັງກອນ, ຫຼານເທວະດາ”. ນີ້ແມ່ນແຫຼ່ງກຳລັງທາງດ້ານຈິດວິນຍານແບບພິເສດ, ຜູກພັນຊາດ ຫວຽດນາມ ກາຍເປັນກຸ່ມກ້ອນມະຫາສາມັກຄີ. ນີ້ກໍແມ່ນບ່ອນເພີ່ງພາອາໄສທາງດ້ານຈິດໃຈ, ເປັນກຳລັງແຮງທາງດ້ານຈິດໃຈເພື່ອໃຫ້ຊາວ ຫວຽດນາມ ຜ່ານຜ່າທຸກກົນອຸບາຍຫວັງຢຶດຄອງ, ຮຸກຮານຈາກອິດທິກໍາລັງຢູ່ພາຍນອກ.
ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ເໝືອນດັ່ງເປັນໂອກາດຜູກພັນຊາວ ຫວຽດນາມ ທຸກຄົນ ເຖິງວ່າຈະຢູ່ພາຍໃນ ຫຼື ຕ່າງປະເທດ ໃນພາລະກິດສ້າງສາ, ພັດທະນາປະເທດຊາດ, ປຸກລຸກນ້ຳໃຈຮັກຊາດ, ນ້ຳໃຈຊົນຊາດ. ພິເສດໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງນັ້ນ, ນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ ຍິ່ງໄດ້ຮັບຖືເປັນສຳຄັນກວ່າເວລາໃດໝົດ. ທ່ານ ບຸ່ຍຮວ່າຍເຊີນ, ກຳມະການຜູ້ປະຈຳການກຳມາທິການວັດທະນະທຳ, ການສຶກສາ ຂອງສະພາແຫ່ງຊາດ ຫວຽດນາມ ຖືວ່າ:
“ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ຍາມໃດກໍຢູ່ໃນດວງໃຈຂອງປະຊາຊົນຫວຽດນາມ ທຸກຄົນ. ການເຫຼື້ອມໃສຄວາມສັດທານັ້ນ ໄດ້ຊ່ວຍສ້າງກຳລັງແຮງແຫ່ງຄວາມສາມັກຄີ, ກຳລັງແຮງຂອງນ້ຳໃຈຮັກຊາດ - ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງມີຢູ່ຕ່າງປະເທດອີກດ້ວຍ. ການຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ທົ່ວໂລກ ແມ່ນພະຍານຫຼັກຖານເພື່ອເຕົ້າໂຮມຄວາມເຊື່ອໝັ້ນ, ການເຫຼື້ອມໃສຂອງຊາວ ຫວຽດນາມ ຢູ່ທົ່ວທຸກແຫ່ງໃນໂລກ ອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ ແລະ ວັນບຸນວິຫານ ຮຸ່ງ. ສິ່ງດັ່ງກ່າວໄດ້ສ້າງຄວາມສາມັກຄີ, ນ້ຳໃຈຮັກຊາດ ແລະ ກຳລັງແຮງ ຫວຽດນາມ ຢ່າງແທ້ຈິງ.
ມີພຽງແຕ່ຄວາມສາມັກຄີຈຶ່ງນຳມາເຊິ່ງໄຊຊະນະ
ປັດຈຸບັນນີ້, ພາຍໃຕ້ການນຳພາຂອງພັກຄອມມູນິດ ຫວຽດນາມ, ຄວາມຄາດຫວັງ “ທຽບທັນກັບບັນດາປະເທດມະຫາອຳນາດ” ຂອງຊາດ ຫວຽດນາມ ແຕ່ໃດໆມາ ພວມມີໂອກາດໃຫ້ປະກົດຜົນເປັນຈິງ. ຫວຽດນາມ ຕ້ອງໄດ້ຮັບການຢັ້ງຢືນດ້ວຍທີ່ຕັ້ງທີ່ດີທີ່ສຸດເທົ່າທີ່ສາມາດຈະເຮັດໄດ້ໃນຄວາມເປັນລະບຽບຮ້ຽບຮ້ອຍສາກົນໃໝ່. ໃນນັ້ນ, ຈຳເປັນຕ້ອງເຕົ້າໂຮມແຫຼ່ງກຳລັງທີ່ເໝາະສົມໃຫ້ໄດ້.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ເຄີຍກ່າວໄວ້ວ່າ: ໜຶ່ງໃນບັນດາບຸລິມະສິດແຖວໜ້າໃນສັງກາດບຸກບືນຂອງຊາດແມ່ນ “ສົມທົບລະຫວ່າງກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝຢ່າງແໜ້ນແຟ້ນ”. ການປຸກລຸກຈິດໃຈຮັກຊາດ, ຄວາມຄາດຫວັງອຸທິດສ່ວນ, ເຈດຈຳນົງເປັນເຈົ້າຕົນເອງ, ໝັ້ນໃຈ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເອກອ້າງທະນົງໃຈຂອງຊາດ, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ ຢ່າງແຮງນັ້ນ ແມ່ນມີຄວາມໝາຍສຳຄັນ, ເປັນປັດໄຈຕັດສິນຊີ້ຂາດ. ເມື່ອກ່າວຄຳເຫັນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ X, ອາຍຸການ 2024 – 2029 (ເດືອນ ຕຸລາ 2024), ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:
“ຕ້ອງມີຄວາມຮັບຮູ້ລວມກ່ຽວກັບທີ່ຕັ້ງ, ຄວາມສຳຄັນພິເສດຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ຄຳຮຽກຮ້ອງອັນຮີບດ່ວນ, ຍິ່ງກວ່າເວລາໃດໝົດ ຕ້ອງໃຫ້ບຸລິມະສິດແຖວໜ້າໃນການປັບປຸງ, ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ພາຍໃຕ້ການຊີ້ນຳ, ນຳພາຂອງພັກ. ນີ້ແມ່ນໜຶ່ງໃນບັນດາມາດຕະການຫຼັກແຫຼ່ງແກ່ນສານນຳປະເທດກ້າວເຂົ້າສູ່ສັງກາດໃໝ່. ໃນສະພາບຍິ່ງຫຍຸ້ງຍາກ, ທ້າທາຍ, ຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງນັ້ນ, ໜ້າທີ່ປະຕິວັດຍິ່ງມີຄວາມສຳຄັນ ຍິ່ງຕ້ອງມີຄວາມສາມັກຄີຢ່າງແໜ້ນແຟ້ນ, ກວ້າງຂວາງ ແລະ ໝັ້ນແກ່ນ. ມີພຽງແຕ່ຄວາມສາມັກຄີຈິ່ງນຳມາເຊິ່ງຜົນສຳເລັດຢ່າງມີໄຊໄດ້”.
ມີພຽງແຕ່ຄວາມສາມັກຄີ ຈຶ່ງນຳມາເຊິ່ງຜົນສຳເລັດຢ່າງມີໄຊໄດ້. ນັບແຕ່ນີ້ຮອດປີ 2030 ແມ່ນໄລຍະສຳຄັນທີ່ສຸດເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍຂອງໂລກໃໝ່. ນີ້ກໍແມ່ນຍຸກສະໄໝ, ແມ່ນໂອກາດຍຸດທະສາດ, ໄລຍະອັນຮີບດ່ວນສຸດທ້າຍຂອງການປະຕິວັດ ຫວຽດນາມ ເພື່ອບັນລຸໄດ້ເປົ້າໝາຍຍຸດທະສາດ 100 ປີ ພາຍໃຕ້ການນຳພາຂອງພັກ, ສ້າງປະຖົມປັດໄຈອັນໝັ້ນແກ່ນເພື່ອບັນລຸໄດ້ເປົ້າໝາຍສະເຫຼີມສະຫຼອງວັນຊາດຫວຽດນາມຄົບຮອບ 100 ປີ.
ເປົ້າໝາຍ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ເຊິ່ງປະທານ ໂຮ່ຈີມິນ ແລະ ທົ່ວທັງຊາດໄດ້ເລືອກເຟັ້ນ ພວມຄ່ອຍໆໄດ້ຫັນໃຫ້ປະກົດຜົນເປັນຈິງ. ໃນວິວັດທະນາການນັ້ນ ມີຂີດໝາຍສຳຄັນຂອງນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ ໄດ້ຮັບການຫຼໍ່ຫຼອມຈາກການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ແລະ ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ./.




