ວັນທີ 31/1, ຜູ້ແຫ່ຂະບວນປະທ້ວງນັບພັນໆຄົນ ໄດ້ມຸ້ງໄປເຖິງສຳນັກງານສະພາແຫ່ງຊາດອີຢີບ ດ້ວຍຄຳ ຮຽກຮ້ອງໃຫ້ອຳນາດການປົກຄອງການທະຫານ ຕ້ອງລາອອກຕຳແໜ່ງໂດຍໄວ. ບັນດາຜູ້ແຫ່ຂະບວນປະທ້ວງ ທ່ວງໃຫ້ຢຸດຕິການພິພາກສາປະຊາຊົນຜູ້ບໍລິສຸດຢູ່ສານການທະຫານ, ປະຕິຮູບກະຊວງພາຍໃນ, ເຄົາລົບນັບຖື ສິດເສລີພາບ, ຄວາມຍຸດຕິທຳໃນສັງຄົມ ແລະອຳນາດການປົກຄອງ ການທະຫານກຳອຳນາດໃນປະຈຸບັນ ຕ້ອງມອບໂອນສິດອຳນາດໂດຍໄວ. ໃນເວລາບັນດາຜູ້ແຫ່ຂະບວນປະທ້ວງເລີ່ມກ້າວໄປເຖິງສຳນັງງານດັ່ງກ່າວ, ບັນດາສະມາຊິກຂອງອົງການ “ອ້າຍນ້ອງອິດຊະລາມ” ໄດ້ສະກັດກັ້ນໄວ້. ຕຳຫຼວດຕ້ານການຈະລາຈົນ ກໍໄດ້ຜັນຂະຫຍາຍຢູ່ມໍ່ກັບສຳນັກງານສະພາແຫ່ງຊາດ.




