logo

ກຳ​ປັ່ນກອງ​ທັບ​ເຮືອ ຫ​ວ​ຽດ​ນາມ ເຂົ້າ​ຮ່ວມ​ການ​ເຝິກຊ້ອມ ADMM+ ແລະ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ IMDEX 2019 ຢູ່ ສິງກ​ະໂປ

2019/5/9 | 07:42:40
(VOVWORLD) -    ເລື່ອງເຂົ້າຮ່ວມການ ເຝິກຊ້ອມໃນພື້ນທີ່ຕົວຈິງ ADMM+ ກ່ຽວກັບຄວາມໝັ້ນຄົງການເດີນທະເລ ແລະ ງານວາງສະແດງ IMDEX 2019 ຢູ່ ສິງກະໂປ ຄັ້ງນີ້ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍປະຕິບັດແນວທາງການຕ່າງປະເທດຂອງພັກ, ລັດ, ຕັ້ງໜ້າ ແລະ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ປະຕິບັດຕາມຂໍ້ຕົກລົງຂອງການນຳກະຊວງປ້ອງກັນປະເທດບັນດາປະເທດ ADMM+
ຄະນະປະຕິບັດງານກອງທັບເຮືອປະຊາຊົນ ຫວຽດນາມ (ພາບ: baohaiquanvietnam.vn

       ວັນທີ 8 ພຶດສະພາ, ກຳປັ່ນ ໝາຍເລກ 016 - ກວາງຈູງ, ເຫຼົ່າທັບເຮືອພ້ອມກັບຄະນະປະຕິບັດງານກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ອອກຈາກທ່າກຳປັ່ນ ກາມແຣັງ ໄປເຂົ້າຮ່ວມການເຝິກຊ້ອມ ໃນພື້ນທີ່ຕົວຈິງ ADMM+ (ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກ້ວາງ) ກ່ຽວກັບຄວາມໝັ້ນຄົງການເດີນທະເລ ແລະ ເຂົ້າຮ່ວມງານວາງສະແດງການເດີນທະເລດ້ານປ້ອງກັນຊາດ ອາຊີ 2019 (IMDEX 2019) ຢູ່ ສິງກະໂປ.

        ເລື່ອງເຂົ້າຮ່ວມການ ເຝິກຊ້ອມໃນພື້ນທີ່ຕົວຈິງ ADMM+ ກ່ຽວກັບຄວາມໝັ້ນຄົງການເດີນທະເລ ແລະ ງານວາງສະແດງ IMDEX 2019 ຢູ່ ສິງກະໂປ ຄັ້ງນີ້ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍປະຕິບັດແນວທາງການຕ່າງປະເທດຂອງພັກ, ລັດ, ຕັ້ງໜ້າ ແລະ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ປະຕິບັດຕາມຂໍ້ຕົກລົງຂອງການນຳກະຊວງປ້ອງກັນປະເທດບັນດາປະເທດ ADMM+ ກໍ່ຄືສະແດງໃຫ້ເຫັນຄວາມຮັບຜິດຊອບຂອງກອງທັບເຮືອປະຊາຊົນ ຫວຽດນາມ ແມ່ນສະມາຊິກກອງປະຊຸມຜູ້ບັນຊາການກອງທັບເຮືອບັນດາປະເທດ ອາຊຽນ (ANCM). ພ້ອມທັງ, ສະແດງໃຫ້ເຫັນການສະໜັບສະໜູນຂອງກະຊວງປ້ອງກັນປະເທດ ແລະ ກອງທັບເຮືອປະຊາຊົນ ຫວຽດນາມ ຕໍ່ ກະຊວງປ້ອງກັນປະເທດ ແລະ ກອງທັບເຮືອ ສິງກະໂປ ໃນການຈັດຕັ້ງບັນດາການເຄື່ອນໄຫວ, ເຫດການສາກົນ; ສະແດງໃຫ້ເຫັນເຈດຕະນາດີຂອງກອງທັບປະຊາຊົນ ຫວຽດນາມ ກັບກອງທັບ ແລະ ກອງທັບເຮືອ ສິງກະໂປ; ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບກັບກອງທັບເຮືອບັນດາປະເທດ ອາຊຽນ ແລະ ບັນດາປະເທດໃນພາກພື້ນ.

TAG
VOV/VOVworld/ກຳ​ປັ່ນກອງ​ທັບ​ເຮືອ/ຫ​ວ​ຽດ​ນາມ/ADMM+/IMDEX 2019/ສິງກ​ະໂປ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ