ທະຫານເຮືອມາເລເຊຍຢ້ຽມຢາມ ນະຄອນໂຮ່ຈິມີນ |
ໃນໄລຍະຢູ່ ຢ້ຽມຢາມ ນະຄອນ ໂຮ່ຈິມີນ, ກຸ່ມນາຍທະຫານບັນຊາກຳປັ່ນຈະເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນນະຄອນໂຮ່ຈິມີນ, ພົບປະກັບຜູ້ບັນຊາການທະຫານເຮືອເຂດ 2, ພົບປະແລກປ່ຽນກັບນາຍທະຫານຫນຸ່ມຢູ່ໂຮງຮຽນທະຫານເຮືອເຕັກນິກຊັ້ນກາງ, ຢ້ຽມຢາມທະຫານເຮືອທ່າກຳປັ່ນ 125 ແລະ ກຳປັ່ນພິທັກຮັກສາ 012 ຫລີທາຍໂຕ໋ ຂອງກອງທັບເຮືອຫວຽດນາມ ແລະ ຢ້ຽມຢາມທັດສະນິຍະພາບບາງແຫ່ງຢູ່ນະຄອນໂຮ່ຈິມີນ.




