ທ່ານ Kin Phea ຜູ້ອຳນວຍການໃຫຍ່ ສະຖາບັນຮ່ວມມືສາກົນຂຶ້ນກັບສະຖາບັນ ພະບໍລົມວົງສານຸວົງກຳປູເຈຍ (ພາບ: khmertimeskh) |
ຕອບສຳພາດຕໍ່ນັກຂ່າວ khmer Timer, ທ່ານ Kin Phea ຜູ້ອຳນວຍການໃຫຍ່ ສະຖາບັນຮ່ວມມືສາກົນຂຶ້ນກັບສະຖາບັນ ພະບໍລົມວົງສານຸວົງກຳປູເຈຍ ໃຫ້ຮູ້ວ່າ: ນີ້ແມ່ນກອງປະຊຸມສຳຄັນ ທີ່ໄດ້ດຳເນີນໄປໃນສະພາບການພາກພື້ນພວມປະເຊີນໜ້າກັບບາງສິ່ງທ້າທາຍ. ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມ, ລວມມີ ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ຈະປຶກສາຫາລືການຊອກຫາວິທີຮັບມືກັບໂລກລະບາດໂຄວິດ - 19 ແລະ ແກ້ໄຂບັນດາຜົນກະທົບຕໍ່ພາກພື້ນຂອງໂລກລະບາດ.




