logo

ກຳມາທິການບັນດາເຜົ່າສະພາແຫ່ງຊາດລາວ - ສະພາຊົນຊາດສະພາແຫ່ງຊາດ ຫວຽດນາມ ແລກປ່ຽນບົດຮຽນກ່ຽວກັບວຽກງານຊົນເຜົ່າ

2023/9/22 | 09:00:00
(VOVWORLD) - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການປຶກສາຫາລື ແລກປ່ຽນບົດຮຽນດ້ານນະໂຍບາຍ; ປະສົບການໃນການກວດກາ ແລະ ຕິດຕາມກວດກາວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ...
(ກອງປະຊຸມແລກປ່ຽນບົດຮຽນ)

  ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງຄະນະປະຕິບັດງານກຳມາທິການບັນດາເຜົ່າສະພາແຫ່ງຊາດ ລາວ (ແຕ່ວັນທີ 20-25 ກັນຍາ), ຕອນບ່າຍວັນທີ 21 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ສະພາຊົນຊາດສະພາແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບກຳມາທິການບັນດາເຜົ່າສະພາແຫ່ງຊາດ ລາວ ຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງ 2 ອົງການ ເພື່ອແນໃສ່ເປັນເສນາທິການກ່ຽວກັບການ ສ້າງ, ຕິດຕາມກວດກາ, ຜັນຂະຫຍາຍບັນດານະໂຍບາຍ, ກົດໝາຍກ່ຽວກັບວຽກງານຊົນເຜົ່າ, ການກໍ່ສ້າງຊົນນະບົດໃໝ່, ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳບັນດາເຜົ່າສ່ວນໜ້ອຍ. ທ່ານປະທານສະພາຊົນຊາດສະພາແຫ່ງຊາດ ຫວຽດນາມ ອີແທງຮ່ານີເອີກະດຳ ແລະ ທ່ານປະທານກຳມາທິການບັນດາເຜົ່າສະພາແຫ່ງຊາດ ລາວ ຄຳຈັນ ໂສຕາປະເສີດ ເປັນປະທານຮ່ວມທີ່ກອງປະຊຸມ, ພ້ອມກັບການເຂົ້າຮ່ວມຂອງບັນດາຜູ້ຕ່າງໜ້າປະຈຳການຂອງ ສະພາຊົນຊາດ ແລະ ກຳມາທິການສະພາແຫ່ງຊາດ; ບັນດາຜູ້ແທນສະເພາະກິດ ແລະ ຜູ້ແທນທີ່ເປັນສະມາຊິກ ສະພາຊົນຊາດ; ຄະນະປະຕິບັດງານຢູ່ບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມລະຫວ່າງ ຫວຽດນາມ - ລາວ.

(ທ່ານປະທານສະພາຊົນຊາດສະພາແຫ່ງຊາດ ຫວຽດນາມ ອີແທງຮ່ານີເອີກະດຳ ແລະ ທ່ານປະທານກຳມາທິການບັນດາເຜົ່າສະພາແຫ່ງຊາດ ລາວ ຄຳຈັນ ໂສຕາປະເສີດ ເປັນປະທານຮ່ວມທີ່ກອງປະຊຸມ)

          ນະທີ່ນີ້, ທ່ານ ຄຳຈັນ ໂສຕາປະເສີດ, ປະທານກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດ ລາວ ໃຫ້ຮູ້ວ່າ, ການຈັດກອງປະຊຸມສຳມະນາແມ່ນເພື່ອແນໃສ່ເປັນເສນາທິການໃຫ້ແກ່ການສ້າງ, ຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານຊົນເຜົ່າຢູ່ ລາວ:

 (ສຽງທ່ານ ຄຳຈັນ ໂສຕາປະເສີດ)
(ຜູ້ແທນຝ່າຍ ລາວ ຮັບຟັງການປຶກສາຫາລືແລກປ່ຽນບົດຮຽນ)

          ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການປຶກສາຫາລືແລກປ່ຽນບົດຮຽນດ້ານນະໂຍບາຍ; ປະສົບການໃນການກວດກາ ແລະ ຕິດຕາມກວດກາວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ; ບັນດາໝາກຜົນ ແລະ ບົດຮຽນທີ່ບັນລຸໄດ້ໃນການກໍ່ສ້າງຊົນນະບົດໃໝ່ ແລະ ນະໂຍບາຍ, ກົດໝາຍກ່ຽວກັບ ການກໍ່ສ້າງຊົນນະບົດໃໝ່ຢູ່ເຂດຊົນເຜົ່າສ່ວນໜ້ອຍຢູ່ ຫວຽດນາມ.

(ບັນດາຜູ້ແທນຝ່າຍ ຫວຽດນາມ)
TAG
VOV/VOVworld/ສະພາຊົນຊາດ/ນະໂຍບາຍ/ກົດໝາຍ/ວຽກງານຊົນເຜົ່າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ