logo

ກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ກຳປູເຈຍ, ລາວ ແລະ ຫວຽດນາມ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື

2017/8/3 | 12:11:55
(VOVWORLD) - ວັນທີ 3 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ກອງປະຊຸມຄັ້ງທີ 6 ກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ກ່ຽວກັບ “ການເພີ່ມທະວີບົດບາດຕິດຕາມກວດກາຂອງສະພາແຫ່ງຊາດ ສຳລັບຂໍ້ລິເລີ່ມຮ່ວມມືໃນເຂດສາມຫຼ່ຽມພັດທະນາ, ກຳປູເຈຍ - ລາວ- ຫວຽດນາມ (CLV)” ສິ້ນສຸດດ້ວຍເລື່ອງບັນດາຝ່າຍເຫັນດີອອກຖະແຫຼງການຮ່ວມ, 
ຄະນະປະທານທີ່ກອງປະຊຸມ 

ໃນນັ້ນເນັ້ນໜັກວ່າ 3 ກຳມາທິການພົວພັນຕ່າງປະເທດຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນເພື່ອແນໃສ່ເພີ່ມທະວີບົດບາດຂອງສະພາແຫ່ງຊາດໃນການປະຕິບັດບັນດາຂໍ້ຕົກລົງ ແລະ ຂໍ້ລິເລີ່ມພັດທະນາທີ່ລັດຖະບານ 3 ປະເທດໄດ້ລົງນາມ, ບົນພື້ນຖານການພົວພັນມິດຕະພາບ ແລະ ມູນເຊື້ອການຮ່ວມມືຍາວນານລະຫວ່າງ 3 ປະເທດ.

        ໃນ 2 ວັນດຳເນີນກອງປະຊຸມ (2 -3 ສິງຫາ), ບັນດາຜູ້ແທນໄດ້ປຶກສາຫາລືບັນດານະໂຍບາຍ ແລະ ກົດໝາຍກ່ຽວຂ້ອງເຖິງການອົບພະຍົບຢ່າງຜິດກົດໝາຍ,  ການສົມລົດທີ່ບໍ່ຖືກຕ້ອງຕາມກົດໝາຍຂອງພົນລະເມືອງໃນເຂດສາມຫຼ່ຽມພັດທະນາ, ກໍ່ຄືປຶກສາຫາລືເລື່ອງຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາຢູ່ພາກພື້ນ. ກອງປະຊຸມກໍ່ປຶກສາຫາລືກ່ຽວກັບການຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແມ່ຂອງແບບຍືນຍົງ… ກອງປະຊຸມໄດ້ຕີລາຄາສູງຂໍ້ຕົກລົງຂອງນາຍົກລັດຖະມົນຕີ 3 ປະເທດທີ່ໄດ້ມອບໃຫ້ຄະນະກຳມະການປະສານງານຮ່ວມສ້າງຕັ້ງກຸ່ມປະຕິບັດງານສະເພາະກິດເພື່ອດຳເນີນການຄົ້ນຄ້ວາຄວາມເປັນໄປໄດ້ກ່ຽວກັບການເປີດກ້ວາງການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ແລະ ກຳນົດບັນດາໂຄງການບຸລິມະສິດໃນການພັດທະນາເສດຖະກິດສັງຄົມເຂດ ສາມຫຼ່ຽມພັດທະນາ CLV.

TAG
VOV/VOVworld/ກອງ​ປະ​ຊຸມ/ກຳ​ມາ​ທິ​ການ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ