logo

ກຳລັງແຮງມະຫາສາມັກຄີໃນພາລະກິດແຫ່ງການປ່ຽນແປງໃຫມ່ ແລະ ພັດທະນາປະເທດຊາດ

2024/11/14 | 07:23:15

(VOVWORLD) - ຫວຽດນາມ ພວມຈັດຕັ້ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ບັນດາເຂດຊຸມຊົນ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງແນວໂຮມປະເທດຊາດຫວຽດນາມຄືວັນທີ 18 ພະຈິກ. ມູນເຊື້ອຄວາມສາມັກຄີນັບພັນປີ ໄດ້ຊ່ວຍ ຊາດ ຫວຽດນາມ ຍາດໄດ້ເອກະລາດ, ເສລີພາບ, ສ້າງສາ ແລະ ພັດທະນາປະເທດຊາດ. ຈິດໃຈມະຫາສາມັກຄີ ຍິ່ງສວມບົດບາດສຳຄັນໃນສັງກາດໃຫມ່ຂອງ ຊາດ ຫວຽດນາມ.

ບັນດາພາຫະນະໄປມາຢ່າງສະດວກໃນເສັ້ນທາງຄົມມະນາຄົມຢູ່ ຊົນນະບົດ. (ພາບ:Ngọc Tươi/VOV)

ມະຫາສາມັກຄີທົ່ວປວງຊົນທັງຊາດ ຍາມໃດກໍ່ແມ່ນຫນຶ່ງໃນບັນດາແຫລ່ງກຳລັງສຳຄັນທີ່ສຸດ, ເຂັ້ມແຂງທີ່ສຸດເພື່ອໃຫ້ ຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທົດສອບ, ປະຕິບັດພາລະກິດແຫ່ງການປ່ຽນແປງໃຫມ່, ພັດທະນາປະເທດຊາດ ຢ່າງມີໄຊ.

ບັນດາກິດຈະກຳທີ່ມີຂີດໝາຍຂອງຄວາມມະຫາສາມັກຄີ

ພໍ່ແມ່ປະຊາຊົນຊາວ ຂະແມ ຢູ່ ບ້ານ ຊອມເລີນ, ຕາແສງເຈົາດຽນ ເມືອງ ເກົ່າແກ່ ແຂວງ ຈ່າວິງ ປະຈຸບັນ ມີຄວາມປິຕິຊົມຊື່ນ ຍ້ອນໄດ້ໄປມາຢ່າງສະດວກໃນເສັ້ນທາງໃຫຍ່ໂຕສວຍງາມດ້ວຍຄວາມຍາວດປະມານ 1.500 ແມັດ ຢູ່ຊົນນະບົດ. ປ້າ ແທກທິຊາ Nguône ຢູ່ ບ້ານ ຊອມເລີນ ເວົ້າດ້ວຍຄວາມປິຕິຊົມຊື່ນວ່າ:

 “ຂ້າພະເຈົ້າຢູ່ ເຂດຊົນນະບົດ ແລະເຮັດອາຊີບກະສິກຳ, ຜະລິດຕະພັນກະເສດ ຂາຍຍາກຖ້າເສັ້ນທາງໄປມາບໍ່ສະດວກ, ເມື່ອໄດ້ຮັບຂ່າວວ່າ ລັດຈະກໍ່ສ້າງເສັ້ນທາງໃຫ້, ຂ້າພະເຈົ້າກໍ່ພ້ອມແລ້ວທີ່ຈະປະກອບສ່ວນທີ່ດິນ. ລັດ ກໍ່ສ້າງເສັ້ນທາງນີ້ໃຫ້ພໍ່ແມ່ປະຊາຊົນຢູ່ ບ້ານ ພວກຂ້າພະເຈົ້າດີໃຈຫລາຍ ຍ້ອນທຸກຄົນໄດ້ໄປມາສະດວກກວ່າ. ທົ່ວບ້ານພ້ອມກັນກໍ່ສ້າງຊົນນະບົດໃຫມ່, ມີເສັ້ນທາງໄປມາສະດວກດີທີ່ສຸດ ພວກຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫລາຍ”

ໃນຂະນະນັ້ນ ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 500kV ຕາຂ່າຍ 3 ຈາກ ກວ໋າງແຈກ (ກວ໋າງບິ່ງ)ຮອດ  ໂຟໂນຍ (ຮືງອຽນ) ແມ່ນກິດຈະກຳຈຸດສຸມແຫ່ງຊາດ ໄດ້ຮັບການກໍ່ສ້າງສຳເລັດພຽງພາຍຫລັງປະຕິບັດເປັນເວລາ 7 ເດືອນ. ໂຄງການນີ້ ໄດ້ຊ່ວຍທົດແທນການຂາດແຄນໄຟຟ້າ, ຄ້ຳປະກັນດ້ານພະລັງງານໃຫ້ແກ່ພາກເຫນືອໃນຊຸມປີຈະມາເຖິງ. ຕາມທ່ານ ປອ ຫງວຽນມິງຟອງແລ້ວ, ແຕ່ດົນນານມາແລ້ວຈຶ່ງມີກິດຈະກຳພື້ນຖານໂຄງລ່າງສຳຄັນຂອງປະເທດຊາດຊື່ງໄດ້ຮັບການປະຕິບັດກໍ່ສ້າງດ້ວຍລະດັບຄວາມໄວທີ່ສຸດ, ທັງລະດົມໄດ້ກຳລັງແຮງສັງລວມຈາກທຸກອົງການການເມືອງ, ສັງຄົມ, ຄວາມເປັນຈິດຫນຶ່ງໃຈດຽວຂອງປະຊາຊົນ.

 “ວັນເປີດສະຫລອງ ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 500kV ຕາຂ່າຍ 3 ແມ່ນຂີດໝາຍດ້ານພື້ນຖານໂຄງລ່າງຂອງພື້ນຖານເສດຖະກິດ ຫວຽດນາມ. ພ້ອມກັນນັ້ນ ກໍ່ແມ່ນການພິສູດໃຫ້ເຫັນວ່າ ພວກເຮົາໄດ້ມີບັນດາການປ່ຽນແປງໃຫມ່, ການພັດທະນາດີທີ່ສຸດກ່ຽວກັບຄວາມຮັບຮູ້, ພື້ນຖານເຕັກນິກ, ວຽກງານການຈັດຕັ້ງໃນວິວັດການກໍ່ສ້າງ, ພັດທະນາພື້ນຖານໂຄງລ່າງ”

ຈິດໃຈສາມັກຄີ, ເປັນຈິດຫນຶ່ງໃນດຽວຂອງທັງລະບົບການເມືອງ, ຂອງວິສາຫະກິດ ແລະ ປະຊາຊົນໃນປີ 2024 ໄດ້ຊ່ວຍໃຫ້ ຫວຽດນາມບັນລຸໄດ້ຫລາຍຈຸດເດັ່ນໃນການພັດທະນາເສດຖະກິດສັງຄົມ ໃນ 10 ເດືອນຜ່ານມາ ແມ່ນພື້ນຖານເພື່ອໃຫ້ລັດຖະບານຫວຽດນາມ ສູ້ຊົນບັນລຸການເຕີບໂຕ GDP ໃນໄຕມາດ IV ແມ່ນກວ່າ 7,5%, ທັງປີ ແມ່ນກວ່າ 7%, ຜ່ານນັ້ນ ກໍ່ຮັບປະກັນການບັນລຸ ແລະ ລື່ນກາຍປະມວນ 15 ຄາດໝາຍເສດຖະກິດ - ສັງຄົມຕົ້ນຕໍຂອງປີ 2024. ບັນດາຄາດໝາຍນີ້ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງເມື່ອອະພິປາຍຢູ່ວາລະຊັກຖາມ ແລະຕອບຄຳຊັກຖາມ ທີ່ກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດ ຫວຽດນາມຊຸດທີ XV ຜ່ານມາ.

ໝໍ້ແປງໄຟຟ້າ 500kV ໂຟໂນຍ  (ວັນເລີມ) - ຈຸດປາຍທາງຂອງໂຄງການສາຍສົ່ງໄຟຟ້າ 500kV ຕາຂ່າຍ 3 ຈາກກວ໋າງບີງ - ຮຶງອຽນ.ພາບ: Báo Hưng Yên

ຄວາມສາມັກຄີເພື່ອກ້າວເຂົ້າສູ່ສັງກາດໃຫມ່

ໃນແຕ່ລະໄລຍະປະຫວັດສາດ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຍາມໃດກໍ່ແມ່ນຫນຶ່ງໃນບັນດາແຫລ່ງກຳລັງສຳຄັນທີ່ສຸດ, ເຂັ້ມແຂງທີ່ສຸດ ເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທົດສອບ, ປະຕິບັດພາລະກິດແຫ່ງການປ່ຽນແປງໃຫມ່, ພັດທະນາປະເທດຊາດ  ຢ່າງມີໄຊ.

ກ່າວຄຳເຫັນເມື່ອເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ຕາແສງ ກວ໋ານແທງ (ຮ່າໂນ້ຍ)ໃນວັນທີ 12 ພະຈິກ, ທ່ານເລຂາທິການໃຫຍ່ ໂຕເລີມ ຊີ້ແຈ້ງວ່າ ປະເທດຊາດ ຫວຽດນາມ ເຕົ້າໂຮມຄົບບັນດາການເງື່ອນໄຂທີ່ຈຳເປັນ ແລະພວມຢືນຢູ່ຕໍ່ຫນ້າກາລະໂອກາດປະຫວັດສາດ ເພື່ອກ້າວເຂົ້າສູ່ສັງກາດໃຫມ່, ສັງກາດບືນຕົວຂຶ້ນຂອງຊາດ. ເປົ້າໝາຍຂອງຫວຽດນາມ ແມ່ນສູ້ຊົນກາຍເປັນປະເທດພັດທະນາ ແລະ ມີລາຍຮັບສູງຂອງໂລກ.ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ: ເລື່ອງສຸມກຳລັງແຮງຂອງປະຊາຊົນ, ຊັບສິນ ແລະກຳລັງແຮງມະຫາສາມັກຄີຂອງປະຊາຊົນ ສົມທົບກັບກຳລັງແຮງຂອງຍຸກສະໄຫມ ພ້ອມກັບວິທະຍາສາດເຕັກໂນໂລຊີຂອງຍຸກສະໄຫມ ແນ່ນອນວ່າ: ຫວຽດນາມ ຈະມີກາລະໂອກາດພັດທະນາ.

ພາຍຫລັງເກືອບ 80 ປີແຫ່ງວັນສະຖາປະນາປະເທດຊາດ ແລະ ເກືອບ 40 ປີແຫ່ງການປ່ຽນແປງໃຫມ່, ພາຍໃຕ້ການນຳພາອັນຖືກຕ້ອງ,ສອ່ງໃສຂອງພັກກອມມູນິດ ຫວຽດນາມ, ການຮ່ວມແຮງຮ່ວມໃຈ, ເປັນຈິດຫນຶ່ງໃຈດຽວຂອງປະຊາຊົນທຸກຊັ້ນວັນນະ; ເສີມຂະຫຍາຍກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄຫມ, ພາລະກິດປະຕິວັດ ຫວຽດນາມ ບັນລຸໄດ້ຜົນງານອັນຍິ່ງໃຫຍ່. ຈິດໃຈນັ້ນ, ກຳລັງແຮງນັ້ນ ແມ່ນປັດໄຈຫລັກ, ເພີ່ມກຳລັງແຮງເພື່ອໃຫ້ ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ຫນ້າປະທັບໃຈກວ່າອີກໃນສັງກາດບືນຕົວຂຶ້ນຂອງຊາດ.

TAG
VOV/VOVworld/ມະຫາສາມັກຄີທົ່ວປວງຊົນທັງຊາດ/ສາຍສົ່ງໄຟຟ້າ/ພື້ນຖານໂຄງລ່າງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ