logo

ກຽມ​ພ້ອມ​ໃຫ້​ແກ່​ວັນບຸນ​ຂອງ​ປະ​ເທດ​ຊາດ

2026/2/22 | 05:16:43
(VOVWORLD) - ປັດຈຸບັນ, ວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດພວມໄດ້ຜັນຂະຫຍາຍຢ່າງຄົບຊຸດ, ຖືກຕ້ອງການກຳນົດ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບ.
ຕາຕະລາງເລືອກຕັ້ງໃຫ້ແກ່ກຳລັງປະກອບ ອາວຸດ ແລະ ກຳມະກອນທະເລ ຢູ່ນະຄອນ ໂຮ່ຈີມິນ(ພາບ: VOV)

ວັນທີ 15 ມີນາ 2026, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ຈະເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດສະໄໝທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ດັ່ງນັ້ນ, ຍັງເຫຼືອເວລາກວ່າ 20 ວັນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຈະປະຕິບັດສິດ ແລະ ພັນທະອັນສັກສິດຂອງຕົນ. ນີ້ແມ່ນເຫດການການເມືອງສຳຄັນຍິ່ງຂອງປະເທດຊາດ, ແມ່ນວັນບຸນໃຫຍ່ຂອງທົ່ວປວງຊົນ, ສະແດງໃຫ້ເຫັນສິດເປັນເຈົ້າ, ເຈດຈຳນົງ ແລະ ຄວາມຄາດຫວັງຂອງປະຊາຊົນ, ໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ, ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.

ປັດຈຸບັນ, ວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດພວມໄດ້ຜັນຂະຫຍາຍຢ່າງຄົບຊຸດ, ຖືກຕ້ອງການກຳນົດ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບ.

ຢູ່ທ້ອງຖິ່ນຈຳນວນໜຶ່ງ, ເພື່ອຮັບປະກັນສິດພົນລະເມືອງໃຫ້ແກ່ບັນດາກຳລັງປະຕິບັດໜ້າທີ່ໃນຫຼາຍວັນຢູ່ທະເລ, ຄະນະກຳມະການເລືອກຕັ້ງນະຄອນ ໂຮ່ຈີມິນ ໄດ້ປະກາດໃຊ້ແຜນການຈັດຕັ້ງການເລືອກຕັ້ງກ່ອນເວລາກຳນົດໃຫ້ແກ່ຜູ້ມີສິດເລືອກຕັ້ງ ກວ່າ 4000 ທ່ານ ຢູ່ 4 ເຂດຢູ່ຕາແສງ ເຟືອກທັ້ງ, ຕາແສງ ຕາແທັ້ງ ແລະ ຕາແສງ ລອງເຊີນ.

TAG
VOV/VOVworld/ການ​ເລືອກ​ຕັ້ງ/ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ