(VOVWORLD) - ໃນຕະຫຼອດໄລຍະ 70 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ (30/12/1955–30/12/2025), ການພົວພັນ ຫວຽດນາມ - ອິນໂດເນເຊຍ ໄດ້ພັດທະນາໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ. ໃນປີ 2025 ໄດ້ຈັດຕັ້ງຫຼາຍກິດຈະກຳສະເຫຼີມສະຫຼອງ, ໃນນັ້ນງານວາງສະແດງ “ຫວຽດນາມ - ອິນໂດເນເຊຍ: 70 ປີແຫ່ງການຮ່ວມມື ແລະ ພັດທະນາ” ຫາກໍ່ດຳເນີນຢູ່ຮ່າໂນ້ຍ. ງານວາງສະແດງເພື່ອແນໃສ່ຫວນຄືນໄລຍະທາງແຫ່ງການຮ່ວມມືລະຫວ່າງສອງປະເທດ, ນັບແຕ່ອະດີດຕະການມາຮອດປັດຈຸບັນ ແລະ ມຸ່ງໄປເຖິງອະນາຄົດ.
ທ່ານພັນເອກ ເລຫວູຮຸຍ, ຜູ້ອຳນວຍການຫໍພິພິຕະພັນປະຫວັດສາດການທະຫານ ຫວຽດນາມ ກ່າວຄຳເຫັນທີ່ພິທີ(ພາບ: ສະຖານທີ່ອິນໂດເນເຊຍປະຈຳ ຫວຽດນາມ)
|
ໃນເຂດວາງສະແດງດ້ວຍເນື້ອທີ່ 450 ຕາແມັດ ຢູ່ຫໍພິພິຕະພັນປະຫວັດສາດການທະຫານ ຫວຽດນາມ (ຮ່າໂນ້ຍ), ເປີດສາກພິທີໄຂງານວາງສະແດງ ຫວຽດນາມ - ອິນໂດເນເຊຍ: 70 ປີແຫ່ງການຮ່ວມມື ແລະ ພັດທະນາ” ແມ່ນຮູບເງົາເອກະສານຫວນຄືນໄລຍະທາງ 70 ປີແຫ່ງການພົວພັນລະຫວ່າງສອງປະເທດ. ບັນດາຮູບພາບ, ຂີດໝາຍປະຫວັດສາດພົ້ນເດັ່ນໄດ້ພັນລະນາວິວັດການ ຮ່ວມເດີນທາງ, ເພີ່ມພູນຄູນສ້າງການພົວພັນຈາກກການພົວພັນທີ່ເປັນມູນເຊື້ອ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອດດ້ານລະຫວ່າງສອງປະເທດຄືໃນປັດຈຸບັນຢ່າງມີຊີວິດຊີວາ.
ກ່າວຄຳເຫັນທີ່ພິທີໄຂງານວາງສະແດງ, ທ່ານພັນເອກ ເລຫວູຮຸຍ, ຜູ້ອຳນວຍການຫໍພິພິຕະພັນປະຫວັດສາດການທະຫານ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມໝາຍຂອງງານວາງສະແດງເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງການພົວພັນສອງປະເທດ.
ງານວາງສະແດງເພື່ອແນໃສ່ແນະນຳຄຸນຄ່າ, ຄວາມໝາຍປະຫວັດສາດ, ຂອບຂະໜາດອັນຍິ່ງໃຫຍ່ກ່ຽວກັບການພົວພັນມິດຕະພາບອັນດີງາມ, ຍາວນານລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ເຖິງມະຫາຊົນ, ພະນັກງານ, ນັກຮົບ ແລະ ປະຊາຊົນ, ເຮັດໃຫ້ບັນດາຜົນການຮ່ວມມືຮອບດ້ານ, ເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດໃນທຸກຂົງເຂດພົ້ນເດັ່ນຂຶ້ນ, ພິເສດແມ່ນການຮ່ວມມືດ້ານປ້ອງກັນຊາດ. ຜ່ານນັ້ນ, ປະກອບສ່ວນຮັກສາ, ປັບປຸງ ແລະ ຮັດແໜ້ນນ້ຳໃຈສາມັກຄີ, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໃຫ້ນັບມື້ນັບໝັ້ນແກ່ນ.
ງານວາງສະແດງ “ຫວຽດນາມ - ອິນໂດເນເຊຍ: 70 ປີແຫ່ງການຮ່ວມມື ແລະ ພັດທະນາ” ໄດ້ວາງສະແດງພາບຖ່າຍ, ວັດຖຸພັນ, ເອກະສານອັນລ້ຳຄ່າ ກ່ວາ 200 ຢ່າງ ເຊິ່ງໄດ້ແບ່ງເປັນ 3 ເນື້ອໃນຫຼັກລວມມີ: ພາກທີ 1: ຫວຽດນາມ - ອິນໂດເນເຊຍ, ພາກທີ 2: ການຮ່ວມມືຍຸດທະສາດຮອບດ້ານ ແລະ ພາກທີ 3: ພັດທະນາການຮ່ວມມືດ້ານປ້ອງກັນຊາດ. ໃນນັ້ນ ມີບັນດາວັດຖຸພັນ, ເອກະສານ ໄດ້ນຳມາແນະນຳເປັນຄັ້ງທຳອິດ, ຄື: ບັນດາຂອງຂວັນເຊິ່ງລັດ ອິນໂດເນເຊຍມອບໃຫ້ ປະທານ ໂຮ່ຈີມິນ, ຈົດໝາຍ ແລະ ຂອງຕ້ອນເຊິ່ງຜູ້ຟັງ ອິນໂດເນເຊຍ ມອບໃຫ້ພະແນກກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ; ບັນດາຂອງຂວັນເຊິ່ງຄະນະກອງທັບ ອິນໂດເນເຊຍ ມອບໃຫ້ກອງທັບປະຊາຊົນ ຫວຽດນາມ ໃນການຢ້ຽມຢາມຕ່າງໆ… ງານວາງສະແດງໄດ້ສະຫງວນເຂດສະເພາະເພື່ອແນະນຳບັນດາຜົນງານແຫ່ງການຮ່ວມມືດ້ານປ້ອງກັນຊາດ. ທ່ານ Jerry Henry Manuhutu, ທີ່ປຶກສາຝ່າຍທະຫານ ອິນໂດເນເຊຍ ປະຈຳ ຫວຽດນາມ, ຖືວ່າ ງານວາງສະແດງແມ່ນຫຼັກຖານພິສູດໃຫ້ເຫັນຢ່າງຈະແຈ້ງວ່າການພົວພັນລະຫວ່າງສອງປະເທດ ເວົ້າລວມ ກໍ່ຄືການຮ່ວມມືດ້ານການທະຫານ ແລະ ການປ້ອງກັນຊາດ ເວົ້າສະເພາະ ນັບມື້ນັບມີພັດທະນາຢ່າງດີງາມ.
ງານວາງສະແດງຄັ້ງນີ້ລື່ນກາຍທຸກສິ່ງທຸກຢ່າງທີ່ພວກເຮົານຶກພາບ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍພື້ນຖານທີ່ໄດ້ສ້າງຂຶ້ນ ແລະ ຄວາມມານະພະຍາຍາມໃນອະນາຄົດ, ການຮ່ວມມືດ້ານການທະຫານ - ການປ້ອງກັນຊາດ ລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ ຈະສືບຕໍ່ໄດ້ຮັບການຊຸກຍູ້, ບໍ່ພຽງແຕ່ປະກອບສ່ວນເພື່ອຄວາມຈະເລີນຮຸ່ງເຮືອງຂອງສອງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນເພື່ອສັນຕິພາບໃນພາກພື້ນ ແລະ ໂລກອີກດ້ວຍ.
ທ່ານນາງ Jane Runkat, ອຸປະທູດສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: ສະຖານທູດອິນໂດເນເຊຍ ປະຈຳ ຫວຽດນາມ)
|
ບໍ່ພຽງແຕ່ດຶງດູດຄວາມສົນໃຈຂອງບັນດາຜູ້ແທນ ແລະ ນັກຄົ້ນຄ້ວາເທົ່ານັ້ນ, ງານວາງສະແດງຍັງໄດ້ຮັບການຕອບສະໜອງຈາກເພື່ອນໜຸ່ມເປັນຈຳນວນຫຼາຍ. ບັນດາເອກະສານ ແລະ ວັດຖຸພັນປະຫວັດສາດໄດ້ປະກອບສ່ວນແຜ່ກະຈາຍຄວາມເຂົ້າໃຈ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມໃນມື້ນີ້:
ງານວາງສະແດງໄດ້ສ້າງຄວາມປະທັບໃຈຫຼາຍຢ່າງໃຫ້ແກ່ນ້ອງ, ພິເສດແມ່ນເຂດວາງສະແດງກ່ຽວກັບບັນດາຈຸດຄ້າຍຄືກັນທາງດ້ານວັດທະນະທຳຂອງສອງປະເທດ. ຜ່ານນັ້ນ, ນ້ອງກໍ່ຮັບຮູ້ໄດ້ເຖິງການພົວພັນຮ່ວມມື ຫວຽດນາມ - ອິນໂດເນເຊຍ ທີ່ໄດ້ຮັບການກໍ່ສ້າງຂຶ້ນບໍ່ພຽງແຕ່ເພື່ອຜົນປະໂຫຍດໃນປັດຈຸບັນເທົ່ານັ້ນ ຫາກຍັງອີງບົນຄວາມເຫັນດີເຫັນພ້ອມກ່ຽວກັບປະຫວັດສາດ ແລະ ວັດທະນະທຳມາແຕ່ດົນນານລະຫວ່າງສອງປະເທດອີກດ້ວຍ.
ຕີລາຄາຂໍ້ລິເລີ່ມຈັດງານວາງສະແດງ, ທ່ານນາງ Jane Runkat, ອຸປະທູດສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ຖືວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ ເພື່ອແນໃສ່ເຊີດຊູໄລຍະທາງ 70 ປີແຫ່ງການພົວພັນມິດຕະພາບລະຫວ່າງສອງປະເທດ:
ງານວາງສະແດງຄັ້ງນີ້ບໍ່ພຽງແຕ່ແມ່ນການສະສົມວັດຖຸພັນເທົ່ານັ້ນ. ຫາກນັ້ນແມ່ນຫຼັກຖານພິສູດໃຫ້ເຫັນການພົວພັນມິດຕະພາບອັນແໜ້ນແຟ້ນໃນການຕໍ່ສູ້ມາແຕ່ດົນນານຂອງສອງປະເທດ. ເມື່ອຢ້ຽມຊົມບັນດາຫ້ອງວາງສະແດງ, ພວກເຮົາໄດ້ຮັບການຕັກເຕືອນກ່ຽວກັບສານຂອງການນຳ Soekarno ແລະ ລຸງໂຮ່ ທີ່ວ່າ ການພັດທະນາ ແລະ ເຕີບໂຕເລີ່ມມາຈາກຈິດໃຈເຮັດວຽກ ແລະ ການຮ່ວມມືຂອງປະຊາຊົນ. ການຮ່ວມມືນີ້ມີຄວາມສຳຄັນທີ່ສຸດເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກທີ່ນັບມື້ນັບສັບສົນ.




