ນີ້ແມ່ນຄັ້ງທຳອິດໃນເກືອບເຄິ່ງສະຕະວັດ, ຫວຽດນາມ ມີຈຳນວນແຂວງ, ນະຄອນໜ້ອຍທີ່ສຸດນັບແຕ່ວັນປະເທດຊາດໄດ້ທ້ອນໂຮມເປັນເອກະພາບ ແລະ ກໍແມ່ນການດັດປັບຫົວໜ່ວຍບໍລິຫານຂັ້ນແຂວງໃຫຍ່ສຸດໃນປະຫວັດສາດແຫ່ງຍຸກສະໄໝ.
ພິທີປະກາດບັນດາມະຕິ, ຂໍ້ຕົກລົງຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມບັນດາຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ (ພາບ: VOV) |
ຈຸດເວລາປະຫວັດສາດ
ຫວຽດນາມ ຫາກໍກ້າວເຂົ້າສູ່ສັງກາດໃໝ່, ສັງກາດຂອງຈິດໃຈປະຕິຮູບຢ່າງແຮງ, ຂອງການປ່ຽນແປງໃໝ່ກົງຈັກເພື່ອສ້າງອະນາຄົດ, ເມື່ອໃນທົ່ວປະເທດມີ 34 ແຂວງ, ນະຄອນຂຶ້ນກັບສູນກາງ ແລະ ຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດໃນທົ່ວປະເທດຢ່າງເປັນທາງການ.
ເຫດການນີ້ບໍ່ພຽງແຕ່ແມ່ນການໂຮມບັນດາຫົວໜ່ວຍຂະໜາດນ້ອຍ ໃຫ້ກາຍເປັນຫົວໜ່ວຍທີ່ໃຫຍ່ກວ່າ, ເຊິ່ງແມ່ນການສ້າງໂຄງປະກອບຮອບດ້ານຄືນໃໝ່ ທີ່ມີຈິນຕະນາການຍຸດທະສາດແຫ່ງຊາດ. ໃນສານທີ່ໄດ້ສົ່ງເຖິງທົ່ວປວງຊົນໃນພິທີປະກາດມື້ນີ້, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກວ່າ:
“ການຕັດສິນໃຈ “ສັບຊ້ອນປະເທດຊາດຄືນໃໝ່” ແມ່ນບາດກ້າວປະຫວັດສາດທີ່ມີຄວາມໝາຍຍຸດທະສາດ, ສ້າງຂີດໝາຍຂອງໄລຍະພັດທະນາໃໝ່ຂອງພາລະກິດແຫ່ງການສ້າງກົງຈັກບໍລິຫານລັດ, ລະບອບລະບຽບການໃຫ້ສົມບູນແບບ ແລະ ການຈັດຕັ້ງຂອງລະບົບການເມືອງຢ່າງຄົບຊຸດ, ກະທັດລັດ, ມີປະສິດທິພາບປະສິດທິຜົນ, ມຸ່ງໄປເຖິງການສ້າງພື້ນຖານບໍລິຫານຄຸ້ມຄອງແບບທັນສະໄໝໃຫ້ສຳເລັດ, ໃກ້ຊິດກັບປະຊາຊົນ, ຕິດແທດກັບປະຊາຊົນ, ຮັບໃຊ້ເພື່ອປະຊາຊົນ, ເພື່ອໃຫ້ທຸກຜົນປະໂຫຍດເປັນຂອງປະຊາຊົນ”.
ການນຳພັກ, ລັດມອບດອກໄມ້ອວຍພອນໃນພິທີປະກາດ (ພາບ: VOV) |
ການສັບຊ້ອນບັນດາແຂວງ, ນະຄອນ ບໍ່ພຽງແຕ່ແມ່ນຕົວເລກເທົ່ານັ້ນ, ຫາກຍັງແມ່ນສັນຍາລັກຂອງຈິດໃຈປັບປຸງຢ່າງບໍ່ຢຸດຢັ້ງ ໃຫ້ສອດຄ່ອງກັບຄຳຮຽກຮ້ອງຕ້ອງການຂອງຍຸກສະໄໝ. ນັ້ນແມ່ນຄວາມຕັດສິນໃຈກ້າປ່ຽນແປງບັນດາສິ່ງທີ່ຄຸ້ນເຄີຍ, ຜູກພັນມາແຕ່ດົນນານ, ເພື່ອມຸ່ງໄປເຖິງການຈັດຕັ້ງບໍລິຫານທີ່ກະທັດລັດ, ມີປະສິດທິພາບ, ທັນສະໄໝກວ່າ, ແນໃສ່ຮັບໃຊ້ປະຊາຊົນໄດ້ດີກວ່າ ແລະ ເປີດພື້ນທີ່ພັດທະນາໃໝ່ໃຫ້ແກ່ປະເທດຊາດໃນສັງກາດຫັນເປັນໂລກາພິວັດ ແລະ ນະວັດຕະກຳ. ທ່ານນາງອະດີດສະມາຊິກສະພາແຫ່ງຊາດ ຫງວຽນຮົ່ງດ່າວ, ແບ່ງປັນວ່າ:
“ນີ້ແມ່ນຈຸດເວລາທີ່ມີລັກສະນະປະຕິວັດ. ປະຕິວັດຢູ່ບ່ອນວ່າ ລົບລ້າງບັນດາສິ່ງທີ່ຍັງຈຳກັດທີ່ສຸດ ເພື່ອສ້າງກົງຈັກລັດແບບອຳນາດລັດແມ່ນກົງຈັກຂອງປະຊາຊົນ, ໂດຍປະຊາຊົນ ແລະ ຮັບໃຊ້ເພື່ອປະຊາຊົນ. ປະຊາຊົນແມ່ນຈຸດສຸດທ້າຍຂອງເຈດຈຳນົງສິດອຳນາດ, ຮັບໃຊ້ປະຊາຊົນແມ່ນຄວາມຮັບຜິດຊອບຂອງສິດອຳນາດໃນກົງຈັກປະຕິບັດລັດຖະການ”.
ຮ່ວມແຮງຮ່ວມໃຈໃນການສັບຊ້ອນ, ຈັດຕັ້ງພື້ນທີ່ພັດທະນາໃໝ່
ປະເທດຊາດໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ແລະ ໃນວິວັດທະນາການໃຫຍ່ຫຼວງນີ້ ຄວາມສາມັກຄີທົ່ວປວງຊົນທັງຊາດແມ່ນພື້ນຖານ, ແມ່ນສາຍໃຍອັນລຸລ່ວງ ເພື່ອຊ່ວຍ ຫວຽດນາມ ສາມາດຜ່ານຜ່າສິ່ງທ້າທາຍທຸກປະການ. ຈາກເຂດພູສູງຕະຫຼອດຮອດເຂດພູພຽງ, ຫຼືໃຈກາງຕົວເມືອງ, ລ້ວນແຕ່ເຫັນປະຈັກຕາຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວ, ພ້ອມກັນຕັດສິນໃຈບືນຕົວຂຶ້ນ ແລະ ມີການຫັນປ່ຽນຢ່າງແຮງ:
“ເມື່ອປະກາດຂໍ້ຕົກລົງໂຮມແຂວງເຂົ້າກັນ ແລະ ນຳເຂົ້າເຄື່ອນໄຫວນັ້ນ, ພວກຂ້າພະເຈົ້າພ້ອມທີ່ຈະເສີມຂະຫຍາຍຮູບແບບກົງຈັກໃໝ່ທີ່ເຄື່ອນໄຫວຢ່າງມີປະສິດທິຜົນ, ປັບປຸງຊີວິດການເປັນຂອງປະຊາຊົນໃຫ້ເປັນປົກກະຕິ”.
“ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງແນວແນ່ວ່າ ເຫດການນີ້ຂອງປະເທດຊາດ ຈະເປີດໜ້າປະຫວັດສາດໃໝ່ໃຫ້ແກ່ຊາຕະກຳຂອງຊາດ. ປະເທດພວກເຮົາຈະບືນຕົວຂຶ້ນສູ່ລະດັບສູງໃໝ່”.
ປັດຈຸບັນ, ຫວຽດນາມ ຄືດັ່ງເຮືອສຳເພົາທີ່ພືໃບຮັບລົມແຮງເພື່ອອອກສູ່ນອກຝັ່ງທະເລ. ລົມຄືດັ່ງຄວາມຄາດຫວັງປ່ຽນແປງໃໝ່, ແມ່ນຄວາມຕັດສິນໃຈການເມືອງ, ແມ່ນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ:
“ພວກເຮົາພວມຢືນຢູ່ຕໍ່ໜ້າໂອກາດທີ່ໃຫຍ່ຫຼວງ. ແຕ່ລະອົງການຈັດຕັ້ງ, ແຕ່ລະປະຊາຄົມ, ແຕ່ລະສ່ວນບຸກຄົນ ລ້ວນແຕ່ເປັນຕ່ອງໂສ້ສຳຄັນໃນການປະຕິຮູບຄັ້ງນີ້ຢ່າງແຮງ. ປະຊາຊົນ ຫວຽດນາມ ແຕ່ລະຄົນ ເຖິງວ່າຈະຢູ່ພາຍໃນ ຫຼື ຢູ່ຕ່າງປະເທດ, ລ້ວນແຕ່ມີບົດບາດ ແລະ ຄວາມຮັບຜິດຊອບຂອງພົນລະເມືອງໃນການນຳປະເທດຊາດກ້າວຂຶ້ນ. ນັບແຕ່ມື້ນີ້, ພວກເຮົາຈະສືບຕໍ່ຮ່ວມແຮງຮ່ວມໃຈ, ສາມັກຄີ, ເປັນເອກະພາບ, ປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ໃຫ້ສົມເລັດ, ຮັບປະກັນລະບົບການຈັດຕັ້ງເຄື່ອນໄຫວໃຫ້ສະດວກດີ, ມີປະສິດທິພາບ, ປະສິດທິຜົນ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ເບິ່ງແຍງດູແລການຊ່ວຍໜູນຊີວິດສັງຄົມ ແລະ ເປີດກວ້າງໂອກາດພັດທະນາໃຫ້ແກ່ປະຊາຊົນທຸກຊັ້ນວັນນະ.”
ດ້ວຍການນຳພາຂອງພັກຄອມມູນິດ ຫວຽດນາມ, ສົມທົບກັບກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ດ້ວຍຄວາມຄາດຫວັງອັນເຂັ້ມແຂງແຮງກ້າ, ເຈດຈຳນົງປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ແນ່ນອນວ່າ, ຊາດ ຫວຽດນາມ ຈະກ້າວເດີນຢ່າງໝັ້ນແກ່ນບົນເສັ້ນທາງສ້າງສາປະເທດ ຫວຽດນາມ ໃຫ້ຮຸ່ງເຮືອງສີວິໄລ ແລະ ຜາສຸກ./.




