ຫວຽດນາມ ແລະ ພູຖານ ແມ່ນສອງປະເທດນອນໃນທະວີບ ອາຊີ, ມີຫຼາຍຈຸດທີ່ຄ້າຍຄືກັນ, ໃກ້ຊິດກັນ, ພົ້ນເດັ່ນແມ່ນທິວທັດທຳມະຊາດທີ່ສວຍງາມ, ວັດທະນະທຳພຸດທະສາສະໜາພຸດ, ປະຊາຊົນຮັກຫອມສັນຕິພາບ, ຍົກສູງວິຖີຊີວິດທີ່ລຽບງ່າຍ. ການຢ້ຽມຢາມໄດ້ດຳເນີນໃນສະພາບການພົວພັນລະຫວ່າງສອງປະເທດມີການພັດທະນາຢ່າງຕັ້ງໜ້າ ແລະ ສອງປະເທດພ້ອມກັນວາງອອກເປົ້າໝາຍຮັບປະກັນການພັດທະນາຢ່າງດຸ່ນດ່ຽງ ແລະ ຍືນຍົງ.
ການພົວພັນພັດທະນາຢ່າງດີງາມ
ຫວຽດນາມ ແລະ ພູຖານ ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 19 ມັງກອນ 2012. ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ຫວຽດນາມ ຍາມໃດກໍຖືການພົວພັນກັບ ພູຖານ ເປັນສຳຄັນ, ຖື ພູຖານ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການປະຕິບັດເປົ້າໝາຍເຕີບໂຕສີຂຽວ, ຮັກສາບັນດາດັດຊະນີ “ຄວາມຜາສຸກ”. ໃນຂະນະນັ້ນ, ພູຖານ ຍາມໃດກໍຖື ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດໃຫ້ບຸລິມະສິດເພື່ອຊຸກຍູ້ການພົວພັນສອງຝ່າຍ ກໍຄືປາດຖະໜາຢາກຮຽນຮູ້ປະສົບການພັດທະນາຂອງ ຫວຽດນາມ.
ການນຳຂັ້ນສູງສອງປະເທດ ໄດ້ມີການແລກປ່ຽນຜ່ານທາງໂທລະເລກເນື່ອງໃນໂອກາດວັນບຸນສຳຄັນຂອງກັນເປັນປະຈຳ. ກ່ອນດຳເນີນການຢ້ຽມຢາມ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ຮູ້ວ່າ:
“ກ່ຽວກັບການພົວພັນດ້ານການເມືອງ - ການຕ່າງປະເທດ, ສອງປະເທດໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ມີການສົມທົບທີ່ດີ, ສະໜັບສະໜູນເຊິ່ງກັນ ແລະ ກັນເປັນປະຈຳ. ສອງປະເທດເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຢູ່ພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນ ສປຊ, ສະຫະພັນລັດຖະສະພາສາກົນ, ສະມັດຊາລັດຖະສະພາ ອາຊີ, ກໍຄືໃນບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງສອງຝ່າຍຕ່າງກໍມີຄວາມສົນໃຈ”.
ກ່ຽວກັບເສດຖະກິດ, ວົງເງິນການຄ້າສອງຝ່າຍ ຫວຽດນາມ - ພູຖານ ໃນປັດຈຸບັນ ບັນລຸໄດ້ປະມານ 20.000 USD ຕໍ່ປີ ແລະ ໄລຍະເວລາມໍ່ໆມານີ້, ສອງຝ່າຍມານະພະຍາຍາມເພື່ອຊຸກຍູ້ຂົງເຂດນີ້. ປັດຈຸບັນ, ຫວຽດນາມ ມີ 2 ໂຄງການລົງທຶນຢູ່ ພູຖານ ດ້ວຍຍອດເງິນລົງທຶນ 937.000 USD. ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
“ກ່ຽວກັບດ້ານເສດຖະກິດ - ການຄ້າ, ສອງຝ່າຍພວມມານະພະຍາຍາມເພື່ອເພີ່ມວົງເງິນການຄ້າສອງສົ້ນໃນໄລຍະຜ່ານມາ. ຫວຽດນາມ ສົ່ງອອກບັນດາຜະລິດຕະພັນຄື: ໄມ້, ເຄື່ອງຈັກ, ເຄື່ອງອຸປະກອນ, ເຄື່ອງອາໄຫຼ່… ເປັນປະຈຳ”.
ຍັງມີຫຼາຍກຳລັງບົ່ມຊ້ອນໃນການຮ່ວມມື
ສອງປະເທດໃຫ້ຂໍ້ສັງເກດວ່າ ຍັງມີກຳລັງບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືດ້ານກະສິກຳ, ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ, ວິທະຍາສາດ - ເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະ ພັດທະນາສີຂຽວ…, ດັ່ງນັ້ນ, ຫວຽດນາມ ແລະ ພູຖານ ພວມພິຈາລະນາສ້າງຕັ້ງກົນໄກສົນທະນາລະຫວ່າງສອງກະຊວງການຕ່າງປະເທດ ແລະ ລົງນາມໃນຂໍ້ຕົກລົງຈຳນວນໜຶ່ງເພື່ອເປັນພື້ນຖານການຮ່ວມມື. ພິເສດ, ພູຖານ ສົ່ງເສີມວິສາຫະກິດ ຫວຽດນາມ ລົງທຶນເຂົ້າໃນເຂດເສດຖະກິດພິເສດ Gelephu Mindfulness City ຂອງ ພູຖານ ແລະ ເປີດກວ້າງການຮ່ວມມືເຊື່ອມຕໍ່, ການທ່ອງທ່ຽວ, ຈິດວິນຍານ, ວັດທະນະທຳ, ພຸດທະສາສະໜາ.
ການທ່ອງທ່ຽວຈິດວິນຍານຢູ່ຕາມວັດວາອາຮາມ ແມ່ນຈຸດພົ້ນເດັ່ນໃນການຮ່ວມມືສອງຝ່າຍ, ສະນັ້ນ ປັດຈຸບັນ, ບໍລິສັດການບິນ Vietjet ໄດ້ເປີດຖ້ຽວບິນຈຳນວນໜຶ່ງຕາມຮູບແບບເຮືອບິນໂດຍສານນຳສົ່ງແຂກທ່ອງທ່ຽວໄປຍັງ ພູຖານ ໂດຍສະເພາະ; ບໍລິສັດການບິນ Bhutan Airlines ກໍມີແຜນການຂຸດຄົ້ນຖ້ຽວບິນໂດຍກົງໃນຈຸດເວລາລະດູຂອງການທ່ອງທ່ຽວ. ການຂຸດຄົ້ນບັນດາຖ້ຽວບິນໂດຍກົງລະຫວ່າງ ຫວຽດນາມ ແລະ ພູຖານ ແມ່ນເງື່ອນໄຂສຳຄັນໃຫ້ແກ່ການຮ່ວມມືໃນຂົງເຂດການທ່ອງທ່ຽວລະຫວ່າງສອງປະເທດ.
ສອງປະເທດກໍພວມຍູ້ແຮງການຮ່ວມມືໃນຂົງເຂດສາສະໜາ, ໂດຍສະເພາະແມ່ນພຸດທະສາສະໜາ, ການສຶກສາ ແລະ ການແລກປ່ຽນຊັບພະຍາກອນມະນຸດ. ພູຖານ ຖືການຮ່ວມມືກັບ ຫວຽດນາມ ໃນການແລກປ່ຽນຄະນະນັກວິຊາການ, ວັດທະນະທຳ ເປັນສຳຄັນ ແລະ ຊຸກຍູ້ການພົບປະແລກປ່ຽນປະຊາຊົນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.
ໃນການພົບປະຄັ້ງຕ່າງໆ, ບັນດາການນຳ ຫວຽດນາມ ແລະ ບູຕານ ຍາມໃດກໍສະແດງຄວາມເຊື່ອໝັ້ນຕໍ່ການພັດທະນາການພົວພັນຂອງສອງປະເທດ, ອີງໃສ່ການຂຸດຄົ້ນບັນດາຂົງເຂດຮ່ວມມືທີ່ມີກຳລັງບົ່ມຊ້ອນຄື ເສດຖະກິດ, ການທ່ອງທ່ຽວ, ວັດທະນະທຳ, ວິທະຍາສາດ - ເຕັກໂນໂລຢີ… ດັ່ງນັ້ນ, ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງກະສັດ ພູຖານ ຄັ້ງນີ້ ຈະເປີດກຳລັງບົ່ມຊ້ອນຮ່ວມມືຫຼາຍຢ່າງ, ເຊັ່ນ: ກະສິກຳ, ການທ່ອງທ່ຽວ, ພິເສດແມ່ນການທ່ອງທ່ຽວວັດທະນະທຳ, ການສຶກສາ, ວິທະຍາສາດ - ເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະ ພັດທະນາສີຂຽວ.
ໂດຍເລີ່ມຈາກຄວາມຮຽກຮ້ອງຕ້ອງການພັດທະນາໃນຕົວຈິງຂອງແຕ່ລະປະເທດ, ຫວຽດນາມ ແລະ ພູຖານ ຕັດສິນໃຈຂະຫຍາຍບັນດາຂົວເຊື່ອມຕໍ່ການຮ່ວມມື, ມິດຕະພາບ, ສ້າງພື້ນຖານອັນລ້ຳຄ່າເພື່ອໃຫ້ທັງສອງປະເທດກ້າວເຂົ້າສູ່ຍຸກສະໄໝໃໝ່ຢ່າງແໝັ້ນແກ່ນ, ພ້ອມທັງຮ່ວມແຮງຮ່ວມໃຈສ້າງໂລກສັນຕິພາບ, ດຸ່ນດ່ຽງ, ພັດທະນາແບບຍືນຍົງ. ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງກະສັດ ພູຖານ Jigme Khesar Namgyel Wangchuck ໄດ້ເປັນຂົວຕໍ່ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ພູຖານ ເພື່ອແນໃສ່ປະຕິບັດຄວາມຕັດສິນໃຈນີ້ໃຫ້ປະກົດຜົນເປັນຈິງ./.




